Homeນານາສາລະສັບພະຄຸນທາງຢາຂອງ "ເປືອກມັງຄຸດ"

ສັບພະຄຸນທາງຢາຂອງ “ເປືອກມັງຄຸດ”

Published on

ມັງຄຸດນອກຈາກກິນໃນມັນແຊບ ແລະມີປະໂຫຍດແລ້ວ, ເປືອກກໍັຍງມີສັບພະຄຸນຫຼາຍຢ່າງ ໂດຍການໃຊ້ເປັນຢາຮັກສາອາການເຈັບທ້ອງ, ພະຍາດກ່ຽວກັບລຳໄສ້, ຮັກສາຕີນຫໍ, ຮັກສາບາດແຜ, ບາດແຜເປື່ອຍ ແລະຮັກສາສິວໄດ້ອີກດ້ວຍ

  1. ຮັກສາເວລາເຈັບທ້ອງ ແລະພະຍາດກ່ຽວກັບລຳໄສ້: ໂດຍການເອົາເປືອກມັງຄຸດເຄິ່ງໜ່ວຍ ປະມານ 4-5 ກລາມ ມາຕົ້ມກັບນໍ້າ ໃຫ້ຟົດຈົນຄິດວ່າເປືອກມັງຄຸດຈືດ ແລ້ວປົງລົງໃຫ້ອຸ່ນ ກິນເທື່ອລະຈອກ
  2. ເປັນຢາຫຼຸດອາການເຈັບທ້ອງບິດ: ໃຊ້ເປືອກແຫ້ງປະມານ 4 ກລາມ ມາບົດເປັນຜົງ ແລ້ວປາປົນໃສ່ກັບນໍ້າຕົ້ມສຸກ ກິນທຸກໆ 2 ຊົ່ວໂມງ
  3. ຮັກສາຕີນຫໍ ແລະເປັນບາດແຜ, ບາດແຜເປື່ອຍ: ເອົາເປືອກໝາກສົດໆ ຫຼືແຫ້ງ ມາຝົນກັບນໍ້າປູນໃຫ້ຂຸ້ນໆ ແລ້ວເອົາມາທາຕີນຫໍ, ບາດແຜພອງ, ເປື່ອຍນັ້ນທາຕະຫຼອດຈົນກວ່າຈະດີ
  4. ຊ່ວຍຫຼຸດສິວ, ສິວເປັນໜອງ: ເພາະເປືອກມັງຄຸດຈະລະງັບການຈະເລີນເຕີບໂຕຂອງເຊື້ອແບັກທີເລຍ, ຕ້ານການອັກເສບ, ຕ້ານອະນຸມູນອິດສະລະ, ຊ່ວຍກະຊັບຮູຂຸມຂົນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...