Homeຂ່າວພາຍ​ໃນງານວາງສະແດງຜະລິດຕະພັນລາວ (Made In Laos) ຄັ້ງທີ 4 ຈະຈັດຂື້ນທ້າຍເດືອນນີ້

ງານວາງສະແດງຜະລິດຕະພັນລາວ (Made In Laos) ຄັ້ງທີ 4 ຈະຈັດຂື້ນທ້າຍເດືອນນີ້

Published on

ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ຖະແຫຼ່ງຕໍ່ສື່ມວນຊົນ ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ໃນວັນທີ 14 ພະຈິກນີ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຮ່ວມກັບທ້ອງຖິ່ນ, ກຸ່ມທຸລະກິດ ແລະ ສູນການຄ້າລາວ-ໄອເຕັກ ຈະຈັດງານວາງສະແດງຜະລິດຕະພັນລາວ (Made In Laos) ຄັ້ງທີ 4 ປະຈຳປີ 2016 ຂຶ້ນ, ໃນລະຫວ່າງວັນທີ 28 ພະຈິກ – 4 ທັນວາທີ່ຈະມາເຖິງ, ຢູ່ສູນການຄ້າລາວ-ໄອເຕັກຕຶກເກົ່າ ເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ເພື່ອຊຸກຍູ້ສົ່ງເສີມຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະກອບການ, ໂດຍສະເພາະແມ່ນການສ້າງເງື່ອນໄຂ ແລະ ຜູ້ດຳເນີນການຜະລິດ ແລະ ທຸລະກິດອື່ນໆ ໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆ, ພ້ອມທັງສາມາດຊອກຫາຄູ່ຄ້າຕ່າງປະເທດຫຼາຍຂຶ້ນ.

ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃຫ້ຮູ້ວ່າ: ງານວາງສະແດງຜະລິດຕະພັນລາວ ຈັດຂຶ້ນຄັ້ງທຳອິດໃນປີ 2011, ໂດຍຈຸດປະສົງຫຼັກຂອງງານດັ່ງກ່າວ ແມ່ນເພື່ອເຕົ້າໂຮມພະລິດຕະພັນທີ່ມີຄວາມໂດດເດັ່ນ, ມີເອກະລັກ, ມີຄຸນນະພາບ ແລະ ເປັນຫົວຄິດປະດິດສ້າງຂອງຄົນລາວ ຫຼື ນັກລົງທຶນຕ່າງປະເທດ ທີ່ນຳໃຊ້ວັດຖຸດີບພາຍໃນ ຫຼື ນຳເຂົ້າຈາກຕ່າງປະເທດມາຜະລິດເປັນສິນຄ້າ, ພ້ອມທັງເປັນການແລກປ່ຽນບົດຮຽນ ປະສົບການນຳກັນລະຫວ່າງຜູ້ປະກອບການ, ເປັນຕົ້ນແມ່ນການປັບປຸງຄຸນນະພາບສິນຄ້າ ແລະ ການບໍລິການໃຫ້ເປັນທີ່ຍອມຮັບຂອງຕະຫຼາດ, ເພື່ອສາມາແຂ່ງຂັ້ນກັບບັນດາປະເທດອາຊຽນໄດ້ ແລະ ສາກົນໄດ້, ພ້ອມເປັນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທືນຕ່າງປະເທດເຂົາມາລາວຫຼາຍຂື້ນ. ພິເສດສຳລັບປີນີ້ຈະມີສິນຄ້າ ແລະ ຜະລິດຕະພັນພາຍໃນ ເຂົ້າຮ່ວມວາງສະແດງປະມານ 200 ກວ່າຮ້ານຄື: ສິນຄ້າຫັດຖະກຳ, ອຸດສາຫະກຳ, ອັນຍະມະນີ, ເຟີນິເຈີ້, ຕັດຫຍິບ, ການຢາ, ທ່ອງທ່ຽວ, ການບໍລິການລວມເຖິງສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນອີກດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...