Homeນານາສາລະ8 ພຶດຕິກໍາ ທີ່ເຮັດໃຫ້ຜູ້ຍິງແກ່ກ່ອນໄວ

8 ພຶດຕິກໍາ ທີ່ເຮັດໃຫ້ຜູ້ຍິງແກ່ກ່ອນໄວ

Published on

ແມ່ນຢູ່ວ່າລິ້ວລອຍ ຕ້ອງເພີ່ມຂຶ້ນຕາມໄວອາຍຸ ຖ້າອາຍຸຫຼາຍຂຶ້ນ ລິ້ວລອຍກໍຕ້ອງເພີ່ມຂຶ້ນ ແຕ່ຮູ້ບໍວ່າ ມີພຶດໃນຊີວິດປະຈຳວັນຂອງທ່ານ 9 ຢ່າງ ທີ່ຊ່ວຍໃຫ້ລິ້ວລອຍເທິງໃບໜ້າເກີດຂຶ້ນກ່ອນໄວ ລອງມາເບິ່ງນໍາກັນວ່າມີຫຍັງແດ່ ເພື່ອທີ່ຈະກຳຈັດພຶດຕິກຳດັ່ງກ່າວ

  1. ສູບຢາ: ແນ່ນອນວ່າ ການສູບຢາ ເປັນສາເຫດສຳຄັນ ຂອງການເກີດລິ້ວລອຍ, ແພດຜູ້ຊ່ຽວຊານດ້ານຜິວໜັງ ແລະໄສຍະກຳຕົບແຕ່ງ ເວົ້າວ່າ ຖ້າບໍ່ຢາກມີລິ້ວລອຍ ໜ້າແກ່ກ່ອນໄວ ຄວນເຊົາສູບຢາ
  2. ການກິນນໍ້າຕານຫຼາຍ: ຖ້າຕ້ອງການໃຫ້ຜິວພັນເບິ່ງແລ້ວອ່ອນກວ່າໄວ ແລະມີສຸຂະພາບດີ ບໍ່ຄວນກິນນໍ້າຕານຫຼາຍ ເພາະການກິນນໍ້າຕານ ຫຼືສິ່ງທີ່ຫວານຫຼາຍ ຈະເຮັດໃຫ້ຕຸ້ຍ ແລະຄວາມຕຸ້ຍນັ້ນ ຈະເຮັດໃຫ້ແກ່ກ່ອນໄວອັນຄວນ
  3. ກິນທາດແອວກໍຮໍ: ແພດຜູ້ຊ່ຽວຊານດ້ານການໄສຍະກຳຕົບແຕ່ງ ບອກວ່າ ການກິນທາດແອວກໍຮໍທຸກຊະນິດ ຈະເຮັດໃຫ້ຜິວແຫ້ງ, ເຮັດໃຫ້ຕື່ນໃນຕອນເຊົ້າບໍ່ສົດຊື່ນ, ຫາກກິນຕະຫຼອດຈະເຮັດໃຫ້ຜິວໜັງ ເກີດລິ້ວລອຍໄດ້ງ່າຍ, ເນື່ອງຈາກຂາດຄວາມຊຸ່ມຊື່ນ, ນອກຈາກນັ້ນ ແອວກໍຮໍ ຍັງສົ່ງຜົນກະທົບຕໍ່ ລະດັບວິຕາມິນໃນຮ່າງກາຍ ເຊິ່ງວິຕາມິນດັ່ງກ່າວ ມີຄວາມສຳພັນຕໍ່ອະນຸມູນອິດສະລະ ແລະການສ້າງເຊວໃໝ່ ຂອງຜິວໜັງ ແລະຮ່າງກາຍ
  4. ບໍ່ລ້າງເຄື່ອງສຳອາງ: ຫາກເຈົ້າຕ້ອງນອນ ໂດຍບໍ່ລ້າງເຄື່ອງສຳອາງອອກໃຫ້ໝົດເສຍກ່ອນ ແນ່ນອນວ່າ ຈະເຮັດໃຫ້ເກີດລິ້ວລອຍ, ດັ່ງນັ້ນ ຖ້າຢາກຮັກສາໜ້າໃຫ້ອ່ອນເຍົາດົນໆ ຄວນລ້າງເຄື່ອງສຳອາງອອກໃຫ້ໝົດກ່ອນເຂົ້ານອນທຸກຄັ້ງ
  5. ແກະສິວ: ຄວນເຊົາການແກະສິວ ຄວນປ່ອຍໃຫ້ມັນຫຼຸດອອກມາເອງ ຫຼືອາດຈະໃຊ້ຜະລິດຕະພັນຈາກທຳມະຊາດ ເພື່ອຫຼຸດການເກີດສິວ ໃຫ້ຄິດໄວ້ສະເໝີວ່າ ທຸກເທື່ອທີ່ເຮົາແກະສິວ ຈະເຮັດໃຫ້ເກີດການລະຄາຍເຄືອງ ເຮັດໃຫ້ເກີດເປັນແຜ ແລະລິ້ວລອຍເວລາຕໍ່ມາ
  6. ວິທີແຕ່ງໜ້າ: ທີ່ຕ້ອງອາໄສການດຶງ, ການຍືດ ຜິວໜັງສ່ວນຕ່າງໆ ເທິງໃບໜ້າ, ການດຶງ ຫຼືການຢືດໜ້າ ຈະເຮັດໃຫ້ຜິວໜັງເກີດລິ້ວລອຍໄດ້ງ່າຍ
  7. ບໍ່ໃຊ້ຄີມກັນແດດ: ມີຫຼາຍຄົນບໍ່ມັກໃຊ້ຄີມກັນແດດ ເພາະເສຍເວລາ ແຕ່ເຊື່ອວ່າ ການຖືກແສງແດດແຮງໆ ບໍ່ພໍເທົ່າໃດນາທີ ຈະສ້າງຄວາມເສຍຫາຍໃຫ້ກັບຄໍລາເຈນ ແລະແສງແດດກໍເປັນສາເຫດໜຶ່ງ ທີ່ສຳຄັນຂອງການເກີດລິ້ວລອຍ
  8. ການນອນຂວໍ້າ: ເວເຮົານອນຂວໍ້າໃບໜ້າຂອງເຮົາຖືກເຕັງກັບໝອນ ເຊິ່ງນັ້ນກໍເປັນສາເຫດໜຶ່ງຂອງການເກີດລິ້ວລອຍ ທາງທີ່ດີຄວນນອນໝອນທີ່ໜຸ້ມ ຫຼືຄວນນອນຫງາຍຈະດີທີ່ສຸດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...