spot_img
Homeຊີວິດແລະຄວາມຮັກສິ່ງສຳຄັນກ່ອນແຕ່ງງານທີ່ຄູ່ບ່າວ-ສາວຕ້ອງຮູ້ໄວ້ກ່ອນ

ສິ່ງສຳຄັນກ່ອນແຕ່ງງານທີ່ຄູ່ບ່າວ-ສາວຕ້ອງຮູ້ໄວ້ກ່ອນ

Published on

ໃນຄໍລຳ ຊິວິດ ກັບ ຄວາມຮັກ ວັນນີ້ເຮົາຍັງຈະມາສົນທະນາກ່ຽວກັບການແຕ່ງດອງ ເພາະໃນໄລຍະນີ້ກໍ່ເປັນໄລຍະທີ່ຫຼາຍຄູ່ເຂົ້າສູ່ປະຕູວິວາ ແລະ ກໍ່ມີຫຼາຍຄູ່ທີ່ກຽມຕົວຈະເຂົ້າປະຕູວິວາ ແລະ ກໍ່ມີອີກຫຼາຍຄູ່ທີ່ມີການວາງແຜນອານາຄົດຮ່ວມກັນເພື່ອກ້າວເຂົ້າສູ່ປະຕູວິວາ ສະນັ້ນ ມື້ນີ້ແອັດມິນຈະມານຳສະເໜີ ສິ່ງສຳຄັນກ່ອນແຕ່ງງານທີ່ຄູ່ບ່າວ-ສາວຕ້ອງຮູ້ໄວ້ກ່ອນ ເຊິ່ງມັນຈະມີເລື່ອງໃດແນ່ນັ້ນ ເຮົາມາອ່ານເບິ່ງນຳກັນເລີຍ

  1. ພິທີການຮຽກຮ້ອງທາງກົດໝາຍ

ການແຕ່ງງານອາດເປັນເລື່ອງຂອງຄົນສອງຄົນ ແຕ່ໃນຄວາມຈິງແລ້ວ ຄົງຕ້ອງຜ່ານການຕັດສິນໃຈຂອງຜູ້ໃຫຍ່ທັງສອງຝ່າຍຮ່ວມນຳ ສະນັ້ນກ່ອນແຕ່ງງານຈິ່ງມີການໝັ້ນໝາຍ ຕົກລົງກັນເລື່ອງສິນສອດ, ກຳນົດວັນເວລາຈັດງານ ແລະ ອາດລວມເຖິງການຈັດແບ່ງໜ້າທີ່ຮັບຜິດຊອບຂອງທັງສອງຝ່າຍຢ່າງລະອຽດ

2. ທະບຽນສົມຣົດ ມີ ຫຼື ບໍ່ມີດີ

ພິທີແຕ່ງງານນັ້ນເປັນການສະແດງທາງພຶດຕິໄນ ແຕ່ບໍ່ແມ່ນການຮັບຮອງທາງກົດໝາຍ ຖ້າຕ້ອງການຮັບຮອງສະຖານະພາບຄວາມເປັນຜົວເມຍຢ່າງຖືກຕ້ອງ ກໍ່ຕ້ອງມີການຈົດທະບຽນສົມຣົດ ແຕ່ຖ້າບໍ່ມີການຈົດທະບຽນສົມຣົດກົດໝາຍກໍ່ບໍ່ຮັບຮອງສະຖານະໃຫ້ ສະນັ້ນກ່ອນແຕ່ງງານ ຫຼື ຫຼັງແຕ່ງງານແລ້ວທ່ານຕ້ອງຄິດເລື່ອງນີ້ຢ່າງຮອບຄອບ ເພາະອາດມີຜົນທາງກົດໝາຍໃນອານາຄົດໄດ້

3. ທີ່ຢູ່ອາໃສ

ກ່ອນແຕ່ງງານ ພວກທ່ານຕ້ອງລົມກັນກ່ອນວ່າຫຼັງແຕ່ງງານແລ້ວຈະຢູ່ໃສດີ ຈະຢູ່ກັບຄອບຄົວຝ່າຍໃດຝ່າຍໜຶ່ງ ຫຼື ແຍກຕົວອອກໄປຢູ່ຕ່າງຫາກ ຫຼື ສ້າງເຮືອນຫໍແລ້ວຈິ່ງຄ່ອຍແຕ່ງງານກັນ

4. ນາມສະກຸນ

ທັງສອງຕ້ອງລົມກັນໃນເລື່ອງນີ້ ເມື່ອແຕ່ງງານກັນແລ້ວ ຈະໃສ່ນາມສະກຸນດຽວກັນ ຫຼື ໃສ່ນາມສະກຸນເກົ່າຂອງຕົນເອງໄວ້

5. ລາຍຮັບ-ລາຍຈ່າຍໃນເຮືອນ

ກ່ຽວກັບເລື່ອງເງິນທອງເປັນເລື່ອງໃຫຍ່ ແລະ ສຳຄັນ ຕ້ອງຕົກລົງກັນຢ່າງລະອຽດວ່າ ໃຜຈະເປັນຄົນຫຼັກໃນການບໍລິຫານເງິນທີ່ທັງສອງຫາມາໄດ້

6. ການຊ່ວຍເຫຼືອພີ່ນ້ອງ

ນີ້ກໍ່ແມ່ນອີກເລື່ອງໃຫຍ່ທີ່ສຳຄັນ ທ່ານຕ້ອງໄດ້ລົມກັນໃຫ້ເຂົ້າໃຈກ່ຽວກັບຍາດຕິພີ່ນ້ອງທີ່ມາຂໍຄວາມຊ່ວຍເຫຼືອບໍ່ວ່າ ຈະເປັນເລື່ອງເງິນ, ເລື່ອງທີ່ຢູ່ອາໃສ ແລະ ອື່ນໆ ເມື່ອພວກທ່ານແຕ່ງງານກັນແລ້ວ ຫາກມີພີ່ນ້ອງມາຂໍຄວາມຊ່ວຍເຫຼືອພວກທ່ານຈະຈັດການເລື່ອງນີ້ແບບແນວໃດ ລົມກັນໃຫ້ເຂົ້າໃຈກ່ອນ ເພື່ອຈະບໍ່ໃຫ້ມີບັນຫາຕາມມາພາຍຫຼັງ

7. ໜີ້ສິນຄ້າງຈ່າຍ ຫຼື ລາຍຮັບຄ້າງຮັບ

ຈັ່ງໃດກໍ່ໝັ້ນໃຈແລ້ວວ່າຈະໃຊ້ຊີວິດຮ່ວມກັນ ກ່ອນຈະແຕ່ງງານທັງສອງກໍ່ຄວນເປີດເຜີຍຄວາມຈິງໃຫ້ກັນຮູ້ ສົມມຸດວ່າທ່ານມີໜີ້ສິນຄ້າງຈ່າຍຢູ່ໃສແນ່, ມີໜີ້ເທົ່າໃດ ສາເຫດຂອງການເປັນໜີ້ທ່ານກໍ່ຄວນບອກໃຫ້ຄົນທີ່ທ່ານຈະແຕ່ງງານຮັບຮູ້ນຳ ແຕ່ຖ້າປອດໜີ້ມີແຕ່ລາຍຮັບກໍ່ຄວນບອກເລື່ອງນີ້ໃຫ້ຄູ່ຊີວິດໄດ້ຮູ້ນຳ ເພື່ອຈະບໍ່ເກີດບັນຫາຫຼັງຈາກແຕ່ງງານແລ້ວ

ຫາກຄູ່ໃດຈະແຕ່ງງານກັນ ຫ້າມລືມຄິດທົບທວນກັບສິ່ງທີ່ແອັດມິນນຳສະເໜີໄປນີ້ເດັດຂາດ ອ່ານເບິ່ງແລ້ວມັນອາດເປັນຫົວຂໍ້ງ່າຍໆ ແຕ່ຄວາມຈິງແລ້ວມັນແມ່ນເລື່ອງທີ່ສຳຄັນຫຼາຍກັບຊີວິດການແຕ່ງງານ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...