Homeຂ່າວຕ່າງປະເທດຄົນຮ້າຍລະເບີດສະລະຊີບ 2 ຄັ້ງຢູ່ໄນຈີເຣຍ ເສຍຊີວິດຢ່າງໜ້ອຍ 82 ຄົນ

ຄົນຮ້າຍລະເບີດສະລະຊີບ 2 ຄັ້ງຢູ່ໄນຈີເຣຍ ເສຍຊີວິດຢ່າງໜ້ອຍ 82 ຄົນ

Published on

553628-01

 

ເກີດເຫດລະເບີດ 2 ຄັ້ງຕິດຕໍ່ກັນໃນເມືອງຄາດູນາ ທາງພາກເໜືອຂອງໄນຈີເຣຍ ຄາດວ່າເປັນຝີມືຂອງ

ກຸ່ມຕິດອາວຸດໂບໂກຮາຣາມ ເຮັດໃຫ້ມີຜູ້ເສຍຊີວິດ 82 ຄົນ.

 

ສື່ຕ່າງປະເທດລາຍງານ ເກີດເຫດໂຈມຕີດ້ວຍລະເບີດ 2 ຄັ້ງ ໃນເມືອງຄາດູນາ ທາງພາກເໜືອຂອງໄນຈີ

ເຣຍ ໃນວັນທີ 23 ກໍລະກົດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 82 ຄົນ ໂດຍໄດ້ລະບຸວ່າ ເຫດເກີດ

ໃນຊ່ວງເວລາຂ້ອນແຈ້ງ ມືລະເບີດສະລະຊີບ ໄດ້ຄາດສາຍລະເບີດເຊື່ອງໄວ້ໃນເສື້ອຜ້າ ບຸກເຂົ້າຫາທ່ານ ຊິກ

ດາຮິຣູ ບາອູຊິ ຜູ້ນຳທາງສາສະໜາສາຍກາງ ທີ່ກຳລັງຈະນຳປະຊາຊົນປະກອບພິທີທາງສາສະໜາ ແຕ່ກັບ

ຖືກກຸ່ມອົງຄະລັກສະກັດກັ້ນໄວ້ ຄົນຮ້າຍຈິ່ງຕັດສິນໃຈດຶງຊະນວນລະເບີດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ

32 ສົບ ໃນຂະນະທີ່ທ່ານ ບາອູຊິ ທີ່ເປັນເປົ້າໝາຍການໂຈມຕີບໍ່ໄດ້ຮັບອັນຕະລາຍໃດໆ.

 

ໃນອີກບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ຄົນຮ້າຍໄດ້ໃຊ້ລະເບີດລົດຍົນ ຫຼື ຄາຣ໌ບອມ ດັກໂຈມຕີຂະບວນລົດຂອງທ່ານ

ພົ.ຕ. ມູຮຳມາດູ ບູຮາຣີ ຜູ້ນຳຝ່າຍຄ້ານ ແລະ ຄະນະຕິດຕາມ ໃນຂະນະທີ່ກຳລັງແລ່ນຜ່ານຕະຫຼາດຊຸມຊົນ

ຄາໂວ ຂອງເມືອງຄາດູນາ ທີ່ມີປະຊາກອນຄັບຄັ່ງ ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ແຕ່

ທ່ານ ບູຮາຣີ ປອດໄພ ເນື່ອງຈາກຢູ່ໃນລົດຫຸ້ມເກາະປ້ອງກັນກະສຸນ.

 

ການໂຈມຕີທັງ 2 ຄັ້ງ ຄ້າຍຄືກັນກັບວິທີການຂອງກຸ່ມກໍ່ການຮ້າຍໂບໂກຮາຣາມ ແຕ່ເຈົ້າໜ້າທີ່ກ່າວວ່າ

ກໍລະນີຫຼັງອາດກ່ຽວຂ້ອງກັບການເມືອງອີກດ້ວຍ ເນື່ອງຈາກທ່ານ ພົ.ຕ. ບູຮາຣີ ມີແຜນທີ່ຈະລົງສະໝັກ

ແຂ່ງຂັນຊິງຕຳແໜ່ງປະທານາທິບໍດີອີກຄັ້ງ ໃນປີ 2015.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...