Homeຂ່າວຕ່າງປະເທດປະທານ​ປະ​ເທດ​ຈີນ​ລົມໂທລະສັບກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່

ປະທານ​ປະ​ເທດ​ຈີນ​ລົມໂທລະສັບກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນ​ໃໝ່

Published on

ເມື່ອວັນ​ທີ 14 ພະຈິກ​ທີ່ຜ່ານມາ ທ່ານ ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ລົມໂທລະສັບ​ກັບ​ທ່ານ ​ໂດນັລ ທຣັມ (Donald Trump) ວ່າທີ່​ປະທານາທິບໍດີ ສະຫະລັດອາ​ເມ​ລິ​ກາ.

ໂອກາດ​ດັ່ງກ່າວ, ທ່ານ​ສີ​ຈິ້ນຜິ​ງ​ໄດ້ຊົມ​ເຊີຍ​ທ່ານທຣັມທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາທັງ​ກ່າວຢືນຢັນ​ວ່າ ​ເລື່ອງ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ເປັນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງໜຶ່ງດຽວ​ຂອງ​ຈີນ-ອາ​ເມລິກາ. ​​ສອງ​ປະ​ເທດ​ໃນ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ​ໃຫຍທີ່​ສຸດ, ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃຫຍ່​ທີ່​ສຸດ ​ແລະ​ ສອງ​ກຸ່ມ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ປັດຈຸບັນ, ການ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ​ມີ​ໂອກາດ​ສຳ ຄັນ ​ແລະ ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ມະຫາສານ​ ແລະ ສິ່ງ​ທີ່​ສອງ​ຝ່າຍ​ຕ້ອງການ​ຮ່ວມ​ມື ​ແລະ​ ສາມາດ​ຮ່ວມ​ມື​ນັ້ນ​ມີ​ຢ່າງ​ຫຼວງ​ຫຼາຍ. ທ່ານ ສີຈິ້ນຜິງກ່າວ “ຂ້າພະ​​ເຈົ້າ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ແລະ​ ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ສຸມ​ທຸກ​ຄວາມ​ພະຍາຍາມ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ກໍ​ຄື​ປະຊາຊົນ​ປະ​ເທດ​ອື່ນ​ໃຫ້​ຫຼາຍ​ກວ່າ​ເກົ່າ”.

ທ່ານ​ທຣັມຢືນຢັນ​ວ່າ “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່ຄວາມ​ເຫັນ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ. ຈີນ​ເປັນ​ປະ​ເທດ​ສຳຄັນ​ທີ່​ຍິ່ງ​ໃຫຍ່​ແລະ​ມີອະນາຄົດ​ທີ່​ສົດ​ໃສ​ແຫ່ງ​ການ​ພັດທະ​ນາ​ທີ່​ສາມາດ​ດຶງ​ດູດ​ສາຍຕາຊາວ​ໂລກ. ສອງ​ປະ​ເທດ​ສາມາດ​ບັນລຸ​ການຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ. ຂ້າພະ​ເຈົ້າ​ຍິນ​ດີ​ພ້ອມ​ກັບ​ທ່ານ້ພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ ​ແລະ​​ ເຊື່ອ​ໝັ້ນ​ວ່າ​ ສາຍ​ພົວພັນ​ອາ​ເມລິ​ກາ​-ຈີນ​ຈະ​ໄດ້​ຮັບການ​ພັດທະນາ​ທີ່ດີກ​ວ່າ​ເກົ່າ”.

ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ ​ທ່ານທຣັມ ​ເຫັນ​ດີ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ໃກ້ຊິດ ​ແລະ ​ສ້າງ​ຕັ້ງ​ສາຍ​ພົວພັນ​ທີ່​ດີ​ໃນ​ການ​ປະຕິບັດ​ວຽກ​ງານ ທັງ​ຈະ​ພົບ​ປະກັນ​ໂດຍ​ໄວ​ເພື່ອ​ແລກປ່ຽນ​ຄວາມ​​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

 

ຂ່າວຈາກ: http://laos.cri.cn/681/2016/11/14/106s208718.htm
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...