Homeຂ່າວຕ່າງປະເທດຝຣັ່ງອາໄລ ຄົບຮອບ 1 ປີ ເຫດໂຈມຕີປາຣີ ພ້ອມເພີ່ມປະກາດພາວະສຸກເສີນ ໄປອີກ 2-3 ເດືອນ

ຝຣັ່ງອາໄລ ຄົບຮອບ 1 ປີ ເຫດໂຈມຕີປາຣີ ພ້ອມເພີ່ມປະກາດພາວະສຸກເສີນ ໄປອີກ 2-3 ເດືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ພະຈິກຜ່ານມານີ້ວ່າ ທ່ານ ຟຣອງຊົວ ໂອລອງ ປະທານາທິບໍດີຝຣັ່ງ ໄດ້ເຂົ້າຮ່ວມໃນພິທີ ເປີດປ້າຍຈາລຶກເຫດການ ຄົບຮອບ 1 ປີ ກຸ່ມກໍ່ການຮ້າຍໄອເອັສ ໂຈມຕີນະຄອນຫລວງປາຣີ 6 ຈຸດພ້ອມກັນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດລວມ 130 ຄົນ ແລະ ບາດເຈັບອີກຫລາຍຮ້ອຍຄົນ.

ທ່ານ ມານູເອວ ວາສ ນາຍົກລັດຖະມົນຕີຝຣັ່ງ ໄດ້ໃຫ້ສຳພາດຜ່ານສະຖານີໂທລະພາບບີບີຊີວ່າ ການປະກາດພາວະສຸກເສີນ ນັບຕັ້ງແຕ່ໂສກນາຕະກຳຄັ້ງດັ່ງກ່າວ ອາດຈະມີການຂະຫຍາຍເວລາອອກໄປອີກ ປະມານ 2-3​ເດືອນ ເພື່ອໃຫ້ລັດຖະບານໄດ້ເດີນໜ້າ ຫາສຽງເລືອກຕັ້ງປະທານາທິບໍດີ ໃນອີກບໍ່ພໍເທົ່າໃດອາທິດຂ້າງໜ້ານີ້ ຊຶ່ງຈະຕ້ອງໄດ້ລະມັດລະວັງຢ່າງສູງ ຈາກການໂຈມຕີຂອງກຸ່ມກໍ່ການຮ້າຍ.

njpus24ncqkx5e1exlugtgxeq8v0rq7miyfnfkpsyrq

 
 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...