Homeຂ່າວຕ່າງປະເທດອິນເດຍສັ່ງຍົກເລີກເງິນໃບ 500 ແລະໃບ 1,000 ຣູປີ ຊາວນາເຄັ່ງຄຽດ ຂ້າໂຕຕາຍ

ອິນເດຍສັ່ງຍົກເລີກເງິນໃບ 500 ແລະໃບ 1,000 ຣູປີ ຊາວນາເຄັ່ງຄຽດ ຂ້າໂຕຕາຍ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ພະຈິກນີ້ວ່າ ຈາກກໍລະນີການຍົກເລີກໃຊ້ເງິນໃບ 500 ແລະ ໃບ 1,000 ຣູປີ ໃນວັນທີ 8 ພະຈິກຜ່ານມາ ເຊິ່ງໄດ້ສ້າງຄວາມປັ່ນປ່ວນພາຍໃນປະເທດ. ຫຼັງຈາກປະຊາຊົນ ໄດ້ຮູ້ຂ່າວການຍົກເລີກໃຊ້ເງິນແບບກະທັນຫັນ ປະຊາຊົນຈຳນວນຫຼາຍ ໄດ້ພາກັນຕໍ່ແຖວຍາວ ຢູ່ຕໍ່ໜ້າຕູ້ເອທີເອັມ ແລະທະນາຄານ ເພື່ອຝາກເງິນໃບ 500 ແລະໃບ 1,000 ຣູປີ, ໃນຂະນະດຽວກັນ ກໍມີການແລກປ່ຽນເອົາເງິນໃບ 500 ຣູປີແບບໃໝ່ ແລະໃບ 2,000 ຣູປີ ທີ່ໄດ້ພິມອອກມາທົດແທນເງິນແບບເດີມທີ່ຖືກຍົກເລີກ ໂດຍທາງລັດຖະບານໄດ້ປະກາດໃຫ້ມີການແລກປ່ຽນໄດ້ ພາຍໃນ 50 ວັນຄືຈົນຮອດວັນທີ 30 ທັນວານີ້ ແລະຫາກໃຜມີຈຳນວນເງິນຫຼາຍຜິດປົກກະຕິ ຈະຖືກກວດສອບທີ່ໄປທີ່ມາ

ind3

ຈາກການປະກາດຍົກເລີກເງິນນີ້ ເຮັດໃຫ້ເກີດເຫດການທີ່ເສົ້າຂຶ້ນ ເມື່ອນາງ ກັນດູກູຣີ ວິໂນດາ ເປັນຊາວນາ ອາຍຸ 55 ປີ ລາວໄດ້ຕັດສິນໃຈຂ້າໂຕຕາຍ ເພາະຄິດວ່າເງິນທີ່ລາວເກັບເອົາໄວ້ ເຊິ່ງສ່ວນຫຼາຍເປັນເງິນໃບ 500 ແລະໃບ 1,000 ຣູປີ ຈະກາຍເປັນພຽງເສດກະດາດ ທີ່ບໍ່ມີຄ່າອີກຕໍ່ໄປ ໂດຍລາວໄດ້ເງິນສົດມາ 5.5 ລ້ານຣູປີ ຈາກການຂາຍດິນໃນເດືອນກ່ອນນີ້

ind1

ສຳລັບເງິນໃບ 500 ແລະໃບ 1,000 ຣູປີ ທີ່ມີຄຳສັ່ງໃຫ້ຍົກເລີກນັ້ນ ເຊິ່ງເປັນມູນຄ່າທີ່ມີມູນຄ່າຫຼາຍທີ່ສຸດຂອງປະເທດ ແລະໝູນວຽນຢູ່ໃນລະບົບເສດຖະກິດອິນເດຍເກີນເຄິ່ງໜຶ່ງ ເຊິ່ງທາງລັດຖະບານໄດ້ໃຊ້ເຫດຜົນເຖິງການຕັດສິນໃຈຍົກເລີກເງິນທັງ 2 ຊະນິດວ່າ ເພື່ອກຳຈັດເງິນທີ່ໄດ້ຈາກການ ທຸຈະລິດຄໍຣັບຊັນ  ແລະກຳຈັດບັນຫາເງິນປອມ, ເນື່ອງຈາກວ່າ ໃນຊ່ວງ 5 ປີກ່ອນ ພົບການໝູນວຽນເງິນ 2 ແບບນີ້ສູງຜິດປົກກະຕິ, ລວມທັງແກ້ໄຂບັນຫາຫຼີກລຽງພາສີ ທີ່ມີການເຊື່ອງເງິນສົດໄວ້ເປັນຈຳນວນຫຼາຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...