spot_img
Homeຂ່າວຕ່າງປະເທດປູຕິນ ຕໍ່ສາຍໂທລະສັບໂອ້ລົມ ໂດນັນ ທຣັມ ຄັ້ງທຳອິດ ລຸລ່ວງທິດທາງຄວາມສຳພັນສອງຝ່າຍ

ປູຕິນ ຕໍ່ສາຍໂທລະສັບໂອ້ລົມ ໂດນັນ ທຣັມ ຄັ້ງທຳອິດ ລຸລ່ວງທິດທາງຄວາມສຳພັນສອງຝ່າຍ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 15 ພະຈິກນີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ໂທລະສັບໂອ້ລົມກັບ ທ່ານ ໂດນັນ ທຣັມ ໃນວັນຈັນທີ 14 ພະຈິກຜ່ານມານີ້ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ ທ່ານ ທຣັມ ໄດ້ຖືກເລືອກຕັ້ງ ໃຫ້ເປັນປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ເມື່ອວັນທີ 8 ພະຈິກທີ່ຜ່ານມາ ໂດຍທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຕໍ່ກັບທິດທາງຄວາມສຳພັນຕ່າງໆ ລະຫວ່າງ ຣັດເຊຍ-ອາເມຣິກາ ຕະຫລອດຮອດມີການປຶກສາຫາລື ໃນຄວາມພະຍາຍາມປາບປາມກຸ່ມຫົວຮຸນແຮງ ແລະ ກຸ່ມກໍ່ການຮ້າຍລະຫວ່າງປະເທດ.

ດ້ານຄະນະຜູ້ຊ່ວຍວຽກຂອງທ່ານ ທຣັມ ກໍໄດ້ອອກມາຖະແຫລງເຊັ່ນກັນວ່າ ປູຕິນ ໄດ້ຕໍ່ສາຍມາເພື່ອສະແດງຄວາມຍິນດີ ໂດຍທ່ານ ທຣັມໄດ້ບອກກັບປູຕິນວ່າ ທ່ານກຳລັງເບິ່ງໄປຂ້າງໜ້າ ໃນຄວາມສຳພັນທີ່ເຂັ້ມແຂງ ແລະ ຖາວອນກັບຣັດເຊຍ ແລະ ປະຊາຊົນຊາວຣັດເຊຍ ຊຶ່ງທັງສອງຝ່າຍ ຈະຍັງຄົງຕິດຕໍ່ກັນທາງໂທລະສັບເລື້ອຍໆ ແລະ ຈະຫາໂອກາດພົບປະກັນເປັນການສ່ວນຕົວ.

ທັງນີ້ ທ່ານ ໂດນັນ ທຣັມ ຈະເຂົ້າມາສືບທອດຕຳແໜ່ງ ປະທານາທິບໍດີ ສະຫະລັດອາເມຣິກາ ຕໍ່ຈາກທ່ານ ບາຣັກ ໂອບາມາ ໃນວັນທີ 20 ມັງກອນ 2017 ທີ່ຈະມາເຖິງ, ໃນຂະນະທີ່ຄວາມສຳພັນລະຫວ່າງ ທ່ານ ໂອບາມາ ແລະ ປູຕິນ ຕົກຢູ່ທ່າມກາງຄວາມເຄັ່ງຕຶງ ຈາກບັນຫາຂໍ້ຂັດແຍ່ງຕ່າງໆ ທັງຢູ່ຊີຣີ ແລະ ອູແກຣນ.
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...