spot_img
Homeຂ່າວເຫດການກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ IV ຂອງອົງຄະນະພັກສູນກາງແນວລາວສ້າງຊາດ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ IV ຂອງອົງຄະນະພັກສູນກາງແນວລາວສ້າງຊາດ

Published on

ກອງປະຊຸມໃຫຍ່ສະ ມາຊິກພັກ ຄັ້ງທີ IV ຂອງອົງ ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ໄດ້ໄຂຂຶ້ນ ແລະ ສຳເລັດ ໃນວັນທີ 11 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາແຂກ ຖືກເຊີນ, ບັນດາສະຫາຍສະມາຊິກພັກເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊຸມ, ບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ ສະມາຊິກພັກທົ່ວອົງຄະນະ ພັກ ສນຊ ທັງໝົດ 101 ສະຫາຍ, ຍິງ 27 ສະຫາຍໄດ້ພ້ອມກັນ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານຂອງ ຄະນະພັກສະໄໝທີ III ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສນຊ ຊຶ່ງປະກອບ ມີ 2 ພາກຄື: ພາກທີ I ຕີລາຄາການຊີ້ນຳໆພາຂອງອົງຄະນະພັກ ໃນສະໄໝທີ III ຊຶ່ງຄະນະພັກສູນກາງແນວລາວສ້າງຊາດ ໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ – ແນວຄິດ ດ້ວຍຫຼາຍຮູບການ, ນຳພາຄົ້ນ ຄວ້າເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ, ລະບຽບການຕ່າງໆຂອງ ພັກ – ລັດ, ຈັດຕັ້ງປາຖະກະຖາ ມູນເຊື້ອຂອງຊາດ – ຂອງພັກ – ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ສະພາບທີ່ພົ້ນເດັ່ນພາຍໃນ ແລະຕ່າງປະເທດ ໃຫ້ສະມາຊິກພັກ-ພະນັກງານ ໄດ້ຮ່ຳຮຽນລວມ ທັງໝົດ 37 ຄັ້ງ, ມີຜູ້ເຂົ້າຮ່ວມ 560 ສະຫາຍ, ຍິງ 326 ສະຫາຍ, ຈັດຕັ້ງດຳເນີນຊີວິດການເມືອງ ຂອງພັກປະຈຳເດືອນ, ປະຈຳ ປີເປັນປົກກະຕິ, ໄດ້ຕິດຕາມ ເກັບກຳສະພາບແນວຄິດ, ຫາງ ສຽງສັງຄົມ ແລະ ໄດ້ສົ່ງສະມາ ຊິກພັກ-ພະນັກງານໄປຍົກລະດັບທິດສະດີການເມືອງໄລຍະສັ້ນ, ໄລຍະຍາວຢູ່ພາຍໃນປະເທດ 11 ສະຫາຍ, ຍິງ 3 ສະຫາຍ ແລະ ຈຳນວນໜຶ່ງໄດ້ໄປ ຍົກລະດັບຢູ່ຕ່າງປະເທດ ແລະ ດ້ານອື່ນໆ ກໍໄດ້ຮັບຜົນສຳເລັດ ເປັນກ້າວໆ ແລະ ພາກທີ II ແມ່ນທິດທາງແຜນການໃນ 5 ປີ (2016-2021) ເພື່ອຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII, 6 ແຜນງານຍຸດທະສາດການພັດທະນາ ອົງການແນວລາວສ້າງຊາດ ກໍຄືວຽກງານຈຸດສຸມຕົ້ນຕໍ ຂອງແນວລາວ ສ້າງຊາດໃນ 5 ປີຕໍ່ໜ້າ ເຂົ້າໃນມະຕິກອງປະຊຸມໃຫຍ່ອົງຄະນະພັກສູນກາງແນວລາວສ້າງຊາດ ຄັ້ງທີ IV ບົນຈິດໃຈບຸກທະລຸທັງ 4 ດ້ານ, ສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນ ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ດັ່ງນັ້ນ ຈຶ່ງໄດ້ກຳນົດທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມຕ່າງໆ ຊຶ່ງສະເໜີໂດຍ ສະຫາຍ ໄຊສົມພອນ ພົມວິຫານ.
ໃນກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ຊຶ່ງມີຜູ້ລົງສະໝັກ ທັງໝົດ 11 ສະຫາຍ, ເລືອກ ເອົາ 9 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາສະຫາຍ ໄຊສົມພອນ ພົມວິຫານ, ສະຫາຍ ຄຳໃບ ດຳລັດ ແລະ ສະຫາຍ ນາງ ຄຳຈັນ ພົມແສງສະຫວັນ ເປັນຄະນະປະຈຳພັກ ແລະ ເລືອກເອົາສະຫາຍ ໄຊສົມພອນ ພົມວິຫານ ເປັນເລຂາຄະນະພັກ, ເລືອກເອົາສະຫາຍ ຄຳໃບ ດຳລັດ ເປັນຮອງເລຂາ ແລະ ເລືອກເອົາສະ ຫາຍ ນາງ ຄຳຈັນ ພົມແສງສະຫວັນ ເປັນປະທານກວດກາ.
ໃນໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ກໍໄດ້ໂອ້ລົມຕໍ່ກອງປະຊຸມ, ບາງຕອນສຳຄັນກ່າວວ່າ: ຄະນະພັກ, ຄະນະໜ່ວຍພັກ ຕ້ອງເພີ່ມທະວີບົດບາດ ຄວາມສາມາດນຳພາ, ເອົາໃຈໃສ່ປັບປຸງກໍ່ສ້າງການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ລວມທັງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ມີການແຂ່ງຂັນ-ສູ້ຊົນຮັກສາ ນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ; ເອົາໃຈໃສ່ປັບປຸງຍົກສູງ ຄຸນທາດ ການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ສະຕິຕໍ່ການຈັດຕັ້ງ, ປະຕິບັດກົດໝາຍ, ລະບຽບ ການ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງສະມາຊິກພັກ, ພະນັກງານ, ແນະນຳ ໃຫ້ສະມາຊິກພັກແຕ່ລະສະຫາຍ ຝຶກຝົນຕົນເອງຕາມມາດຖານ ທີ່ກຳນົດໄວ້ໃນລະບຽບ ຂອງພັກຢ່າງເຂັ້ມງວດ; ປັບປຸງ ວິທີການຮ່ວມຊີວິດການເມືອງ ໃຫ້ມີເນື້ອໃນເລິກເຊິ່ງ, ແທດເຖິງຕົວຈິງ, ມີການຕິຊົມຕົນເອງ, ຕິຊົມກັນ, ມີປະຊາທິປະ ໄຕ, ມີການຍົກບັນຫາ ແລະ ແກ້ໄຂບັນຫາທີ່ພົວພັນເຖິງ ຄວາມເປັນແບບຢ່າງນຳໜ້າ ຂອງສະມາຊິກພັກ, ສົ່ງເສີມ ດ້ານຕັ້ງໜ້າຂອງສະມາຊິກພັກ ແຕ່ລະສະຫາຍ ແລະ ແກ້ໄຂ ດ້ານຫຍໍ້ທໍ້ ທີ່ມີຖັນແຖວສະມາຊິກພັກບົນຈິດໃຈບຸກທະລຸທັງ 4 ດ້ານ ເປັນຕົ້ນດ້ານຈິນຕະນາການ ແລະ ແບບແຜນວິທີນຳພາ; ເພີ່ມທະວີວຽກງານພະນັກງານ, ພັກເປັນຜູ້ຮັບຜິດ ຊອບໂດຍກົງຕໍ່ວຽກງານພະນັກງານ, ບັນຫານີ້ໃນມະຕິກອງປະຊຸມໃຫຍ່ພວກສະຫາຍ ຄັ້ງນີ້ ກໍໄດ້ກຳນົດທິດທາງເນື້ອໃນລະອຽດ ຈະແຈ້ງສົມຄວນແລ້ວ, ແຕ່ບັນຫາສຳຄັນແມ່ນ ຄະນະພັກຊຸດໃໝ່ຂອງພວກ ສະຫາຍ ກໍຄືແຕ່ລະຮາກຖານ ພັກຈະສູ້ຊົນຈັດຕັ້ງປະຕິບັດແນວໃດໃຫ້ເກີດ ຜົນເປັນຈິງ ເລີ່ມແຕ່ຂອດຂຶ້ນແຜນກຳນົດ, ຈັດຕັ້ງບຳລຸງ, ກໍ່ສ້າງ, ນຳໃຊ້ ແລະ ຄຸ້ມຄອງຈົນຮອດຂອດ ປະຕິບັດນະໂຍບາຍຕ່າງໆ; ຕ້ອງສຸມໃສ່ສົມທົບກັບຄະນະ ພັກຄະນະນຳແນວລາວສ້າງ ຊາດຢູ່ແຕ່ລະທ້ອງຖິ່ນ ເພື່ອສ້າງພະນັກງານທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ແມ່ນພະນັກງານເພດຍິງ ແລະ ຊົນເຜົ່າ ທີ່ຢູ່ຫ່າງໄກສອກຫຼີກ ຕົ້ນຕໍແມ່ນພະນັກງານສືບທອດ ປ່ຽນແທນຢູ່ແຕ່ລະບ່ອນໃຫ້ມີ ຄວາມຮູ້ຄວາມສາມາດສົມຄູ່ ກັບໜ້າທີ່ການເມືອງ ແລະ ຄວາມຮຽກຮ້ອງຕ້ອງການໃນ ໄລຍະໃໝ່, ຕ້ອງເຄົາລົບ ແລະ ປະຕິບັດຢ່າງຖືກຕ້ອງຕາມຫຼັກ ການນຳພາຂອງພັກຕໍ່ວຽກງານ ພະນັກງານ, ມີການຕີລາຄາ ປະເມີນຜົນ, ມີການທົດສອບ ກັບວຽກງານຕົວຈິງ, ສົ່ງເສີມຜູ້ ທີ່ມີຜົນງານພົ້ນເດັ່ນໃນຂະບວນການຕົວຈິງ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...