spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ພະຈິກ ຫຼືມື້ວາງຈຳໜ່າຍເກມ Final Fantasy IX

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 14 ພະຈິກ ຫຼືມື້ວາງຈຳໜ່າຍເກມ Final Fantasy IX

Published on

ວັນທີ 14 ພະຈິກ ປີ 2000 ຫຼືມື້ນີ້ເມື່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Final Fantasy IX (FF9) ເທິງເຄື່ອງ PS1 ທີ່ປະເທດສະຫະລັດອາເມຣິກາແລະແຄນາດາ. ໂດຍພາກນີ້ໄດ້ຖືກພັດທະນາດ້ວຍແນວຄິດທີ່ເນັ້ນຄວາມຮຽບງ່າຍ ຜ່ານທີມຂອງເກມທີ່ຄ້າຍກັບໂລກຍຸກກາງ ຫຼັງຈາກທີ່ພາກ 6-8 ໄດ້ມີການນຳເທັກໂນໂລຈີດ້ານວິທະຍາສາດເຂົ້າມາເປັນພລ໋ອດຂອງເລື່ອງ. 

ທາງດ້ານ Gameplay ຂອງການປະຈົນໄພໃນພາກ 9 ນີ້ ມີການນຳເອົາ “ມູເກິ້ນ” (Moogle) ມອນສເຕີ້ສີຂາວມີປີກສຸດໜ້າຮັກເຂົ້າມາມີບົດບາດຫຼາຍຂຶ້ນ, ໂດຍໂຕມູເກິ້ນນີ້ຈະໂພ່ມາເປັນຈຸດເຊບທີ່ຜູ້ຫຼິ້ນສາມາດກົດເອີ້ນໃຊ້ໄດ້ທຸກເທື່ອໃນເວລາທີ່ຢູ່ສາກແຜນທີ່ ຫຼືແມ້ແຕ່ໂພ່ມາເປັນໂຕລະຄອນອະທິບາຍວິທີການຫຼິ້ນທົ່ວໄປ (ພຽງກົດປຸ່ມ Select ໃນໜ້າເມນູເວລາເຮົາເລື່ອນເຄີເຊີ້ໄປທີ່ຫົວຂໍ້ຕ່າງໆ). ລວມໄປເຖິງລະບົບ Mognet ທີ່ໃຫ້ຜູ້ຫຼິ້ນເຮັດໜ້າທີ່ບູລຸດໄປສະນີຄອຍສົ່ງເມວໃຫ້ມູເກິ້ນໂຕອື່ນໆ ທີ່ຢູ່ສະຖານທີ່ອື່ນໆທົ່ວໂລກ ແລະຍັງໄດ້ນຳເອົາລະບົບ Active Time Event (ATE) ທີ່ເປັນລະບົບການເບິ່ງເຫດການຂອງໂຕລະຄອນອື່ນທີ່ບໍ່ໄດ້ຢູ່ໃນປາຣ໌ຕີ້ດຽວກັນໃນຕອນນັ້ນແບບ Real-time.

ໃນສ່ວນຂອງການພັດທະນາຄວາມສາມາດໂຕລະຄອນສຳລັບພາກ 9 ຈະເນັ້ນໄປທີ່ຄອນເຊັບຄວາມເຂົ້າເຖິງງ່າຍ ຄື: ອາວຸດຊຸດປ້ອງກັນແຕ່ລະອັນຈະມີສະກິວໃຫ້ຮຽນຮູ້ແຕກຕ່າງກັນໄປ ເຊິ່ງຜູ້ຫຼິ້ນກໍຕ້ອງສວມໃສ່ອາວຸດຊຸດປ້ອງກັນເຫຼົ່ານັ້ນແລ້ວກຳຈັດສັດຕູເພື່ອເກັບຄ່າ AP ມາຕື່ມເກດຈົນເຕັມ ຈຶ່ງຈະສາມາດນຳສະກິວມາໃຊ້ໄດ້ຢ່າງຖາວອນ. 

ທັງນີ້ສະກິວໃນເກມກໍຈະແບ່ງອອກເປັນ 2 ປະເພດໄດ້ແກ່: Active Skill ທີ່ເປັນສະກິວຈຳພວກເວດມົນຫຼືທ່າໄມ້ຕາຍຕ່າງໆທີ່ຕ້ອງກົດໃຊ້ໃນການຕໍ່ສູ້ ແລະ Passive Skill ທີ່ເປັນສະກິວປະເພດເພີ່ມຄວາມສາມາດດ້ານຕ່າງໆຂອງໂຕລະຄອນເຊັ່ນ: ເພີ່ມ HP Max 10%, ປ້ອງກັນການຕິດອາການ Blind (ຕາບອດ) ຫຼື Auto-Haste (ຢູ່ໃນສະຖານະ Haste ຕະຫຼອດເວລາ) ເປັນຕົ້ນ. 

Fact ເລັກນ້ອຍກ່ຽວກັບເກມ Final Fantasy IX

  • FF9 ເວີຊັ່ນຍີ່ປຸ່ນນັ້ນວາງຈຳໜ່າຍມາຕັ້ງແຕ່ຊ່ວງກາງປີ 2000 ແລະສາມາດເຮັດຍອດຂາຍໄດ້ເຖິງ 2.65 ລ້ານຊຸດພາຍໃນປີນັ້ນ ແລະຂຶ້ນເປັນເກມທີ່ມີຍອດຂາຍສູງເປັນອັນດັບ 2 ຂອງປີ 2000 ທັນທີ (ເກມທີ່ໄດ້ອັນດັບ 1 ໃນປີນັ້ນແມ່ນ Dragon Quest VII ທີ່ວາງຈຳໜ່າຍເທິງເຄື່ອງ PS1 ຄືກັນ), ເຖິງວ່າຈະເປັນເກມທີ່ມີຍອດຂາຍດີໃນຊ່ວງເວລານັ້ນ ແຕ່ເມື່ອນັບຍອດຂາຍລວມແລ້ວ ພັດໜ້ອຍກວ່າ FF7 ແລະ FF8. ໃນທີ່ສຸດຍອດຂາຍລວມຂອງພາກ 9 ກໍໄປຢຸດຢູ່ທີ່ປະມານ 5.3 ລ້ານຊຸດທົ່ວໂລກ (ນັບຮອດວັນທີ 31 ມີນາ ປີ 2003)

  • ເຖິງວ່າຍອດຂາຍອາດຈະສູ້ພາກຍອດນິຍົມແບບພາກ 7 ບໍ່ໄດ້, ແຕ່ເຊື່ອບໍ່ວ່າ FF9 ພັດເປັນພາກທີ່ໄດ້ຄະແນນສະເລ່ຍຈາກທຸກສຳນັກຂ່າວເກມທົ່ວໂລກສູງເຖິງ 93% ແລະເປັນອັນດັບທີ 2 ຮອງຈາກ FF6 ທີ່ເຄີຍລົງໃຫ້ກັບເຄື່ອງ Super Famicom ເມື່ອປີ 1994 ພຽງພາກດຽວເທົ່ານັ້ນ, ໂດຍຫຼາຍໆສຳນັກໃຫ້ຄວາມເຫັນໄປໃນທາງດຽວກັນວ່າຈຸດເດັ່ນຂອງພາກນີ້ແມ່ນ “ເນື້ອເລື່ອງ” ທີ່ມີຄວາມເລິກເຊິ່ງ, ໜ້າຕິດຕາມ ອີກທັງໂຕລະຄອນທຸກໂຕຕ່າງມີທີ່ມາທີ່ໄປເປັນຕາສົນໃຈ ມີການພັດທະນາຄວາມສຳພັນແລະຄວາມຄິດຕາມເນື້ອເລື່ອງທີ່ດຳເນີນໄປ ພ້ອມທັງແຝງແງ່ຄິດຜ່ານບົດສົນທະນາຂອງໂຕລະຄອນໄດ້ເປັນຢ່າງດີ ຖືວ່າເປັນຈຸດແຂງທີ່ໂດດເດັ່ນຂອງພາກນີ້ເລີຍ. 

  • ໃນຊ່ວງມື້ວາງຈຳໜ່າຍ FF9 ທີ່ຍີ່ປຸ່ນ ທາງຄ້າຍ Squaresoft ທີ່ຕອນນັ້ນຍັງບໍ່ຄວບລວມກັບບໍລິສັດ Enix ໄດ້ຕັດສິນໃຈປ່ຽນມື້ວາງຈຳໜ່າຍຂອງ FF9 ກະທັນຫັນ ເພື່ອຫຼີກລ່ຽງການວາງຈຳໜ່າຍຕຳກັບ Dragon Quest VII ທີ່ຂາຍໃນຊ່ວງເວລາໄລ່ເລ່ຍກັນ ເຊິ່ງບ່ອນນີ້ເປັນທີ່ຮູ້ກັນດີວ່າຊີຣີ Dragon Quest ນັ້ນເປັນຄືເກມລະດັບວາລະແຫ່ງຊາດຂອງເກມເມີ້ຊາວຍີ່ປຸ່ນກະເຈົ້າ ເຖິງຂະໜາດທີ່ວ່າທາງການຍີ່ປຸ່ນຕ້ອງຂໍຮ້ອງໃຫ້ຄ້າຍເກມ Enix ວ່າຢ່າວາງຈຳໜ່າຍເກມ Dragon Quest ຖືກກັບມື້ທຳມະດາ ເພາະຢ້ານວ່າຄົນຍີ່ປຸ່ນຈະແຫ່ກັນຢຸດວຽກເພື່ອມາຊື້ເກມນີ້ຈົນສະເທືອນເຖິງລະບົບເສດຖະກິດຂອງຍີ່ປຸ່ນເລີຍ. 

  • ເພງຮ້ອງປະຈຳຂອງພາກນີ້ມີຊື່ວ່າ Melodies of Life ເຊິ່ງຮ້ອງໂດຍ ຊິຣາໂທຣິ ເອມິໂກະ (Shiratori Emiko) ແລະມີການປະພັນເນື້ອຮ້ອງຂອງເພງນີ້ທັງແບບເວີຊັ່ນພາສາຍີ່ປຸ່ນແລະພາສາອັງກິດ ເຊິ່ງທຳນອງຂອງເພງນີ້ເປັນທຳນອງດຽວກັບເພງ Crossing Those Hills ທີ່ເປັນເພງບັນເລງຕອນຢູ່ເທິງສາກແຜນທີ່ນັ້ນເອງ. 

  • ຫາກຜູ້ຫຼິ້ນຖ້າເບິ່ງສາກຈົບຈົນຂຶ້ນຄຳວ່າ The End ຮຽບຮ້ອຍແລ້ວ ໃຫ້ລອງກົດປຸ່ມ R2, L1, R2, R2, ເທິງ, ຄູນ, ຂວາ, ວົງມົນ, ລຸ່ມ, ສາມຫຼ່ຽມ, L2, R1, R2, L1, ສີ່ຫຼ່ຽມ, ສີ່ຫຼ່ຽມ ແລະ Start ກໍຈະສາມາດຫຼິ້ນມິນິເກມ Blackjack ໄດ້. 

  • ສຳລັບເວີຊັ່ນ PS1 ຫຼັງຈາກເຮົາດຳເນີນເນື້ອເລື່ອງໄປຈົນຮອດຊ່ວງທີ່ໂລກ Terra ຖືກທຳລາຍແລ້ວ ແລະເຂົ້າສູ່ເນື້ອເລື່ອງໃນແຜ່ນທີ 4 ໃຫ້ເຮົາໄປແຂ່ງປະມູນເພື່ອເອົາຄີໄອເທັມທີ່ມີຊື່ວ່າ: Doga’s Artifact ກັບ Une’s Mirror ມາໄວ້ຄອບຄອງກ່ອນ, ຈາກນັ້ນກໍກັບໄປທີ່ໝູ່ບ້ານ Black Mage ແລ້ວສຳຫຼວດເຄື່ອງ Gramophone ທີ່ຢູ່ພາຍໃນໂຮງແຮມຂອງໝູ່ບ້ານດັ່ງກ່າວ ພໍສຳຫຼວດປຸບສຽງເພງຈະປ່ຽນເປັນເມໂລດີ້ຈາກເກມ Final Fantasy III ເວີຊັ່ນພາສາຍີ່ປຸ່ນ ແລະເພງທີ່ເວົ້ານີ້ຈະບັນເລງໄປເລື້ອຍໆຈົນກວ່າເຮົາຈະອອກຈາກໝູ່ບ້ານນີ້. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....