spot_img
Homeຂ່າວຕ່າງປະເທດຈີນ ສົ່ງດາວທຽມສຳຫຼວດ ສິ່ງແວດລ້ອມ

ຈີນ ສົ່ງດາວທຽມສຳຫຼວດ ສິ່ງແວດລ້ອມ

Published on

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທາງການ​ຈີນ​ປະສົບ​ຄວາມ​ສຳ​ເລັດ ​ໃນ​ການ​ສົ່ງ​ລູກ​ສອນ​ໄຟ​ປ່ອຍ​ດາວ​ທຽມ​ອີກ​ເທື່ອ​ໜຶ່ງ ​ໃນ​ວັນ​ທີ 12 ພະຈິກ​ທີ່​ຜ່ານ​ມາ ເມື່ອ​ລູກ​ສອນ​ໄຟ“ລອງ​ມາ​ຊ-2ດີ” ​ໄດ້​ຖືກ​ຍິງ​ຂຶ້ນ​ຈາກ​ຖານ​ປ່ອຍ​ດາວ​ທຽມ​ຈິ້ວ​ກວນ ໃນ​ມົນທົນ​ການ​ຊູ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ເພື່ອ​ນຳ​ດາວ​ທຽມ“ຫຍຸນ​ໄຫ່-1” ຂຶ້ນ​ສູ່​ວົງ​ໂຄຈອນ​ດາວ​ທຽມຊຶ່ງ​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ກວດ​ຈັບ​ສະພາບ​ແວດ​ລ້ອມ ​ແລະ ສະພາບ​ອາກາດປ້ອງ​ກັນ​ຫຼື​ຫຼຸດ​ຄວາມ​​ເສຍ​ຫາຍ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ​ເພື່ອ​ທົດ​ລອງ​ທາງ​ວິທະຍາສາດ.

ທັງ​ນີ້​ລູກ​ສອນ​ໄຟ ​ແລະ ດາວ​ທຽມ​ໄດ້​ຮັບ​ການ​ອອກ​ແບບ ​ແລະ ຜະລິດ​ໂດຍ​ສະ​ຖາ​ບັນ​ຊຽງ​ໄຮ້​ ແຫ່ງ​ເຕັກ​ໂນ​ໂລ​ຊີ​ການ​ເດີນທາງ​ ດ້ວຍ​ຍານ​ອະວະກາດພາຍ​ໃຕ້​ ການ​ຄວບ​ຄຸມ​ຂອງ​ບໍລິສັດ​ໄຊ​ນ່າ ​ແອ​ໂຣ່ສ​ເປ​ຊ ​ໄຊ​ແອນ ​ແອນ ​ເຕັກ​ໂນ​ໂລ​ຊີ ຄໍ​ປໍ​ເຣຊັນ​ຂອງ​ລັດຖະບານ​ຈີນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...