Homeສຸຂະພາບ ແລະ ສີ່ງແວດລ້ອມ8 ວິທີຫຼຸດກິ່ນປາກແບບໄດ້ຜົນທີ່ສຸດ

8 ວິທີຫຼຸດກິ່ນປາກແບບໄດ້ຜົນທີ່ສຸດ

Published on

ເລື່ອງກິ່ນປາກ ຈະລົບກວນທຸກຄົນທຸກເພດໄວ ເຖິງແມ່ນຈະຮັກສາສຸຂະພາບຫຼາຍປານໃດກໍຕາມ, ຖ້າກິ່ນປາກເກີດຈາກອາຫານທີ່ຫາກໍ່ກິນເຂົ້າໄປ ກໍສາມາດແກ້ໄຂໄດ້ ແຕ່ຖ້າກິ່ນປາກຕິດດົນນານ ຕ້ອງຫາສາເຫດເພື່ອປ້ອງກັນ, ມື້ນີ້ເຮົາມີວິທີທີ່ຈະມາແນະນຳໃຫ້ທຸກຄົນໄດ້ຮູ້ຈັກນຳກັນ

  1. ກິນນໍ້າໃຫ້ຫຼາຍໆ ເພາະນໍ້າຈະເຮັດໜ້າທີ່ກຳຈັດແບັກທີເລຍ ທີ່ເປັນສາເຫດໜຶ່ງຂອງບັນຫາກິ່ນປາກ ທີ່ອອກມານຳນໍ້າລາຍ
  2. ຢ່າໃຫ້ປາກແຫ້ງ ຈົງຈື່ໄວ້ວ່າ ຄວາມເຂັ້ມຂຸ້ນ ຂອງຈຳນວນແບັກທີເລຍ ທີ່ມີໃນປາກ ທີ່ເພີ່ມຂຶ້ນເມື່ອປາກເຮົາແຫ້ງ ແລ້ວກໍຈະເຮັດໃຫ້ມີກິ່ນປາກໄດ້ງ່າຍ
  3. ພະຍາຍາມຖູແຂ້ວທຸກຄັ້ງຫຼັງຈາກກິນອາຫານສຳເລັດ ຄືບໍລິເວນດ້ານເທິງຂອງລີ້ນ ເຊິ່ງເປັນທີ່ຢູ່ອາໄສ ເາພະເຊື້ອແບັກທີເລຍ ຈຳນວນຫຼາຍ ດັ່ງນັ້ນ ການຖູແຂ້ວ ກໍຢ່າລືມຖູລີ້ນນຳ
  4. ຕ້ອງໃຊ້ໄໝຂັດແຂ້ວມື້ລະ 2-3 ຄັ້ງ ເພາະມີຄວາມສໍາຄັນ ແລະຈໍາເປັນເທົ່າກັບການຖູແຂ້ວ
  5. ຫຼັງຈາກກິນອາຫານສຳເລັດ ຖ້າບໍ່ສະດວກທີ່ຈະຖູແຂ້ວ ກໍຄວກບ້ວນປາກດ້ວຍນໍ້າ ຈະເປັນການດີທີ່ສຸດ
  6. ຫຍໍ້າຜັກຫອມເປ ຫຼັງຈາກກິນອາຫານແລ້ວ ເພາະຈະເຮັດໃຫ້ຮູ້ສຶກສົດຊື່ນ ແລະບໍ່ມີກິ່ນປາກ
  7. ບໍ່ກິນອາຫານ ຫຼືເຄື່ອງດື່ມທີ່ມີກິ່ນແຮງເຊັ່ນ: ກະທຽມ, ພິກໄທ, ກາເຟ
  8. ບໍ່ຄວນສູບຢາ ເພາະຈະເຮັດໃຫ້ປາກເໝັນຍ້ອນກິ່ນຢາສູບໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...