Homeຂ່າວເຫດການສຳນັກງານນາຍົກ ມອບໂອນ 4 ວຽກ ໃຫ້ກະຊວງກ່ຽວຂ້ອງຮັບຜິດຊອບ

ສຳນັກງານນາຍົກ ມອບໂອນ 4 ວຽກ ໃຫ້ກະຊວງກ່ຽວຂ້ອງຮັບຜິດຊອບ

Published on

ວັນທີ 11ພະຈິກຜ່ານມານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີມອບໂອນວຽກບັນດາ ຄະນະກໍາມະການທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກໃນເມື່ອກ່ອນ ໄປຂຶ້ນກັບພາກສ່ວນທີ່ກ່ຽວຂ້ອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.
ໃນການມອບໂອນວຽກຄັ້ງນີ້ ປະກອບມີ: ອົງການກາແດງລາວ ແລະ ຄະນະຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄປຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກອງເລຂາຄະນະກຳມາທິການແຫ່ງຊາດເພື່ອແມ່ ແລະ ເດັກ ແລະ ກອງເລຂາຄະນະກຳມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ໄປຂຶ້ນກັບສູນກາງສະຫະພັນແມ່ຍິງລາວ, ໃນນັ້ນ, ໄດ້ມອບວຽກງານທັງໝົດ ນັບທັງບັນຊີພະນັກງານ, ສະມາຊິກພັກ ແລະລັດຖະກອນລວມທັງຊັບສິນຕ່າງໆ ເປັນຕົ້ນພາຫະນະຮັບໃຊ້, ງົບປະມານ, ຊັບສົມບັດ, ອຸປະກອນ, ເຄື່ອງໃຊ້ຫ້ອງການ ແລະອື່ນໆ.

ທັງນີ້ກໍ່ເພື່ອເຮັດໃຫ້ອົງການບໍລິຫານລັດມີຄວາມໜັກແໜ້ນເຂັ້ມແຂງ ແຕ່ສູນກາງຮອດທ້ອງຖິ່ນຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວຄ່ອງຕົວ, ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນ, ເຊິ່ງການມອບໂອນດັ່ງກ່າວ, ແມ່ນປະຕິບັດຕາມການຊີ້ນຳຂອງຂັ້ນເທິງກໍ່ຄືກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກກ່ຽວກັບທິດທາງແຜນການປັບປຸງສັບຊ້ອນບາງວຽກງານຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມມະຕິຕົກລົງຂອງກອງປະຊຸມລັດຖະບານປະຈຳເດືອນພຶດສະພາ 2016.
ທ່ານ ເພັດ ພົມພິພັກ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວລວມທັງ ໝາກຜົນຈາກການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາຄະນະກຳມະການທີ່ຖືກມອບໂອນ ພ້ອມທັງກ່າວມອບໂອນບັນດາວຽກ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ. ຫຼັງຈາກນັ້ນ, ທ່ານປະທານສູນກາງສະຫະພັນແມ່ຍິງລາວໄດ້ຕາງໜ້າໃຫ້ສູນກາງສະຫະພັນແມ່ຍິງລາວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ຂຶ້ນກ່າວຮັບເອົາວຽກທີ່ໄດ້ຮັບການມອບໂອນມາຂຶ້ນກັບພາກ ສ່ວນຂອງຕົນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາວຽກງານທີ່ພັກ-ລັດຖະບານ ກໍຄືປະເທດຊາດ ແລະປະຊາຊົນມອບໝາຍໃຫ້ ໃນຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍຕາມແນວທາງຂອງພັກ, ນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ສູນກາງສະຫະພັນແມ່ຍິງ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄືພາກສ່ວນທີ່ກ່ຽວຂ້ອງ ກັບວຽກງານທີ່ໄດ້ຮັບການມອບໂອນໃນຄັ້ງນີ້ ຈົ່ງເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ຮີບຮ້ອນປັບປຸງນິຕິກຳຕ່າງໆກ່ຽວຂ້ອງກັບການຈັດຕັ້ງ ແລະການເຄື່ອນໄຫວວຽກງານຂອງຕົນ ໃຫ້ສຳເລັດໂດຍໄວ ທັງນີ້ກໍ່ເພື່ອຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ປະຕິບັດຕາມຫຼັກການຂອງພັກ ແລະລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ໂດຍສະເພາະລະບອບແບບແຜນວິທີເຮັດວຽກ, ກົນໄກການຈັດຕັ້ງປະຕິບັດວຽກງານ ໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຕົວຈິງໃນປະຈຸບັນກໍ່ຄືອະນາຄົດໃຫ້ໄດ້ຮັບຜົນດີ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...