spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຢູ່ນິວຊີແລນ 7.8 ຣິກເຕີ ມີຜູ້ເສຍຊີວິດແລ້ວ 2 ຄົນ

ແຜ່ນດິນໄຫວຢູ່ນິວຊີແລນ 7.8 ຣິກເຕີ ມີຜູ້ເສຍຊີວິດແລ້ວ 2 ຄົນ

Published on

ອີງຕາມການລາຍງານຈາກສຳຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກນີ້ວ່າ ເກີດເຫດແຜ່ນດິນໄຫວຢູ່ນິວຊີແລນ ແທກໄດ້ 7.8 ຣິກເຕີ, ໃນເວລາປະມານທ່ຽງຄືນຜ່ານມາ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2​ ຄົນ, ໃນຕອນນີ້ເຈົ້າໜ້າທີ່ກຳລັງຂຸ້ຽວຊອກຫາຜູ້ເສຍຊີວິດອີກ ເຊິ່ງຄາດວ່າມີຜູ້ເສຍຊີວິດຫຼາຍກວ່ານີ້, ດຽວນີ້ ປະຊາຊົນ ທີ່ໄດ້ຢູ່ໃກ້ກັບແຄມຝັ່ງ ໄດ້ຮັບຄຳເຕືອນໃຫ້ລະວັງ ສຶນາມິ

ເຫດແຜ່ນດິນໄຫວໃນຄັ້ງນີ້ ມີຄວາມເລິກປະມານ 23 ກິໂລແມັດ, ຢູ່ໃນໝູ່ບ້ານທີ່ຫ່າງໄກສອກຫຼີກ ຫ່າງຈາກເມືອງແອມເບີລີ ໄປທາງທິດຕາເວັນອອກສ່ຽງເໜືອປະມານ 53 ກິໂລແມັດ ແລະຫ່າງຈາກເມືອງ ໄຄຣເຊີ ປະມານ 95 ກິໂລແມັດ

%e0%ba%99%e0%ba%b4%e0%ba%a7%e0%ba%8a%e0%ba%b5%e0%bb%81%e0%ba%a5%e0%ba%991%e0%ba%99%e0%ba%b4%e0%ba%a7%e0%ba%8a%e0%ba%b5%e0%bb%81%e0%ba%a5%e0%ba%99%e0%ba%99

ນາຍົກລັດຖະມົນຕີ ຈອນ ຢືນຢັນວ່າ ຈຳນວນຜູ້ເສຍຊີວິດມີ 2 ຄົນ, ແຕ່ອາດມີຫຼາຍກວ່ານັ້ນ ເນື່ອງຈາກຂະນະນີ້ ບໍ່ທັນສາມາດສະຫຼຸບຄວາມເສຍຫາຍທີ່ເກີດຂຶ້ນ ເພາະການຕິດຕໍ່ສື່ສານຍາກລຳບາກ ເຊິ່ງທາງການໄດ້ສົ່ງຍົນເຮລິຄອບເຕີ ຂຶ້ນບິນສຳຫຼວດຄວາມເສຍຫາຍທີ່ເກີດຂຶ້ນ

ຫຼັງຈາກເກີດເຫດແຜ່ນດິນໄຫວ ມີການລາຍງານ ການເກີດສຶນາມິ ດ້ວຍຄວາມສູງ 2​ແມັດ, ໄດ້ເຂົ້າແຄມຝັ່ງ ຕາເວັນອອກສ່ຽງເໜືອ ຂອງເກາະໃຕ້ ໃນປະເທດນິວຊີແລນ, ທາງເຈົ້າໜ້າທີ່ ໄດ້ອົບພະຍົບປະຊາຊົນ ທີ່ອາໄສຢູ່ຕາມແຄມຝັ່ງ ໃຫ້ອອກຈາກບ້ານເຮືອນດັ່ງກ່າວຊົ່ວຄາວ ເພື່ອຄວາມປອດໄພ

 

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...