Homeຂ່າວຕ່າງປະເທດເກົາຫຼີໃຕ້ ຫຼາຍແສນຄົນ ໄດ້ພາກັນປະທ້ວງໃຫ້ “ປະທານາທິບໍດີ” ລາອອກຈາກຕຳແໜ່ງ

ເກົາຫຼີໃຕ້ ຫຼາຍແສນຄົນ ໄດ້ພາກັນປະທ້ວງໃຫ້ “ປະທານາທິບໍດີ” ລາອອກຈາກຕຳແໜ່ງ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ພະຈິກຜ່ານມານີ້ວ່າ ກຸ່ມຜູ້ປະທ້ວງຄົນເກົາຫຼີໃຕ້ ເປັນແສນຄົນໄດ້ອອກມາຮວມໂຕກັນ ໃນໃຈກາງກາງກຸງໂຊນ ເມືອງຫຼວງຂອງປະເທດ ເພື່ອຮຽກຮ້ອງ ແລະຂັບໄລ່ ທ່ານນາງ ປາກກຶນເຮ ປະທານາທິບໍດີຂອງປະເທດ ໃຫ້ລາອອກຈາກຕຳແໜ່ງ ຫຼັງເກີດເລື່ອງທີ່ບໍ່ດີເກີດຂຶ້ນຫຼາຍຢ່າງ ນັບວ່າເປັນການປະທ້ວງຄັ້ງຍິ່ງໃຫຍ່ທີ່ສຸດໃນຮອບຫຼາຍສິບປີ

%e0%ba%84%e0%ba%bb%e0%ba%99%e0%bb%80%e0%ba%81%e0%ba%bb%e0%ba%b2%e0%ba%ab%e0%ba%bc%e0%ba%b5

%e0%bb%80%e0%ba%81%e0%ba%bb%e0%ba%b2%e0%ba%ab%e0%ba%bc%e0%ba%b5%e0%bb%83%e0%ba%95%e0%bb%89%e0%bb%89

ຕາມການລາຍງານ ໄດ້ບອກວ່າ ບັນຍາກາດໃຈກາງກຸງໂຊນ ແມ່ນມີປະຊາຊົນຈຳນວນຫຼາຍແສນຄົນ ທີ່ໄດ້ກໍພ້ອມກັນອອກມາປະທ້ວງຕໍ່ຕ້ານລັດຖະບານ ແລະຕ້ອງການໃຫ້ ທ່ານນາງ ປາກກຶນເຮ ຜູ້ນຳຂອງປະເທດ ໃຫ້ລາອອກຈາກຕຳແໜ່ງ ປະທານາທິບໍດີ, ໃນມື້ນັ້ນ ເປັນວັນພັກວຽກ ຈຶ່ງເຮັດໃຫ້ມີປະຊາຊົນຈຳນວນຫຼາຍ ມາຮ່ວມຊຸມນຸມໃນຄັ້ງນີ້, ມີກໍາລັງເຈົ້າໜ້າທີ່ຕໍາຫຼວດມາປ້ອງກັນ 30.000 ຄົນ ເພື່ອບໍ່ໃຫ້ເກີດອັນຕະລາຍຂຶ້ນ. ກຸ່ມຜູ້ປະທ້ວງ ຕ່າງພາກັນຮ້ອງຂັບໄລ່ຜູ້ນຳປະເທດ ພ້ອມທັງຊູປ້າຍປະທ້ວງ ແລະຫຸ່ນເຊີດຕ່າງໆຂຶ້ນ.

%e0%ba%84%e0%ba%bb%e0%ba%99%e0%bb%80%e0%ba%81%e0%ba%bb%e0%ba%b2%e0%ba%ab%e0%ba%bc%e0%ba%b5%e0%ba%b5

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...