spot_img
Homeຂ່າວຕ່າງປະເທດຊາວມຽນມາແຕກຕື່ນມາເບິ່ງທ່ອນເຫຼັກປິດສະໜາຂະໜາດໃຫຍ່ຕົກລົງມາຈາກຟ້າ

ຊາວມຽນມາແຕກຕື່ນມາເບິ່ງທ່ອນເຫຼັກປິດສະໜາຂະໜາດໃຫຍ່ຕົກລົງມາຈາກຟ້າ

Published on

ສຳນັກຂ່າວ ບີບີຊີ ລາຍງານວ່າ ເມື່ອວັນທີ 11 ພະຈິກ ທີ່ຜ່ານມາ ເກີດມີທ່ອນເຫຼັກປິດສະໜາຂະໜາດໃຫຍ່ຕົກລົງມາຈາກຟ້າ ລົງສູ່ພື້ນດິນທີ່ເໝືອງຢົກແຫ່ງໜຶ່ງ ທາງພາກເໜືອຂອງມຽນມາ ເບື້ອງຕົ້ນຄາດວ່າມັນອາດເປັນສິ້ນສ່ວນດາວທຽມ, ທໍ່ຈະຫຼວດ,​ ​ເຮືອບິນ ຫຼື ຂີປະນາວຸດ

ຊາວບ້ານທີ່ຢູ່ທີ່ບໍລິເວນນັ້ນໄດ້ເລົ່າວ່າ ພວກເຂົາໄດ້ຍິນສຽງດັງສະນັ່ນກ່ອນວັດຖຸດັ່ງກ່າວຕົກລົງສູ່ພື້ນ ໃນຕອນທີ່ມັນກະແທກລົງສູ່ພື້ນດິນນັ້ນມັນໄດ້ເດັ້ງຂຶ້ນຟ້າປະມານ 50 ແມັດ ແລ້ວກໍ່ຕົກລົງສູ່ພື້ນຕົມຂອງເໝືອງ

ປົກກະຕິແລ້ວແຕ່ລະທ່ອນຂອງຈະຫຼວດມັກຈະຕົກລົງທະເລບ່ອນບໍ່ມີຄົນຢູ່ອາໃສ ເຊິ່ງໃນຕອນນີ້ທາງລັດຖະບາຂອງລັດ ກະຈິນ ເຜີຍວ່າຍັງບໍ່ສາມາດລະບຸໄດ້ວ່າວັດຖຸປິດສະໜານີ້ຄືຫຍັງກັນແທ້

 

ຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9590000113026
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...