spot_img
Homeຂ່າວທ້ອງຖິ່ນໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ 3 ເມືອງປາກເຊ ຄືບໜ້າແລ້ວກ່ວາ 10%

ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ 3 ເມືອງປາກເຊ ຄືບໜ້າແລ້ວກ່ວາ 10%

Published on

Capture

 

ພາຍ­ຫຼັງ​ທີ່​ໄດ້​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ເປັນ​ເວ­ລາ​ເກືອບ​ເຄິ່ງ​ປີ ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ​ເຊໂດນ 3 ທີ່​ເມືອງ​ປາກ​ເຊ

ແຂວງຈຳ­ປາ​ສັກ ກໍ​ມີ​ຄວາມ​ຄືບ​ໜ້າ​ແລ້ວ​ກວ່າ 10% ປະ­ຈຸ​ບັນ​ແມ່ນ​ກຳລັງ​ເລັ່ງ​ມື​ໃສ່​ການ​ຖອກ​ເບ​ຕົງ​ເສົາ​ໃຫຍ່,

ນ້ອຍ ແລະ ຕັດ​ເສົາ​ຂົວເກົ່າ​ຖິ້ມ.

 

ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ​ເຊ​ໂດນ 3 ທີ່​ເມືອງ​ປາກ​ເຊ ແຂວງຈຳ­ປາ​ສັກ, ແມ່ນ​ອີກ​ໂຄງ­ການ​ທີ່​ສຳ­ຄັນ​ຂອງ​ລັດ­ຖະ

­ບານ, ສະ­ເພາະແມ່ນ​ແຂວງ​ຈຳ­ປາ​ສັກ​ທີ່​ໄດ້​ຕັດ­ສິນ​ໃຈ​ລົງ­ທຶນ​ເຂົ້າ​ໃສ່​ໃນ​ການ​ກໍ່ສ້າງ ແນ­ໃສ່​ຮັບ­ປະ­ກັນ​ຫຼາຍ​ເງື່ອນ­ໄຂ​

ໃນພາຍ​ພາກ​ໜ້າ​ ເປັນ­ຕົ້ນ​ແມ່ນ​ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ສັນ­ຈອນ​ໄປ​ມາຂອງ​ປະ­ຊາ­ຊົນ, ຊຶ່ງ​ໂຄງ

­ການ​ດັ່ງ­ກ່າວ​ແມ່ນ​ບໍ­ລິ­ສັດ​ລາວ​ເວີນ ເປັນຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100% ໃນ​ມູນ​ຄ່າ​ທັງ​ໝົດປະ­ມານ

14 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນ​ກຳ­ນົດ​ເວ­ລາ​ການ​ກໍ່ສ້າງ​ຕາມ​ສັນ­ຍາ 30 ເດືອນ​ໃຫ້​ສຳ­ເລັດ ແລະ ໂຄງ­ການ​ດັ່ງ­

ກ່າວໄດ້ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ກາງ​ເດືອນ​ ກຸມ­ພາ 2014 ເປັນ­ຕົ້ນມາ ຊຶ່ງ​ເປັນ​ຂົວ​ເບ​ຕົງ 4 ເລນ, ກວ້າງ

17 ແມັດ, ປະ­ກອບ​ດ້ວຍ​ທາງຍ່າງ​ທັງ​ສອງ​ເບື້ອງ ແລະ ມີ​ໄຟ­ຟ້າ​ເຍືອງ​ທາງ​ຄົບ​ຊຸດ.

ຕາມ​ການ​ເປີດ­ເຜີຍ​ຂອງ ທ່ານ ບຸນທະ­ວີ ວິ​ສຸດ­ທິ​ວົງ ຫົວ­ໜ້າ​ໂຄງ­ການ​ກໍ່ສ້າງ​ຂົວ​ດັ່ງ­ກ່າວ​ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມາ​ນີ້ວ່າ:

ເຖິງ​ການ​ກໍ່­ສ້າງ​ໄລ­ຍະ​ນີ້​ຈະ​ເປັນຍາມ​ຝົນ​ເຮັດ​ໃຫ້​ມີ​ອຸ­ປະ­ສັກ​ຫລາຍ​ຢ່າງ ໂດຍ​ສະ­ເພາະ​ແມ່ນ​ບັນ­ຫາ​ກະ­ແສ­ນ້ຳ​ທີ່ໄຫຼ

​ແຮງເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ­ຍາກ​ໃນການ​ກໍ່­ສ້າງ, ແຕ່​ຍ້ອນ​ນັກ­ວິ­ຊາ­ການ ແລະ ພະ­ນັກ­ງານ​ຂອງ​ບໍ­ລິ­ສັດ​ມີ​ຄວາມ​ຊຳ

ນານ​ງານ ແລະ ມີ​ປະ­ສົບ​ການ​ສູງ​ສາມາດ​ເຮັດ​ໜ້າ­ທີ່​ຂອງ​ຕົນ​ໄດ້​ຢ່າງ​ສະ​ໝ່ຳສະ­ເໝີ, ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ການ​ກໍ່­

ສ້າງແມ່ນ​ສາ­ມາດ​ປະ­ຕິ­ບັດ​ໄດ້​ແລ້ວ 14%, ໃນ​ນັ້ນ ແມ່ນ​ໄດ້​ຖອກ​ເສົາ​ໃຫຍ່​ກາງ​ນ້ຳສອງ​ເສົາ​ເກືອບ​ສຳ­ເລັດ 100%

ຍັງ​ເຫຼືອພຽງ​ຫົວ​ເສົາ​ເບື້ອງ​ເທີງ​ເທົ່າ​ນັ້ນ ແລະ ປະ­ຈຸ​ບັນ​ແມ່ນ​ກຳ­ລັງ​ສືບ­ຕໍ່​ໃສ່​ໜ້າ​ວຽກດັ່ງ­ກ່າວ ພ້ອມ​ທັງ​ເລັ່ງ​ມື​ໃສ່​

ການ​ຖອກເສົາ​ນ້ອຍ​ທັງ​ສອງ​ຝັ່ງ​ນ້ຳ ແລະ ກຳ­ລັງລົງ­ມື​ໃສ່​ໃນ​ການ​ຕັດ​ເສົາ​ຂົວ​ເກົ່າ​ອອກ ຊຶ່ງ​ຄາດ​ວ່າ​ໝົດ​ລະ­ດູ­ຝົນ​ນີ້

​ໃຫ້​ສຳ­ເລັດ ແລະ ຄາດ​ວ່າ​ໂຄງ­ການ​ດັ່ງ­ກ່າວ​ຈະ​ສຳເລັດ​ຕາມ​ແຜນ­ການ​ຢ່າງ​ແນ່­ນອນ.

ຢ່າງ­ໃດ​ກໍ​ຕາມ ສືບ​ເນື່ອງ​ມາ​ຈາກສະ­ພາບ​ການ​ສັນ­ຈອນ​ໃນ​ປະ­ຈຸ​ບັນ​ແມ່ນຜ່ານ​ຂົວ​ເຊ​ໂດນ 2 ຜູ້​ທີ່​ມີ​ຈຸດ­ປະ­ສົງ​ຈາກ

ປາກ​ເຊຫາທ່າ​ຫີນ, ລົດ​ໃຫຍ່​ແມ່ນ​ສາມາດ​ສັນ­ຈອນ​ຕາມ​ເສັ້ນ­ທາງ ແລະ ລົດນ້ອຍ ຫຼື ລົດ​ເບົາ ແມ່ນ​ສາ­ມາດ​ໄປ​ທາງ

ຕັດ​ຈາກ​ປ້ອມ​ຕຳ­ຫຼວດ​ຈະ­ລາ­ຈອນ, ແຕ່​ປະ­ຈຸ​ບັນ​ຍ້ອນ​ສະ­ພາບ​ທາງ​ເກິດ​ເປ່​ເພໜັກ​ການ​ສັນ­ຈອນ​ເປັນ​ອຳ­ມະ­ພາດ​

ໃນບາງ​ມື້, ໂດຍ​ສະ­ເພາະ​ແມ່ນ​ຍາມ​ຝົນ­ຕົກ, ດັ່ງ­ນັ້ນ​ປະ­ຊາ­ຊົນ​ຈີ່ງ​ຮຽກ­ຮ້ອງ​ເຖີງ​ບໍ​ລິສັດ​ທີ່​ຮັບ​ເໝົາ​ກໍ່­ສ້າງ​ຄືບໍ­ລິ­ສັດ​

ລາວ​ເວີນ ເພື່ອ​ຊ່ວຍ​ສ້ອມ­ແປງ​ໃຫ້­ການ​ສັນ­ຈອນສະ­ດວກ​ຂຶ້ນ ທັງ​ນີ້​ກໍ​ເພື່ອ​ຫຼຸດ­ຜ່ອນ​ອຸ­ບັດເຫດ​ຕາມ​ຖະ­ໜົນ.

ທີ່ມາ: http://www.sedthakid.la/khao/19778.spc

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...