spot_img
Homeຂ່າວຕ່າງປະເທດໝໍຈີນສຸດເກັ່ງ! ປູກຖ່າຍໃບຫູທຽມໄວ້ເທິງແຂນຄົນເຈັບໄດ້ສຳເລັດ

ໝໍຈີນສຸດເກັ່ງ! ປູກຖ່າຍໃບຫູທຽມໄວ້ເທິງແຂນຄົນເຈັບໄດ້ສຳເລັດ

Published on

ສຳນັກຂ່າວປະເທດຈີນລາຍງານວ່າ ສາດສະດາຈານ ກົວຊູ່ຈົງ ແລະທີມແພດໝໍ ໂຮງໝໍໃນມະຫາວິທະຍາໄລຈຽວທົງ ເມືອງຊີອານ ໄດ້ປະສົບຄວາມສຳເລັດໃນການຜ່າຕັດຕໍ່ໃບຫູທຽມ ໃຫ້ກັບຄົນເຈັບທີ່ປະສົບອຸປະຕິເຫດທາງລົດຍົນ ເມື່ອ 1 ປີກ່ອນ ຈົນຫູເບື້ອງຫວາຂາດ ໄດ້ຮັບຄວາມເສຍຫາຍຢ່າງແຮງ ເຮັດໃຫ້ມີບັນຫາໃນການໃຊ້ຊີວິດ

ດັ່ງນັ້ນ, ທາງທີມແພດໝໍ ຈຶ່ງໄດ້ໃຊ້ກະດູກອ່ອນບໍລິເວນກະດູກຂ້າງ ຂອງຄົນເຈັບ ມາສ້າງເປັນໂຄງຫູ ແລ້ວຝັງໂຄງໃບຫູນັ້ນລົງໄປເທິງແຂນຂອງຄົນເຈັບ ເພື່ອໃຫ້ຜິວໜັງຖືກສ້າງຂຶ້ນມາ ໃຫ້ມີລັກສະນະໃກ້ຄຽງກັບໃບຫູແທ້, ຈາກນັ້ນ ຈຶ່ງໄດ້ຜ່າຕັດເອົາໃບຫູຢູ່ເທິງແຂນເອົາໄປຕໍ່ເປັນໃບຫູຂອງຄົນເຈັບໄດ້ສຳເລັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...