Homeຂ່າວທ້ອງຖິ່ນແຂວງສາລະວັນ ຢຶດໄມ້ເຖືອນໄດ້ 115. 144 ທ່ອນ ມີບໍລິມາດ 1.257 ກວ່າແມັດກ້ອນ.

ແຂວງສາລະວັນ ຢຶດໄມ້ເຖືອນໄດ້ 115. 144 ທ່ອນ ມີບໍລິມາດ 1.257 ກວ່າແມັດກ້ອນ.

Published on

ໃນໄລຍະ 9 ເດືອນ ສົກປີ 2015-2016 ນີ້ ແຂວງສາລະວັນສາມາດເກັບລາຍຮັບເຂົ້າງົບປະມານໄດ້ 100 ຕື້ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 79,30% ແລະ ປະຕິບັດລາຍຈ່າຍໄດ້ 390,14 ຕື້ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 87,39%, ສະເລ່ຍຕໍ່ຫົວຄົນໄດ້ 9 ລ້ານກວ່າກີບ ຫລື ເທົ່າກັບ 1.170 ໂດລາ. ຂະນະທີ່ ອໍານາດການປົກຄອງແຂວງດັ່ງກ່າວສາມາດກວດເຫັນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມສໍານັກງານ, ອົງການມີມູນຄ່າເສຍຫາຍ1.836 ຕື້ກວ່າກີບ.
ທ່ານ ສົມສັກ ທົງຄຳຫານ ຮອງປະທານກວດກາແຂວງ ໄດ້ລາຍງານຕໍ່ກອງປະຊຸມກວດກາ ທົ່ວແຂວງຄັ້ງທີ III ໃນຕົ້ນເດືອນພະຈິກນີ້ວ່າ: ໃນໄລຍະ 9 ເດືອນຜ່ານມາ. ຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດຕາມພະລະບົດບາດ ແລະ ສາມາດກວດເຫັນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມສໍານັກງານ, ອົງການມີມູນຄ່າເສຍຫາຍ 1.836 ຕື້ກວ່າກີບ, ສາມາດເກັບກູ້ຄືນໄດ້ພຽງຈໍານວນເລັກຫນ້ອຍ ແລະ ໄດ້ກວດພົບເຫັນການຊື້ຂາຍໄມ້ ແລະ ທຸລະກິດໄມ້ບໍ່ຖືກຕ້ອງຕາມລະບຽບໄດ້ກັກຢຶດມີທັງໝົດ 115,144 ທ່ອນ, ມີບໍລິມາດ 1.257,867 ແມັດກ້ອນ.
ໃນສົກປີ 2015-2016 ແຂວງສາລະວັນ ໄດ້ຮັບທຶນ ທີ່ສະພາຮັບຮອງ ມີທັງໝົດ 2.019 ໂຄງການ, ມີມູນຄ່າ 3.000 ຕື້ກວ່າກີບ ແລະ ໄດ້ອະນຸມັດມີ 77 ກວ່າຕື້ກີບ, ມີໂຄງການສືບຕໍ່ 101 ໂຄງການ, ມີມູນຄ່າ2.438 ຕື້ກີບ ແລະ ໄດ້ອະນຸມັດ1.070 ຕື້ກີບ, ໂຄງການສະເໜີໃໝ່ມີ 72 ໂຄງການ, ມີມູນຄ່າ863 ຕື້ກີບ, ອະນຸມັດ121 ຕື້ກີບ ແລະ ໂຄງການສຳລະໜີ້ມີ 42 ໂຄງການ, ມີມູນຄ່າ 171 ຕື້ກວ່າກີບ ແລະ ໄດ້ອະນຸມັດມີ 12 ຕື້ກວ່າກີບ. ສະເພາະ 9 ເດຶອນໄດ້ຈັດຕັ້ງປະຕິບັດມີ 201 ໂຄງການ, ມີມູນຄ່າ64 ກວ່າຕື້ກີບ, ໂຄງການສືບຕໍ່ມີ 94 ໂຄງການ, ມີມູນຄ່າ33 ກວ່າຕື້ກີບ, ໂຄງການສະເໜີໃໝ່ມີ 61 ໂຄງການ, ມີມູນຄ່າ18 ກວ່າຕື້ກີບ ແລະ ໂຄງການສຳລະໜີ້ມີ 42 ໂຄງການ, ມີມູນຄ່າ 12 ກວ່າຕື້ກີບ.
ນັບແຕ່ປີ 2011-2014 ໄດ້ກວດກາ ບົດສະຫຼຸບແຜນງົບປະມານແຫ່ງລັດມີ 16 ເປົ້າໝາຍ, ພົບເຫັນບັນຫາເກີດຂຶ້ນມີ 12 ບັນຫາ, ໄດ້ຮັບການແກ້ໄຂແລ້ວ 6 ບັນຫາ ແລະ ຈະສືບຕໍ່ແກ້ໄຂ 4 ບັນຫາຄື: ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນກັບພະນັກງານຂະແໜງກະສີກໍາ-ປ່າໄມ້ແຂວງ (ກອງກວດກາປ່າໄມ້) ໄດ້ດຳເນີນຄະດີຕໍ່ຜູ້ກະທຳຜິດທີ່ລັກລອບຂຸດຄົ້ນໄມ້ມີ 9 ຄະດີ ຖ້າປະຕິບັດການປັບໃໝ ຕາມແຈ້ງການຂອງກະຊວງອຸດສະຫະກຳ-ການຄ້າ ສະບັບເລກທີ 003/ອຄ.ກຂອ ລົງວັນທີ 3 ມັງກອນ ປີ 2012 ວ່າດ້ວຍການຈັດຕັ້ງປະຕິບັດລາຄາພັນທະໄມ້ທ່ອນສະໜາມ II ສົກປີ 2011-2012 ລັດຈະໄດ້ເງິນເຂົ້າງົບປະມານເພີ້ມຈຳນວນ 46 ກວ່າລ້ານກີບ. ສືບຕໍ່ແກ້ໄຂຄະດີ ພະນັກງານພະແນກອຸດສະຫະກຳ-ການຄ້າແຂວງ ໄດ້ເຮັດສັນຍາຊື້ຂາຍໄມ້ທັງໝົດ 115 ສະບັບ (ສັນຍາ) ແຕ່ໄດ້ປະມູນຕົວຈິງ 33 ສະບັບ (ສັນຍາ) ແລະ ບໍ່ໄດ້ຜ່ານການປະມູນ 82 ສະບັບ (ສັນຍາ) ມີບໍລິມາດໄມ້ທັງໝົດ 17.675 ແມັດກ້ອນ, ມີມູຄ່າເທົ່າກັບ 8 ລ້ານກວ່າໂດລາສະຫະລັດ; ສືບຕໍ່ແກ້ໄຂບັນຫາການຂາຍຊັບພະຍາກອນໄມ້ທີ່ຍັງຄ້າງຢູ່ ເມືອງສາລະວັນຍົກມາແຕ່ປີ 2012-2013 ມາຮອດວັນທີ 30 ກັນຍາ ປີ 2014.
ພ້ອມດຽວກັນນີ້ ພະແນກກວດກາລັດແຂວງ, ຂະແໜງກວດກາທີ່ກ່ຽວຂ້ອງອ້ອມຂ້າງແຂວງ ໄດ້ເອົາໃຈໃສ່ຕິດຕາມກວດກາ ວຽກງານຕ່າງໆຕາມຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດມີຄວາມເຂັ້ມແຂງ, ໂປ່ງໃສ ແລະຖືວຽກງານກວດກາເປັນສິ່ງສໍາຄັນ ໃຫ້ເຂົ້າສູ່ລະບຽບ, ຫຼັກການ, ເປັນເຈົ້າການຕອບຕ້ານການສວຍໃຊ້ໂອກາດ. ຜ່ານການຈັດຕັ້ງປະຕິບັດຕົວຈີງສາມາດກວດເຫັນບັນຫາຢູ່ 2 ເປົ້າໝາຍ ຄື: ພະແນກວິທະຍາສາດເຕັກໂນໂລຊີ ແຂວງກ່ຽວກັບການເກັບເງິນຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ບໍ່ໄດ້ມອບເຂົ້າງົບປະມານ ຂອງແຂວງຈໍານວນ 96 ລ້ານກວ່າກີບ ແລະ ໂຮງຮຽນວິທະຍາໄລຄູສາລະວັນ ເງິນເສຍຈຳນວນເກືອບ 2 ຕື້ກີບ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...