spot_img
Homeຂ່າວຕ່າງປະເທດສົບຈາກ MH17 ບໍ່ເຫັນ 82 ສົບ ຫຼັງຖືກສົ່ງມາທາງລົດໄຟ

ສົບຈາກ MH17 ບໍ່ເຫັນ 82 ສົບ ຫຼັງຖືກສົ່ງມາທາງລົດໄຟ

Published on

3

 

​ເຈົ້າ​ໜ້າ​ທີ່​ນິຕິ​ເວດ​​ເນ​ເທີ​ແລນ ​ເຜີຍ​ສົບ​ຜູ້​ເສຍ​ຊີວິດ​ຈາກ MH17 ຕົກ ຖືກສົ່ງມາພຽງແຕ່ 200 ສົບ

ບໍ່ແມ່ນ 282 ສົບ ຕາມທີ່ກຸ່ມແບ່ງແຍກດິນແດນຂອງອູແກຣນອ້າງ ພ້ອມປະກາດວ່າຈະບໍ່ກັບຄືນ

ປະເທດ ຈົນກ່ວາຈະພົບສົບຄົບຕາມຈຳນວນ.

 

ສື່ີຂອງຕ່າງປະເທດລາຍງານວ່າ ທ່ານ ແຍນ ທັນເດີ ຫົວໜ້າທີມນິຕິເວດຂອງປະເທດເນເທີແລນ

ເຜີຍວ່າ ສົບຂອງຜູ້ເສຍຊີວິດຈາກຖ້ຽວບິນ MH17 ທີ່ຖືກຍິງຕົກລົງທາງພາກຕາເວັນອອກຂອງ

ອູແກຣນ ທີ່ຖືກສົ່ງມາທາງລົດໄຟ ມີພຽງແຕ່ 200 ສົບເທົ່ານັ້ັນ ບໍ່ແມ່ນ 282 ສົບ ຕາມທີ່ກຸ່ມແບ່ງ

ແຍກດິນແດນຂອງອູແກຣນກ່າວອ້າງ ພ້ອມທັງກ່າວວ່າ ເຈົ້າໜ້າທີ່ທັງໝົດວາງແຜນທີ່ຈະເດີນ

ທາງກັບໄປຄົ້ນຫາໃນພື້ນທີ່ຈຸດທີ່ເຮືອບິນຕົກອີກຄັ້ງ ແລະ ປະກາດວ່າ ພວກເຂົາຈະບໍ່ອອກໄປຈາກ

ອູແກຣນ ຈົນຖ່ວາສົບຂອງຜູ້ເສຍຊີວິດທັງໝົດ ຈະຖືກຂົນຍ້າຍກັບຄືນປະເທດ.

 

ໃນຂະນະທີ່ ນາຍົກລັດຖະມົນຕີ ເດວິດ ຄາເມຣອນ ຂອງອັງກິດ ປະກາດຍອມຮັບຂໍ້ຮຽກຮ້ອງຂອງ

ເນເທີແລນຜ່ານທາງທະວິດເຕີ ໃນການຂໍຊຸດສືບສວນອຸບັດຕິເຫດທາງອາກາດຈາກອັງກິດ ເຂົ້າ

ມາຊ່ວຍກູ້ເອົາຂໍ້ມູນຈາກກ່ອງດຳ ຂອງຖ້ຽວບິນທີ MH17 ທີ່ຖືກຍິງຕົກ ເມື່ອວັນທີ 17 ກໍລະກົດຜ່ານ

ມາ ເຊິ່ງຜູ້ນຳອັງກິດໄດ້ສັ່ງການໃຫ້ເຈົ້າໜ້າທີ່ຂອງຕົນ ເດີນທາງໄປຍັງອູແກຣນ ຕາມທີ່ເນເທີແລນ

ຮ້ອງຂໍແລ້ວ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...