Homeນານາສາລະໝາກຂຽບ ໝາກໄມ້ບຳລຸງສາຍຕາ ແລະປ້ອງກັນພະຍາດເລືອດຈາງ

ໝາກຂຽບ ໝາກໄມ້ບຳລຸງສາຍຕາ ແລະປ້ອງກັນພະຍາດເລືອດຈາງ

Published on

ໝາກຂຽບ ເປັນໝາກໄມ້ທີ່ມີວິຕາມິນຊີ, ວີຕາມິນບີ 6 ແລະແຮ່ທາດເຊັ່ນ ໂຟແທດຊຽມ ແລະແມັກນີຊຽມ, ວິຕາມິນຊີ ແມ່ນສາມາດຕ້ານອາການອັກເສບ ແລະຕ້ານອະນຸມູນອິດສະລະ, ຊ່ວຍຫຼຸດຄວາມສ່ຽງຂອງການເປັນພະຍາດຫອບຫືດ, ວິິຕາມິນບີ 6 ຊ່ວຍປ້ອງກັນການອັກເສບຂອງຫຼອດລົມ ແລະມີປະໂຫຍດຫຼາຍຢ່າງດັ່ງນີ້

  1. ຮັກສາຕ່ອມໄທລອຍ: ເພາະໝາກຂຽບມີແຮ່ທາດທີ່ຊ່ວຍຮັກສາຕ່ອມໄທລອຍຫຼາຍທີ່ສຸດ ແລະມີຄວາມສຳຄັນຫຼາຍໃນການຜະລິດໂຮໂມນໄທລອຍ
  2. ຊ່ວຍສ້າງພະລັງໃຫ້ແກ່ຮ່າງກາຍ: ເພາະວິຕາມິນບີ ເປັນສານອາຫານ ທີ່ສາມາດຊ່ວຍປ່ຽນນໍ້າຕານ ໃຫ້ເປັນພະລັງງານ, ເມື່ອເຮົາເມື່ອຍຄວນກິນໝາກຂຽບເພາະເປັນແຫຼ່ງລວມຂອງວິຕາມິນບີ ທີ່ຊ່ວຍສ້າງພະລັງງານໃຫ້ແກ່ຮ່າງກາຍ
  3. ເຮັດໃຫ້ກະດູກແຂງແຮງ: ໝາກຂຽບມີແມັກນີຊຽມ ເມື່ອເຮົາກິນເຂົ້າໄປ ຈະເຮັດໃຫ້ມັນໄປປະສົມກັບແຄວຊຽມທີ່ຢູ່ໃນກະດູກ ຈະຊ່ວຍເພີ່ມໃຫ້ກະດູກໜາຂຶ້ນ ແລະແຂງແຮງ
  4. ຫຼຸດຄໍເລດເຕີລໍ:ໝາກໄມ້ຊະນິດນີ້ມີ ໄນອາຊິນ (ວິຕາມິນບີ) ເຊິ່ງມີຄວາມສາມາດໃນການຫຼຸດຄໍເລດເຕີລໍໄດ້ຢ່າງດີ
  5. ປ້ອງກັນບັນຫາທີ່ອາດເກີດຂຶ້ນຈາກການຖືພາ: ເພາະໝາກຂຽບ ມີວິຕາມິນບີ 9 ທີ່ມີບົດບາດສຳຄັນ ໃນການຊ່ວຍປ້ອງກັນບັນຫາທໍ່ເສັ້ນປະສາດສຳລັບລູກນ້ອຍ
  6. ບຳລຸງສາຍຕາ: ວິຕາມິນເອທີ່ມີຢູ່ໃນໝາກຂຽບ ສາມາດຊ່ວຍ ດູແລຮັກສາສຸຂະພາບຕາ ເພາະມີຄຸນສົມບັດໃນການຕ້ານອະນຸມູນອິດສະລະ, ເຊິ່ງສານຕ້ານອະນຸມູນອິດສະລະຈະຊ່ວຍປ້ອງກັນຈໍປະສາດຕາ ແລະແກ້ວຕາ ຈາກອະນຸມູນອິດສະລະທີ່ເປັນອັນຕະລາຍ
  7. ຊ່ວຍປ້ອງກັນເລືອດຈາງ: ໝາກຂຽບມີທາດເຫຼັກ ເຊິ່ງເປັນແຮ່ທາດທີ່ສຳຄັນໃນການຜະລິດເຊວເມັດເລືອດແດງ, ຫາກກິນໝາກຂຽບຕະຫຼອດ ຈະຊ່ວຍປ້ອງກັນບໍ່ໃຫ້ເລືອດຈາງໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...