spot_img
Homeຂ່າວພາຍ​ໃນສະພາຮັບຮອງ ກົດຫມາຍວ່າດ້ວຍການຄຸ້ມຄອງສານເຄມີໃຫ້ຖືກຕ້ອງ

ສະພາຮັບຮອງ ກົດຫມາຍວ່າດ້ວຍການຄຸ້ມຄອງສານເຄມີໃຫ້ຖືກຕ້ອງ

Published on

ໃນຕອນເຊົ້າມື້ນີ້ ວັນທີ 10 ພະຈິກ 2016 ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດເທື່ອທີ VIII ໄດ້ດຳເນີນຕໍ່ ໂດຍການເປັນປະທານ ຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ທີ່ປະຊຸມມີ ຜູ້ແທນເຂົ້າຮ່ວມ ໄດ້ຮັບຟັງການຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເຄມີ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນ ໃນການສ້າງກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ເພື່ອເປັນບ່ອນອີງ ແລະ ການຄຸ້ມຄອງເຄມີໃນທຸກດ້ານທົ່ວປະເທດ. ປະຈຸບັນນີ້ ການນຳໃຊ້ສານເຄມີ ຕິດພັນກັບຊີວິດປະຈຳວັນ ບໍ່ວ່າຈະເປັນວຽກງານອຸດສາຫະກຳ, ກະສິກຳ ແລະ ອື່ນໆ ນັບມື້ນັບເພີ່ມຂຶ້ນ, ການປະສານສົບທົບລະຫວ່າງສູນກາງ ແລະ ທ້ອງຖິ່ນກ່ຽວກັບວຽກງານດ້ານເຄມີ ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຜົນໄດ້ຜົນເສຍຈາກສານເຄມີ ຍັງບໍ່ທັນກ້ວາງຂວາງ ເຮັດໃຫ້ປະຊາຊົນໃນຂົງເຂດ ວຽກງານຕ່າງໆຍັງໃຊ້ສານເຄມີຢ່າງຊະຊາຍ ບໍ່ຖືກຕ້ອງຕາມມາດຕະຖານ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ ແລະ ສິ່ງແວດລ້ອມ.

ຮອດເວລາແລ້ວທີ່ຕ້ອງໄດ້ມີກົດໝາຍຄຸ້ມຄອງໃຫ້ຖືກຕ້ອງ ເລີ່ມຈາກການຄຸ້ມຄອງການນຳເຂົ້າສານເຄມີຕ່າງໆ, ການເກັບຮັກສາໃຫ້ຖືກຕ້ອງ, ກວດກາອາຍຸການນຳໃຊ້ໃຫ້ຊັດເຈນ, ການນຳໃຊ້ໃນປະລິມານທີ່ເໝາະສົມ ແລະ ມີການບຳບັດສານເຄມີໃຫ້ຖືກຕ້ອງຕາມຫຼັກວິຊາການ. ຈາກນັ້ນ ບັນດາຜູ້ແທນແຕ່ລະເຂດເລືອກຕັ້ງ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ໃຫ້ມີຄວາມສົມບູນ, ສອດຄ່ອງ ແລະ ໃຫ້ສະພາຮັບຮອງເອົາເປັນກົດໝາຍນຳໃຊ້ຢ່າງເປັນທາງການ.

ຂ່າວ: ສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...