Homeຂ່າວຕ່າງປະເທດເລຂາທິການໃຫຍ່ UN ເຊື່ອເຫດປາເລດຕິນ - ອິດສະລາແອນໃກ້ຈະຢຸຕິ.

ເລຂາທິການໃຫຍ່ UN ເຊື່ອເຫດປາເລດຕິນ – ອິດສະລາແອນໃກ້ຈະຢຸຕິ.

Published on

553350-03

 

ເລຂາທິການໃຫຍ່ສະຫະປະຊາຊາດ (UN) ໄດ້ຖະແຫຼງຢູ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ

ໂດຍເຊື່ອໝັ້ນວ່າ ການສູ້ຮົບລະຫວ່າງປາເລດຕິນ ແລະ ອິດສະລາແອນນັ້ນ ໃກ້ຈະສິ້ນສຸດແລ້ວ.

 

ສື່ຕ່າງປະເທດລາຍງານວ່າ ທ່ານ ບັນ ກີ ມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ (ສປຊ)  ໄດ້ຖະແຫຼງໃນລະ

ຫວ່າງການປະຊຸມຜ່ານລະບົບວີດີໂອຄອນເຟີເຣັນ ຈາກເມືອງຣາມັນລາ ໃນເຂດເວດແບັງ ຂອງປາເລດຕິນ ເຖິງທີ່

ປະຊຸມຄະນະມົນຕີຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດວ່າ ເຂົາມີຄວາມຫວັງ ແລ ເຊື່ອໝັ້ນວ່າ ພາລະກິດຮີບດ່ວນ

ໃນການເດີນທາງມາຢ້ຽມຢາມພູມີພາກຕາເວັນອອກກາງ ຈະສາມາດຢຸຕິການສູ້ຮົບ ໃນເຂດກາຊາ ລະຫວ່າງກຸ່ມຮາ

ມັສຂອງປາເລດຕິນ ກັບກອງທັບຂອງອິດສະລາແອນ ໃນອານາຄົດອັນໃກ້ນີ້, ແຕ່ກໍຍັງບໍ່ສາມາດເປີດເຜີຍລາຍລະ

ອຽດ ເນື່ອງຈາກຍັງເປັນປະເດັນທີ່ລະອຽດອ່ອນ ເຊິ່ງໃນລະຫວ່າງການຖະແຫຼງຂອງບັນ ກີ ມູນ ນັ້ນ ກໍຍັງມີສຽງເປີດ

ໄຊເຣນເຕືອນໄພທາງອາກາດດັງສອດແຊກເຂົ້າມາອີກດ້ວຍ.

 

ເລຂາທິການໃຫຍ່ UN ໄດ້ເດີນທາງໄປຢ້ຽມຢາມປະເທດກາຕ້າ, ຄູເວດ, ກຸງໄຄໂລຂອງອີຢິບ ແລະ ກຸງຢາລູຊາເລັມ

ຂອງອິດສະລາແອນແລ້ວ ເຊິ່ງລຳດັບຕໍ່ໄປເຂົາຈະໄປຢ້ຽມຢາມປະເທດຈໍແດນ ແລະ ຊາອຸດິອາລາບີ ເຊິ່ງຖືເປັນພາ

ລະກິດເພື່ອຄວາມເປັນເອກະພາບ ແລະ ສັນຕິພາບ ໃນຂະນະທີ່ອິດສະລາແອນ ສູ້ຮົບກັບກຸ່ມຮາມັສເປັນຄັ້ງທີ 3

ແລ້ວ ໃນຮອບ 5 ປີທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...