Homeຂ່າວເຫດການລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຫລຸດຜ່ອນຄວາມສ່ຽງໄພພິບັດ

ລາວສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຫລຸດຜ່ອນຄວາມສ່ຽງໄພພິບັດ

Published on

ເມື່ອອາທິດຜ່ານມານີ້, ຄະນະຜູ້ແທນລາວ ນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ເດີນທາງໄປຮ່ວມກອງ ປະຊຸມລັດຖະມົນຕີຫລຸດ ຜ່ອນຄວາມສ່ຽງໄພພິບັດອາຊີ (ASIAN Ministerial Conference on Disaster Risk Reduction), ຢູ່ເມືອງນີວເດລີ, ປະເທດ ອິນເດຍ, ໂດຍການເປັນປະທານຂອງທ່ານ ນາເລນດາ ໂມດີ (Narenda Modi) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດອິນເດຍ.

ເພື່ອຈັດຕັ້ງຜັນຂະຫຍາຍຂອບແຜນງານເຊັນໄດ ວ່າດ້ວຍການຫລຸດຜ່ອນຄວາມ ສ່ຽງໄພພິບັດ 2015-2030 ທີ່ໄດ້ຮັບຮອງເອົາຢູ່ໃນກອງຄັ້ງທີ 3 ຂອງໂລກ ວ່າດ້ວຍການ ຫຼຸດຜ່ອນໄພພິບັດ ທີ່ເມືອງເຊັນໄດ ໃນປີ 2015. ຂອບແຜນງານດັ່ງກ່າວແມ່ນພົວພັນ ໂດຍກົງກັບເປົ້າໝາຍການພັດທະ ນາທີ່ຍືນຍົງ 2030, ໂດຍສະເພາະ ແມ່ນເປົ້າໝາຍທີ 1 ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກໄພພິ ບັດເພື່ອກ້າວສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກ. ເພື່ອລາຍງານຄວາມຄືບໜ້າ ແລະ ວາງທິດທາງແຜນການຈັດຕັ້ງຜັນຂະຫຍາຍ ແຜນງານເຊັນໄດເຂົ້າສູ່ແຜນງານແຫ່ງຊາດ, ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນ ສັງຄົມ.

ກອງປະຊຸມໄດ້ດໍາເນີນເປັນສອງຂັ້ນຄື: ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມຂັ້ນວິຊາການ ປິ່ນອ້ອມອື່ນໆທີ່ລົງເລິກ 6 ບັນຫາ ຄື:  1.)ສ້າງຄວາມເຂົ້າໃຈຕໍ່ຄວາມ ສ່ຽງໄພພິບັດ, 2.)ການບໍລິຫານລັດດ້ານການຄຸ້ມຄອງໄພພິບັດ, 3.)ເພີ່ມການລົງທຶນໃສ່ ການຫລຸດຜ່ອນຄວາມສ່ຽງໄພພິບັດ,  4.)ສ້າງຄວາມກຽມພ້ອມ, ການຕອບໂຕ້ ແລະ ການຟືນຟູ, 5.)ການທົບທວນ ແລະ ການຕິດຕາມປະເມີນຜົນ,  6.) ການສ້າງສິ່ງອຳນວຍ ໃນການບໍລິຫານລັດ ເພື່ອຄວາມກົມກຽວວຽກງານໄພພິບັດກັບເປົ້າຫມາຍການພັດທະນາ ແບບຍືນຍົງ ແລະ ການປ່ຽນແປງດິນຟ້າອາກາດ. ນອກຈາກນີ້, ຍັງໄດ້ຈັດກິດຈະກໍາ ວັນຊິຶນາມິໂລກ ເພື່ອເປັນການປູກຈິດສໍານຶກກ່ຽວກັບບັນຫາຜົນກະທົບ ແລະ ຄວາມສຳຄັນ ໃນການກຽມຄວາມພ້ອມ ເພື່ອຫຼຸດຜ່ອນການສູນເສຍຈາກໄພພິບັດ ຊຶນາມິ.

 

ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖືໂອກາດນີ້ປະກອບຄວາມເຫັນໃນກອງປະຊຸມ, ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດແຜນລົບລ້າງຄວາມທຸກຍາກແຫ່ງຊາດ 2020, ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 8 ແລະ ແຜນພັດທະນາວຽກງານສະຫວັດດີການ ສັງຄົມ.  ພ້ອມຍັງຍົກເຫັນເຖິງແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ຢູ່ ສປປ ລາວ ໃນຕໍ່ໜ້າ, ໂດຍສະເພາະແມ່ນການປັບປຸງຂອດປະສານງານ ແລະ ການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໄພພິບັດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ຄຽງຄູ່ກັນນີ້, ກໍຈະໄດ້ຈັດຕັ້ງຜັນຂະຫຍາຍແຜນງານເຊັນໄດ, ໂດຍເຊື່ອມສານເຂົ້າໃນແຜນການຂອງຂະແໜງການກ່ຽວຂ້ອງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຢູ່ລາວອີກດ້ວຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...