Homeຂ່າວເຫດການກອງປະຊຸມໂຕະມົນ 2016 ຈະຈັດຂຶ້ນ ໃນວັນທີ 24-25 ພະຈິກນີ້ ທີ່ແຂວງວຽງຈັນ

ກອງປະຊຸມໂຕະມົນ 2016 ຈະຈັດຂຶ້ນ ໃນວັນທີ 24-25 ພະຈິກນີ້ ທີ່ແຂວງວຽງຈັນ

Published on

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ໄດ້ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໂຕະມົນປະຈຳປີ 2016 ຈະຈັດຂຶ້ນໃນລະຫ່ວາງວັນທີ 24-25 ພະຈິກນີ້, ທີ່ແຂວງແຂວງວຽງຈັນ, ພາຍໃຕ້ຫົວຂໍ້ ” ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ 5 ປີ ຄັ້ງທີ VIII         (2016-2020) ເພື່ອນຳປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ບັດລຸເປົ້າໝາຍການພັດທະນາແບບຍືນຍົງ”, ກອງປະຊຸມດັ່ງກ່າວແມ່ນ ສ່ວນໜຶ່ງຂອງຂະບວນການກອງປະຊຸມໂຕະມົນລະດັບສູງ, ຊຶ່ງເປັນກົນໄກໃນການຊຸກຍູ້ການພັດທະນາ ແລະ ເນື່ອງຈາກເປັນປີທຳອິດຂອງການຈັດຕັ້ງປຕິບັດການພັດທະນາແບບຍືນຍົງ ແລະ ການພັດທະນາເສດຖະກິດ -ສັງຄົມ 5 ປີຄັ້ງທີ VIII, ບວກກັບບັນຫາຕ່າງໆທີ່ລາວເຮົາຍັງປະສົບພົບພໍຢູ່ໃນປັດຈຸບັນ.

ດັ່ງນັ້ນ ກອງປະຊຸມຄັ້ງນີ້ແມ່ນຈະສຸມໃສ່ປຶກສາຫາລື 4 ບັນຫາໃຫຍ່ຄື: ການຈັດຕັ້ງປະຕິບັດເປົ້ໝາຍການພັດ ທະນາແບບຍືນຍົງ, ວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ, ການປົກປັກຮັກສາສິ່ງແວດລ້ອມ (ພັດທະນາຕາມທິດສີຂຽວ) ແລະ ການປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ  ແລະ ການຮັບມືກັບໄພພິບັດ ແລະ ຂອດການຮ່ວມມືປະສານງານກັບຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ, ປະສົບຜົນສຳເລັດ ແລະ ບັນລຸລະດັບຄາດໝາຍທີ່ວາງໄວ້, ລວມເຖິງການຂໍຄວາມຊ່ວຍເຫຼືອຕ່າງໆຈາກຄູ່ຮ່ວມພັດທະນາ.

ທ່ານ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ລາວເຮົາເລີ່ມຈັດຕັ້ງປະຕິກອງປະຊຸມໂຕະມົນມາແຕ່ປີ 1983, ຈັດຂຶ້ນເພື່ອເປັນກົນໄກໃນການລະດົມທຶນ ຂອງລັດຖະບານຕໍ່ການຊ່ວຍເຫຼືອຕ່າງໆ ຂອງບັດດາຄູ່ຮ່ວມພັດທະນາ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຕໍ່ມາ ກອງປະຊຸມດັ່ງກ່າວໄດ້ກາຍເປັນເວທີປຶກສາຫາລື ສ້າງຄວາມເຂົ້າໃຈໃຫ້ຄູ່ຮ່ວມພັດທະນາເຖິງສະພາບການ, ຍຸດທະສາດ ແລະ ບູລິມະສິດການພັດທະ ນາຂອງລັດຖະບານ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮ່ວມກັນມີປະສິດທິຜົນສູງສຸດ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...