spot_img
Homeຂ່າວການພັດທະນາຈືນກ້ວຍຂາຍກໍມີລາຍຮັບຂໍພຽງໃຈມັກ ແລະສູ້ທົນ

ຈືນກ້ວຍຂາຍກໍມີລາຍຮັບຂໍພຽງໃຈມັກ ແລະສູ້ທົນ

Published on

ການຈືນກ້ວຍຂາຍເປັນອີກທຸລະກິດໜຶ່ງທີ່ບໍ່ໄດ້ລົງທຶນຫຼາຍ ແຕ່ຜົນໄດ້ຮັບກໍຍັງເປັນທີ່ເພິ່ງພໍໃຈ ແລະສາມດສ້າງລາຍຮັບໃຫ້ກັບຄອບຄົວ.

ເໝືອນດັ່ງຄອບຄົວຂອງປ້າຍອດ ທີ່ມີອາຊີບເຮັດຈືນກ້ວຍຂາຍນັບແຕ່ປີ 1983 ຈົນມາຮອດປະຈຸບັນໄດ້ 30 ກວ່າປີແລ້ວ, ອາຍຸຂອງເພິ່ນກໍໄດ້ 70 ກວ່າປີ ແລະອາຍຸຂອງສາມີເພິ່ນກໍໄດ້ 80 ກວ່າປີແລ້ວ, ແຕ່ກໍຍັງສູ້ຊົນອົດທຸກອົດຍາກ ຈືນກ້ວຍຂາຍນຳກັນທຸກມື້ ປ້າຍອດ ເຈົ້າຂອງຮ້ານຈືນກ້ວຍໄດ້ໃຫ້ສຳ ພາດກັບນັກຂ່າວພວກເຮົາຮູ້ວ່າ: ເບື້ອງຕົ້ນຄອບຄົວມີອາຊີບເຮັດໄຮ່, ເຮັດນາກໍຍັງບໍ່ກຸ້ມກິນໄປເກັບຂີ້ກະເດືອນຂາຍຢູ່ຕ່າງປະເທດກໍຍັງທຸກ ຍາກຄືເກົ່າເພາະລ້ຽງລູກ 7 ຄົນ, ຈາກນັ້ນຈິ່ງຫັນມາເຮັດອາຊີບຈືນ ກ້ວຍຂາຍເຮັດໄປໄດ້ໄລຍະໜຶ່ງປາ ກົດວ່າສ້າງລາຍຮັບໃຫ້ຄອບຄົວພໍ ຢູ່ກິນດີຂຶ້ນກວ່າເກົ່າຈິ່ງຕັດສິນໃຈເອົາອາຊີບຈືນກ້ວຍເປັນຫຼັກການລົງທຶນເບື້ອງຕົ້ນແມ່ນຊື້ໝໍ້ຂາງສຳ ລັບຈືນ 2 ໜ່ວຍ, ນ້ຳມັນຈືນ 1 ປິດ (ປິດລະ 18 ລິດ), ກ້ວຍ 30 ຫວີຕໍ່ວັນ, ຫຼັງຈາກນັ້ນກໍເພີ່ມຂຶ້ນອີກໝໍ້ ຂາງຈືນ 6 ໜ່ວຍ ນໍ້າມັນຈືນ 5 ປິດ ກ້ວຍ 50 ຫວີຕໍ່ວັນ, ມາຮອດປະຈຸ ບັນໄດ້ເພີ່ມນ້ຳມັນຈືນຕື່ມອີກເປັນ 10 ປິດ, ກ້ວຍ 100 ຫວີຕໍ່ວັນ, ການລົງທຶນມື້ລະປະມານ 1,5-2 ລ້ານກີບ, ສ່ວນກຳໄລຈາກການ ຂາຍຈືນກ້ວຍໄດ້ປະມານ 1,2  ລ້ານກີບຕໍ່ວັນ, ປະເພດກ້ວຍທີ່ເອົາມາຈືນ ມີກ້ວຍດິບ ແລະກ້ວຍເຫີ່ມ, ຖ້າຢາກໃຫ້ຈືນກ້ວຍແຊບໃຫ້ເອົາຂີ້ເລື່ອຍຕຳ ແໜ້ນໃສ່ປິດນໍ້າມັນເປົ່າເຮັດເປັນເຕົາດັງຕາງຖ່ານ, ເຮັດໃຫ້ກ້ວຍຈືນກອບດີກິນແຊບ, ປະຈຸບັນລູກຄ້າມີ ທັງຜູ້ເກົ່າ ແລະໃໝ່ຈາກຫຼາຍໆບ່ອນມາຊື້ທຸກໆມື້ບໍ່ຂາດ.

ປ້າຍອດ ເຈົ້າຂອງຮ້ານຍັງໄດ້ ກ່າວຕື່ມວ່າ: ຕົນເອງພູມໃຈກັບອາຊີບຈືນກ້ວຍຂາຍ, ເພາະໄດ້ສ້າງລາຍຮັບໃຫ້ຄອບຄົວດີຂຶ້ນກວ່າເກົ່າ, ສາມາດລ້ຽງລູກທັງ 7 ຄົນ, ພ້ອມທັງຊຸກຍູ້ ແລະສົ່ງເສີມການ ສຶກສາລູກຮຽນຈົບ 5 ຄົນ ໄດ້ມີອາຊີບລ້ຽງຕົນເອງ, ອີກ 1 ຄົນ, ແມ່ນຫາກໍຮຽນຈົບປະລິນຍາຕີຢູ່ ຕ່າງປະເທດ ແລະອີກຜູ້ໜຶ່ງກຳລັງ ຮຽນວິຊາສະເພາະ ນອກຈາກນັ້ນ ຍັງໄດ້ຊື້ດິນໄດ້ 2 ຕອນ, ປຸກເຮືອນຢູ່ເປັນຂອງຕົນເອງໄດ້ 1 ຫຼັງ, ປຸກຫ້ອງແຖວໃຫ້ຄົນເຊົ່າໄດ້ 2 ຫ້ອງ ແລະຊື້ວັດຖຸອຸຸປະກອນຕ່າງໆພ້ອມດ້ວຍພາຫະນະມາຮັບໃຊ້ຄອບຄົວອີກຈຳນວນໜຶ່ງ.

ເພື່ອນຜູ້ອ່ານທັງຫຼາຍ, ນີ້ຄືຄວາມພະຍາຍາມ, ຄວາມມານະອົດທົນ ແລະພາກພຽງຂອງປ້າຍຍອດພ້ອມດ້ວຍສາມີຂອງເພິ່ນທີ່ ໄດ້ພ້ອມກັນສູ້ທຸກສູ້ຍາກມານໍາກັນແຕ່ຄາວຍັງໜຸ່ມຈົນອາຍຸໄດ້ 70-80 ປີ ກໍຍັງສູ້ຊີວິດ, ສູ້ວຽກສູ້ງານພື່ອລ້ຽງລູກຈິ່ງເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວໄດ້ມີການພັດທະນາດີຂຶ້ນ ແລະຫຼຸດພົ້ນອອກຈາກຄວາມ ທຸກຍາກໄດ້ເທື່ອລະກ້າວ, ຖ້າຜູ້ໃດສົນໃຈຢາກຊິມຈືນກ້ວຍແຊບກະລຸນາໄປທີ່ຮ້ານປ້າຍອດຈືນກ້ວຍໄດ້ທີ່ຖະໜົນຄູວຽງ ບ້ານພະໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນເດີ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...