Homeຂ່າວຕ່າງປະເທດມືປືນກວາດຍິງຢູ່ໜ່ວຍເລືອກຕັ້ງ ປະທານາທິບໍດີອາເມຣິກາ ເສຍຊີວິດ 1 ບາດເຈັບອີກ 3 ຢູ່ລັດກາລີຟໍເນຍ

ມືປືນກວາດຍິງຢູ່ໜ່ວຍເລືອກຕັ້ງ ປະທານາທິບໍດີອາເມຣິກາ ເສຍຊີວິດ 1 ບາດເຈັບອີກ 3 ຢູ່ລັດກາລີຟໍເນຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ໜ່ວຍເລືອກຕັ້ງສອງໜ່ວຍ ໃນລັດກາລີຟໍເນຍ ຖືກປິດການປ່ອນບັດເລືອກຕັ້ງ ໃນມື້ວານນີ້ (8 ພະຈິກ) ພາຍຫລັງເກີດເຫດກວາດຍິງໃນບໍລິເວນເມືອງອາຊູຊ່າ ຫ່າງຈາກນະຄອນລອສແອັງເຈີລິສ ໄປທາງທິດຕາເວັນອອກ 40 ກິໂລແມັດ ໂດຍທ່ານ ວາເນສຊາ ໂລຊາໂນ ໂຄສົກສຳນັກງານຕຳຫລວດມອດໄຟ ນະຄອນລອສແອັງເຈີລິສ ໄດ້ລະບຸວ່າ ເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.

ເຈົ້າໜ້າທີ່ຕຳຫລວດເມືອງອາຊູຊ່າ ໄດ້ອອກມາແນະນຳໃຫ້ປະຊາຊົນ ຫລີກລ່ຽງການເດີນທາງໄປຍັງພື້ນທີ່ດັ່ງກ່າວ ແລະ ໃຫ້ຫລົບອາໄສຢູ່ພາຍໃນເຄຫະສະຖານ ໃນຂະນະທີ່ຕຳຫລວດ ກຳລັງດຳເນີນການກວດກາສະຖານທີ່ເກີດເຫດ ແລະ ລະດົມກຳລັງອອກນຳຈັບຕົວຜູ້ກໍ່ເຫດທີ່ພວມຫລົບໜີ, ດ້ານເຈົ້າໜ້າທີ່ອົງການປົກຄອງທ້ອງຖິ່ນ ໄດ້ອອກມາແນະນຳໃຫ້ ປະຊາຊົນຜູ້ມີສິດເລືອກຕັ້ງ ອອກໄປບ່ອນບັດເລືອກຕັ້ງຢູ່ໜ່ວຍອື່ນໆແທນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...