Homeຂ່າວຕ່າງປະເທດນັກສະແດງຊາຍອິນເດຍ 2 ຄົນ ເສຍຊີວິດຂະນະຖ່າຍທໍາຮູບເງົາ

ນັກສະແດງຊາຍອິນເດຍ 2 ຄົນ ເສຍຊີວິດຂະນະຖ່າຍທໍາຮູບເງົາ

Published on

ອີງຕາມການລາຍງານຂ່າວຂອງສໍານັກຂ່າວ mirror ເມື່ອວັນທີ 8 ພະຈິກ 2016 ວ່າ ເມື່ອວັນທີ 7 ພະຈິກຜ່ານມາ ໄດ້ເກີດອຸປະຕິເຫດເກີດຂຶ້ນ ຢູ່ກອງຖ່າຍທໍາ ຮູບເງົາ ແອັກຊັ່ນ Masthigudi ໄດ້ເຮັດໃຫ້ Anil Kumar ແລະ Raghav Uday ນັກສະແດງຄົນອິນເດຍ 2 ຄົນເສຍຊີວິດ

%e0%ba%99%e0%ba%b1%e0%ba%81%e0%ba%aa%e0%ba%b0%e0%bb%81%e0%ba%94%e0%ba%87%e0%ba%ad%e0%ba%b4%e0%ba%99%e0%bb%80%e0%ba%94%e0%ba%8d1 %e0%ba%99%e0%ba%b1%e0%ba%81%e0%ba%aa%e0%ba%b0%e0%bb%81%e0%ba%94%e0%ba%87%e0%ba%ad%e0%ba%b4%e0%ba%99%e0%bb%80%e0%ba%94%e0%ba%8d2

 

ຕາມລາຍງານໄດ້ບອກວ່າ ເຫດການດັ່ງກ່າວ ເກີດຂຶ້ນໃນຂະນະທີ່ພວກເຂົາ ຖ່າຍທຳ ສາກກະໂດດອອກມາຈາກ ຍົນເຮລິຄອບເຕີ ທີ່ບິນຕໍ່າ ເທິງເຂື່ອນເກັບນໍ້າ Thippagondanahalli ທາງທິດຕາເວັນຕົກ ເມືອງບັງຄາລໍ ແຕ່ກັບເກີດເລື່ອງທີ່ບໍ່ຄາດຄິດຂຶ້ນ ເມື່ອທັງສອງຄົນຈົມນໍ້າ ແຕ່ເມື່ອທາງເຮືອກູ້ໄພມາຮອດ ທັງສອງກໍເສຍຊີວິດແລ້ວ, ລາຍງານຍັງບອກອີກວ່າ ທັງສອງຄົນນີ້ ລອຍນໍ້າບໍ່ເກັ່ງ, ແຕ່ນັກສະແດງອີກຄົນທີ່ຖ່າຍທຳນຳ ລອຍນໍ້າເກັ່ງເລີຍລອດຊີວິດ

ທາງເຈົ້າໜ້າທີ່ຕຳຫຼວດບອກວ່າ ທາງກອງຖ່າຍທຳ ໄດ້ລະເມີດເງື່ອນໄຂໃນການຖ່າຍທຳຮູບເງົາ ເພາະມີຄຳສັ່ງຫ້າມ ຖ່າຍທຳທາງອາກາດ ໃນບ່ອນທີ່ສັ່ງຫ້າມ ແລະໃນນໍ້າ, ເຊິ່ງທາງຕຳຫຼວດກໍກຳລັງສືບສວນຜູ້ຜະລິດຮູບເງົາເລື່ອງນີ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...