spot_img
Homeຂ່າວການພັດທະນາທ່ານ ລິນຄຳ ດວງສະຫວັນ ຮ່ວມເປີດນ້ຳຊົນລະປະທານຮັບໃຊ້ການຜະລິດໃນລະດູແລ້ງ

ທ່ານ ລິນຄຳ ດວງສະຫວັນ ຮ່ວມເປີດນ້ຳຊົນລະປະທານຮັບໃຊ້ການຜະລິດໃນລະດູແລ້ງ

Published on

ວັນທີ 3 ພະຈິກ 2016 ຜ່ານມາ ທາງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊທານີ ໄດ້ສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ເລີ່ມເປີດນ້ຳຊົນລະປະທານ ຮັບໃຊ້ການຜະລິດລະດູແລ້ງ ສົກປີ 2016-2017 ຂຶ້ນທີ່ສະຖານີເວີນຄຳ 1 ເມືອງໄຊທານີ ມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານຮອງເຈົ້າເມືອງ ບັນດາຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ 9 ຕົວເມືອງ ຫົວໜ້າຂະແໜງ ພະນັກງານ ກຸ່ມຜູ້ນຳໃຊ້ນ້ຳ ແລະ ຊາວກະສິກອນເຂົ້າຮ່ວມ.
ທ່ານ ລິນຄຳ ດວງສະຫວັນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ເວົ້າວ່າ: ທົ່ວນະຄອນຫລວງ ມີລະບົບຊົນລະປະທານທັງໝົດ 89 ແຫ່ງ ໄດ້ມອບໂອນແລ້ວ 51 ແຫ່ງ, ມີກຸ່ມນຳໃຊ້ນ້ຳທັງໝົດ 135 ກຸ່ມ, ໃນນັ້ນ ມີອ່າງເກັບນ້ຳ 9 ແຫ່ງ, ປະຕູນ້ຳ 3 ແຫ່ງ, ມີລະບົບຊົນລະປະທານຝົນຝອຍທີ່ທັນສະໄໝ 1 ແຫ່ງ ແລະ ປະກອບດ້ວຍລະບົບຄອງເໝືອງຂັ້ນຕ່າງໆ ມີຄວາມຍາວທັງໝົດ 657.529 ແມັດ ໃນນັ້ນ ຄອງເໝືອງດິນ 582.663 ແມັດ, ຄອງເໝືອງເບຕົງ 62.958 ແມັດ, ຄອງເໝືອງດິນຈີ່ 18.047 ແມັດ, ລະບົບຊົນລະປະທານສາມາດສະໜອງນ້ຳ ຮັບໃຊ້ການຜະລິດລະດູຝົນໄດ້ 53.400 ເຮັກຕາ ແລະ ສະໜອງນ້ຳເຂດຊົນລະປະທານ 25.000 ເຮັກຕາ ສໍາລັບແຜນສະໜອງນ້ຳ ສົກປີ 2016-2017 ໄດ້ 19.804 ເຮັກຕາ ໃນນັ້ນ ປູກພືດ 2.308 ເຮັກຕາ ປູກເຂົ້າ 17.496 ເຮັກຕາ ການນຳໃຊ້ແຫລ່ງນ້ຳເຂົ້າໃນການຜະລິດ ນຳໃຊ້ແມ່ນ້ຳຂອງ 193.846.000 ແມັດກ້ອນຕໍ່ລະດູ ນ້ຳງື່ມ 122.356.000 ແມັດ ກ້ອນຕໍ່ລະດູນ້ຳຫ້ວຍໝາກຮຽວ 2.225.000 ແມັດກ້ອນຕໍ່ລະດູ ແລະ ນຳໃຊ້ນ້ຳຈາກອ່າງເກັບນ້ຳ 190.000.000 ແມັດກ້ອນຕໍ່ລະດູ ລວມທັງໝົດ 508.427.000 ແມັດກ້ອນຕໍ່ລະດູ.

%e0%ba%84%e0%ba%ad%e0%ba%87%e0%bb%80%e0%bb%9d%e0%ba%b7%e0%ba%ad%e0%ba%87%e0%ba%87%e0%ba%87
ສຳລັບການສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ເລີ່ມເປີດນ້ຳຊົນລະປະທານຮັບໃຊ້ການຜະລິດລະດູແລ້ງ ສົກປີ 2016-2017 ຢູ່ເວີນຄຳ 1 ຄັ້ງນີ້ ເປັນປີທີ 5 ເຊິ່ງສາມາດສະໜອງນ້ຳໃຫ້ການຜະລິດລະດູແລ້ງ ສະເພາະເຂົ້າໄດ້ 5.170 ເຮັກຕາ, ພືດຜັກປະມານ 3.000 ເຮັກຕາ.

%e0%ba%84%e0%ba%ad%e0%ba%87%e0%bb%80%e0%bb%9d%e0%ba%b7%e0%ba%ad%e0%ba%87%e0%ba%87

ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງປະຊາຊົນບັນດາເຜົ່າ ໂດຍສະເພາະ ຊາວນະຄອນຫລວງວຽງຈັນ ກໍ່ຄືຊາວເມືອງໄຊທານີໃຫ້ຖືເອົາ ວັນທີ 3 ພະຈິກຂອງທຸກໆປີ ເປັນວັນສ້າງຂະບວນການອະນາໄມລວງຄອງເໝືອງ ແລະ ເລີ່ມເປີດນ້ຳຊົນລະປະທານໃຫ້ເປັນປະເພນີ ແລະ ນຳໄປຈັດຕັ້ງປະຕິບັດຢູ່ຂັ້ນເມືອງ ຂັ້ນບ້ານ ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ສືບຕໍ່ການສ້າງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງໃຫ້ປາກົດຜົນເປັນຈິງ.

ຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...