Homeຂ່າວຕ່າງປະເທດເກີດເຫດ ທາງຍຸບເປັນຂຸມຂະຫນາດໃຫຍ່ ໃນປະເທດຍີ່ປຸ່ນ

ເກີດເຫດ ທາງຍຸບເປັນຂຸມຂະຫນາດໃຫຍ່ ໃນປະເທດຍີ່ປຸ່ນ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 8 ພະຈິກວ່າ ເກີດເຫດທາງຍຸບເປັນຂຸມຂະໜາດໃຫຍ່ ຢູ່ເມືອງຟຸກຸໂອກະ ໃນປະເທດຍີ່ປຸ່ນ ເຫດດັ່ງກ່າວເກດຂຶ້ນໃນເວລາ 05:00 ໂມງຂອງມື້ນີ້, ຕາມການລາຍງານຂອງຜູ້ທີ່ອາໄສຢູ່ແຖວນັ້ນບອກວ່າ ພວກເຂົາໄດ້ຍິນສຽງດັງຄ້າຍຄືລະເບີດ ຈຶ່ງອອກມາເບິ່ງ ແລະພົບວ່າກາງທາງເກີດຍຸບລົງເປັນຂຸມຂະໜາດໃຫຍ່

%e0%ba%b4%e0%ba%99%e0%ba%8d%e0%ba%b8%e0%ba%9a%e0%ba%a5%e0%ba%bb%e0%ba%87%e0%ba%87

ຂຸມທີ່ເກີດຂຶ້ນດັ່ງກ່າວນັ້ນ ມີຄວາມກວ້າງປະມານ 20 ແມັດ, ເຫດການນີ້ຍັງສົ່ງຜົນເຮັດໃຫ້ບໍລິເວນດັ່ງກ່າວບໍ່ມີໄຟຟ້າໃຊ້ ແລະມີການຮົ່ວຂອງກາສອີກດ້ວຍ, ຕາມການສັນນິຖານເຫດຄັ້ງນີ້ ອາດເກີດຈາກ ການກໍ່ສ້າງໃນບໍລິເວນໃກ້ຄຽງ ທີ່ຕັ້ງຢູ່ໃກ້ກັບສະຖານີລົດໄຟໃຕ້ດິນ. ຈາກເຫດການນີ້ ຍັງບໍ່ມີລາຍງານຂອງຜູ້ບາດເຈັບ ແລະ ເສຍຊີວິດ. ແຕ່ການສັນຈອນໃນບໍລິເວນທີ່ເກີດເຫດ ຖືກຢຸດຕິຊົ່ວຄາວ ເພື່ອຄວາມປອດໄພ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...