Homeຂ່າວການພັດທະນາລາວ-ກຳປູເຈຍ ລົງສຳຫລວດພື້ນທີ່ຕົວຈິງ ກຳນົດຈຸດການກໍ່ສ້າງຂົວ ແລະ ຍົກລະດັບດ່ານຊາຍແດນ

ລາວ-ກຳປູເຈຍ ລົງສຳຫລວດພື້ນທີ່ຕົວຈິງ ກຳນົດຈຸດການກໍ່ສ້າງຂົວ ແລະ ຍົກລະດັບດ່ານຊາຍແດນ

Published on

ປະຕິບັດ​ຕາມການ​ຕົກ​ລົງ​ຂອງ ​ສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ກຳ​ປູ​ເຈຍ, ຄັ້ງ​ວັນ​ທີ 27 ມິ​ຖຸ​ນາ 2016 ທີ່​ນະ​ຄອນຫລວງພະ​ນົມ​ເປັນ ແລະ ຄັ້ງ​ວັນ​ທີ 6 ສິງ​ຫາ 2016 ທີ່​ນະ​ຄອນຫລວງວຽງ​ຈັນ. ໃນລະ​ຫວ່າງ ວັນທີ 2-4 ພະ​ຈິກ 2016, ຄະ​ນະ​ຝ່າຍ​ລາວ ນຳໂດຍທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ; ຄະ​ນະຝ່າຍກຳ​ປູ​ເຈຍ ນຳໂດຍທ່ານ ລອງ ວິຊາໂລ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ໂດຍມີບັນດາການນໍາ​ຂອງແຂວງ ທີ່​ກ່ຽວ​ຂ້ອງສອງ​ປະ​ເທດ ແລະ ຜູ້ຕາງຫນ້າ ຈາກບັນດາກະຊວງ, ຂະ​ແໜງ​ການ​ຂອງລາວ ແລະ ​ກຳ​ປູ​ເຈຍ ເຂົ້າຮ່ວມ.

ສອງ​ຝ່າຍ​ ໄດ້​ດຳ​ເນີນ​ການ​ສຳ​ຫລວດ​​ ພູມີ​ປະ​ເທດ​ຕົວ​ຈິງ ແລະ ປຶກສາ​ຫາ​ລື ຈຸດ​ຈະ​ສ້າງ​ຂົວ​ຂ້າມ​ເຊ​ລຳ​ເພົາ ແລະ​ ​ຈຸດ​ທີ່​ຈະ​ສ້າງດ່ານສາ​ກົນ ​ບໍ​ລິ​ເວນ​ບ້ານ​ເວີນ​ຍາງ, ເມືອງ​ມູນ​ລະ​ປະ​ໂມກ, ແຂວງຈຳ​ປາ​ສັກ; ດ່ານ​ເວີ​ນຄາມ, ເມືອງ​ໂຂງ ແຂວງຈຳ​ປາ​ສັກ ແລະ ດ່ານ​ເຊ​ປຽນ (ດ່ານ48), ບ້ານ​ຫາດ​ໃຫຍ່ ເມືອງ​ສະ​ໜາມ​ໄຊ ແຂວງອັດ​ຕະ​ປື.

ການ​ລົງ​ສຳຫລວດ ຢູ່​ພື້ນ​ທີ່ຕົວ​ຈິງໃນ​ຄັ້ງ​ນີ້, ​ເປັນ​ການ​ປະ​ຕິ​ບັດ ​ຕາມ​ເຈດ​ຕະ​ນາ​ລົມ ແລະ ຄວາມ​ມຸ້ງ​ມາດ​ປ​າດ​ຖະ​ໜາ​ ຂອງສອງພັກ ແລະ ລັດ​ຖະ​ບານ ​ຂອງ​ສອງ​ປະ​ເທດລາວ ແລະ ກຳ​ປູ​ເຈຍ ທີ່​ຢາກເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ ໃຫ້​ແກ່ການ​ໄປ​ມາ​ຫາ​ສູ່​ກັນ ລະ​ຫວ່າງ​ ປະ​ຊາ​ຊົນ​ສອງ​ຊາດ, ການ​ທ່ອງ​ທ່ຽວ, ການ​ຄ້າຂາຍ, ​ແລກ​ປ່ຽນ​ສິນ​ຄ້າ, ການ​ລົງ​ທຶນ ແລະ ກາ​ນຮ່ວມ​ມື ຊ່ວຍ​ເຫລືອ​ຊຶ່ງ​ກັນ ​ແລະ​ ກັນ​ ທັງ​ໃນ​ລະ​ດັບ ສູນ​ກາງ ແລະ ​ທ້ອງ​ຖິ່ນ, ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ກາ​ນ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ ​ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ ໃຫ້​ນັບ​ມື້​ດີ​ຂຶ້ນ​ກວ່າເກົ່າ.

ອີງ​ໃສ່​ຜົນ​ການ​ສຳ​ຫລວດພື້ນທີ່​ຕົວ​ຈິງ, ສອງຝ່າຍ​ໄດ້ປຶກ​ສາ​ຫາ​ລື ແລະ ​ແລກ​ປ່ຽນ​ຄວາມ​ເຫັນນໍາກັນ ຢ່າງກົງໄປກົງມາ ແລະ ຊອກວິທີທາງ ເພື່ອເຮັດແນວໃດ ໃຫ້ມີການເປີດ ແລະ ຍົກລະດັບດ່ານ, ສ້າງຂົວຂ້າມເຊລໍາເພົາໂດຍໄວ, ພ້ອມທັງຈະນໍາເອົາ ຜົນຂອງການສໍາຫລວດ ພື້ນທີ່ຕົວຈິງຄັ້ງນີ້ ລາຍງານຂັ້ນເທິງຂອງຕົນໃຫ້ການຊີ້ນໍາ. ການພົບປະ ແລະ ການສຳ​ຫລວດ​ ພື້ນ​ທີ່​ຕົວ​ຈິງໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນ ຍາກາດແຫ່ງໄມ​ຕີ​ຈິດ ມິດ​ຕະ​ພາບທີ່​ດີ​ນຳ​ກັນ ແລະໄດ້​ລົງ​ນາມ​ ໃນ​ບົດ​ບັນ​ທຶກ​ຮ່ວມ​ກັນ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື​ ໃນ​ຕໍ່​ໜ້າ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...