Home​ຂ່າວທ່ອງທ່ຽວ6 ເດືອນຕົ້ນປີ ນັກທ່ອງທ່ຽວເຂົ້າເຊກອງ 13 ພັນກ່ວາຄົນ

6 ເດືອນຕົ້ນປີ ນັກທ່ອງທ່ຽວເຂົ້າເຊກອງ 13 ພັນກ່ວາຄົນ

Published on

tareing-ethnic-house-2
ພາບນັກທ່ອງທ່ຽວຕ່າງປະເທດ ກັບຮູບຊົງເຮືອນຂອງເຜົ່າຕະຫຼ່ຽງ ອັນເປັນເອກະລັກທີ່ມີສະເໜ່ ຂອງແຂວງເຊກອງ

 

ເຊກອງແມ່ນໜຶ່ງໃນ 4 ແຂວງພາກໃຕ້ທີ່ມີຄວາມຫຼາກຫຼາຍໃນເລື່ອງຂອງສະຖານທີ່ທ່ອງທ່ຽວ ເປັນຕົ້ນ:

ທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ຊຶ່ງໃນແຕ່ລະປີມີນັກທ່ອງທ່ຽວ ເຂົາມາຢ້ຽມຊົມຫຼາຍ

ພັນຄົນ ແລະ ມີທ່າກ້າວຂຶ້ນທຸກໆປີ ເວົ້າໄດ້ວ່າເປັນຂະແໜງການໜຶ່ງທີ່ສຳຄັນຂອງແຂວງ ໃນການສ້າງລາຍ

ຮັບ, ຊຶ່ງເຫັນໄດ້ໃນ 6 ເດືອນຕົ້ນປີນີ້ ສາມາດສ້າງລາຍຮັບໄດ້ 2 ລ້ານກວ່າໂດລາສະຫະລັດ ສ່ວນດ້ານພື້ນຖານ

ຮອງຮັບນັກທ່ອງທ່ຽວ ແມ່ນໄດ້ຮັບການພັດທະນາ ແລະ ປັບປຸງຂຶ້ນຕາມລຳດັບ.

 

ທ່ານ ອຸໄທ ນິນດາສັກ ຫົວໜ້າຫ້ອງການບໍລິຫານ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ

ເຊກອງໃຫ້ຮູ້ໃນວັນທີ 15 ກໍລະກົດຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານ (ຖວທ) ໃນ 6 ເດືອນຜ່ານ

ມານີ້ ພວກເຮົາມີຜົນສຳເລັດຫຼາຍດ້ານ, ຊຶ່ງໃນນີ້ດ້ານວຽກງານການທ່ອງທ່ຽວພວກເຮົາໄດ້ເອົາໃຈໃສ່ຄຸ້ມຄອງ

ພັດທະນາ ແລະ ສົ່ງເສີມ ການທ່ອງທ່ຽວທີ່ມີທ່າແຮງຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ, ເຊື່ອມໂຍງ

ການທ່ອງທ່ຽວໃນບັນດາ 4 ແຂວງພາກໃຕ້ ແລະໃນຂອບສາມຫຼ່ຽມພັດທະນາ (CLV), ໄດ້ຂຽນໂຄງການພັດທະ

ນາການທ່ອງທ່ຽວເຂົ້າແຜນບັນຊີຮຽກການລົງທຶນຂອງລັດ (2011-2020) ມີ 20 ກວ່າ ໂຄງການ ແລະ ຂຽນໂຄງ

ການລົງທຶນຂອງລັດພັດທະນາແຫຼ່ງທ່ອງທ່ຽວສົກ (2014 – 2015), ປະສານງານກັບພາກສ່ວນກ່ຽວຂ້ອງໃນການ

ຄຸ້ມຄອງແຫຼ່ງທ່ອງທ່ຽວແຫ່ງຕ່າງໆໃຫ້ມີຄວາມຍືນຍົງ, ສຸມໃສ່ຂະຫຍາຍ ແລະ ພັດທະນາການ ທ່ອງທ່ຽວອະນຸ

ລັກແບບປະຊາຊົນມີສ່ວນຮ່ວມ, ພ້ອມນັ້ນກໍ ໄດ້ມີການໂຄສະນາດ້ານການທ່ອງທ່ຽວຜ່ານ ສື່ຕ່າງໆເພື່ອດຶງດູດ

ນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງໃຫ້ນັບມື້ນັບຫຼາຍຂຶ້ນເລື້ອຍໆ.

 

ຜ່ານການລົງເກັບກຳສະຖິຕິນັກທ່ອງທ່ຽວໃນໄລຍະ 6 ເດືອນຕົ້ນປີ (2013 – 2014) ນີ້ມີນັກທ່ອງທ່ຽວເຂົ້າມາຢ້ຽມ

ຊົມແຂວງພວກເຮົາຢູ່ 13.140 ຄົນ, ໃນນີ້ນັກທ່ອງທ່ຽວພາຍ ໃນມີ 4.211 ຄົນ, ນັກທ່ອງທ່ຽວຕ່າງປະເທດ 2.753 ຄົນ

ແລະ ນັກທ່ອງທ່ຽວຊາຍແດນ 6.176 ຄົນ, ຊຶ່ງສາມາດສ້າງລາຍຮັບແກ່ຜູ້ປະກອບທຸລະກິດດ້ານການບໍລິການ ແລະ

ປະຊາຊົນ ໄດ້ 2.628.000 ໂດລາສະຫະລັດ.

 

ທ່ານ ອຸໄທ ນິນດາສັກ ໃຫ້ຮູ້ອີກວ່າ: ສ່ວນພື້ນຖານຮອງຮັບນັກທ່ອງທ່ຽວ ແມ່ນໄດ້ມີການພັດທະນາ ແລະ ປັບປຸງດີ

ຂຶ້ນ ຊຶ່ງປະຈຸບັນມີໂຮງແຮມ 9 ແຫ່ງ, ເຮືອນພັກ 27 ແຫ່ງ, ຮ້ານອາຫານ 23 ແຫ່ງ, ຮ້ານບັນເທີງ 25 ຮ້ານ ແລະ ບໍລິສັດ

ທ່ອງທ່ຽວມີ 1 ບໍລິສັດ.

 

(ໂດຍ: ສັນຍາ ແກ້ວໄຊຍະວົງ ຈາກໜັງສືພິມປະຊາຊົນ)

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...