Homeຂ່າວການພັດທະນາພາສີນະຄອນຫລວງ ກັກພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງຈໍານວນ 15 ຄັນ

ພາສີນະຄອນຫລວງ ກັກພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງຈໍານວນ 15 ຄັນ

Published on

ຫົວໜ້າກອງກວດກາພາສີປະຈໍານະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນລະຫວ່າງກາງເດືອນກັນຍາທີ່ຜ່ານມາ ເຈົ້າໜ້າທີ່ກອງກວດກາພາສີຂອງຕົນ ໄດ້ປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນລຽບຕາມຊາຍແດນ, ພາຍໃນຂອບເຂດຄວມຮັບຜິດຊອບ ຕາມລະບຽບກົດໝາຍ ແລະ ໄດ້ກວດພົບເຫັນພາຫະນະຈໍານວນໜື່ງທີ່ເຂົ້າມາບໍ່ຖືກຕ້ອງ ແລະ ນຳໃຊ້ໃບແຈ້ງພາສີເປັນລາຍລະອຽດ (iM4) ແລະ ໃບຢັ້ງຢືນການເສຍພາສີ (ບໍ9) ທີ່ມີການປອມແປງເພື່ອໄປຂຶ້ນທະບຽນ.
ດັ່ງນັ້ນ ທາງເຈົ້າໜ້າທີ່ ກອງກວດກາພາສີຈຶ່ງໄດ້ກັກພາຫະນະດັ່ງກ່າວໄວ້ຊົ່ວຄາວຢູ່ກອງກວດກາພາສີນະຄອນຫລວງ ຊຶ່ງມີລາຍລະອຽດດັ່ງນີ້: ລົດກະບະ ຍີ່ຫໍ້ TOYOTA ແລະ MITSUBISHI ລຸ້ນ VIGO ແລະ TRITON 4 ຄັນ; ລົດເກັງ ຍີ່ຫໍ້ TOYOTA ແລະ AUDI ລຸ້ນ MARK II ແລະ R8 2 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ FORTUNER 1 ຄັນ; ລົດຈິບ ຍີ່ຫໍ້ TOYOTA ລຸ້ນ LANDCRUISER 3 ຄັນ; ລົດຈິບ ຍີ່ຫໍ້ LEXUS ລຸ້ນ XL 570 ຈຳນວນ 4 ຄັນ ແລະ ລົດຈັກຍີ່ຫໍ້ SUSUKI ລຸ້ນ SAMASH ຈຳນວນ 1 ຄັນ ລວມທັງໝົດ 15 ຄັນ ເພື່ອດຳເນີນການສະສາງຄະດີຕາມລະບຽບກົດຫມາຍ ແລະ ມາຮອດວັນທີ 31 ຕຸລາທີ່ຜ່ານມາ ເຈົ້າຂອງພາຫະນະດັ່ງກ່າວ ກໍ່ໄດ້ເຂົ້າມາຕິດຕໍ່ພົວພັນ ເພື່ອດໍາເນີນຕາມລະບຽບຫຼັກການໃຫ້ຖືກຕ້ອງ.

ຫົວໜ້າກອງກວດກາພາສີນະຄອນຫລວງວຽງຈັນ ຍັງໃຫ້ຮູ້ອີກວ່າ: ໃນສົກປີ 2015-2016 ສາມາດຈັດຕັ້ງປະຕິບັດໄດ້ 8 ຕື້ກວ່າກີບ ເທົ່າກັບ 36,02% ຂອງແຜນການປີ ແລະ ສາມາດມ້າງລັກລອບໜີພາສີໄດ້ 175 ຄະດີ, ຕົກເປັນມູນຄ່າກວ່າ 12 ຕື້ກີບ ໃນນັ້ນ ສະສາງແລ້ວ ຈຳນວນ 163 ຄະດີ, ພ້ອມຄ່າປັບໃໝເປັນເງິນທັງໝົດ 3 ຕື້ກວ່າກີບ.

ຂ່າວ: ສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...