Homeນານາສາລະເຕືອນ! ພິດໝາວໍ້ ຮັກສາບໍ່ຫາຍ ມີອາການມື້ໃດເສຍຊີວິດໄດ້

ເຕືອນ! ພິດໝາວໍ້ ຮັກສາບໍ່ຫາຍ ມີອາການມື້ໃດເສຍຊີວິດໄດ້

Published on

ຫຼາຍຄົນຮູ້ຢູ່ດີແລ້ວວ່າເມື່ອ ໃດກໍ່ຕາມທີ່ຖືກໝາ, ແມວ ຫຼື ສັດລ້ຽງຊະນິດອື່ນໆເຊັ່ນ:ກະຕ່າຍ ກັດຈົນເປັນບາດແຜ ແລ້ວໄປຫາ ໝໍເພື່ອສີດວັກແຊງປ້ອງກັນໂລກ ພິດຈາກໝາວໍ້ ແລ້ວກໍປອດໄພ, ແຕ່ຮັບຮອງໄດ້ວ່າຍັງມີບາງຄົນທີ່ຍັງ ເຂົ້າໃຈຜິດ ຄິດວ່າໂລກນີ້ຈະຮັກສາຫາຍໄດ້ ຫາກຖືກກັດແລ້ວຮັກສາຕາມປົກກະຕິ ບໍ່ມີອາການຫຍັງ ກໍ່ອາດຈະປອດໄພ…ເພາະຫຼ້າສຸດມີເຄດຄົນເຈັບຖືກໝາກັດຈາກປະເທດເພື່ອບ້ານ ເຮັດຄວາມສະອາດ ຄິດວ່າບໍ່ມີຫຍັງຜິດປົກກະຕິຈົນເວລາລ່ວງເລີຍໄປ 2 ເດືອນ ຈິ່ງເລີ່ມມີອາການຄ້າຍກັບໝາວໍ້ບ້າ ຫຼັງຈາກມີອາການ ຄົນເຈັບກໍເສຍຊີວິດພາຍໃນ 5-11 ມື້ ເພາະພິດວໍ້ ຈາກໝາ.
  # ອາການຜູ້ຕິດເຊື້ອພິດຈາກໝາວໍ້:

  • ມີໄຂ້ຕໍ່າ, ຄັນເນື້ອຄັນຕົວ, ປວດເມື່ອຍ, ເຈັບຄໍ ແລະໄອແຫ້ງໆກະວົນກະວາຍ, ໄວຕໍ່ສິ່ງຮອບຂ້າງເຊັ່ນ: ສຽງດັງ ແລະ ແສງຈ້າ ຊຶ່ງເປັນອາການຜິດປົກກະຕິຂອງລະບົບປະສາດ, ໂດຍອາການເຫຼົ່ານີ້ເກີດຂຶ້ນເປັນໄລຍະສະຫຼັບກັນໄປ, ມີອາການກະຕຸກ ເມື່ອເຫັນນໍ້າໄດ້ຍິນ ຫຼື ຢູ່ມໍ່ນໍ້າ ບໍ່ ວ່າຈະຈາກກັອກນໍ້າ, ນໍ້າໃນຈອກ ຫຼື ນໍ້າຕາມເໝືອງຕາມຄອງ ຊຶ່ງ ເປັນທີ່ມາຂອງອາການທີ່ເຮົາເອີ້ນວ່າ ຢ້ານນໍ້າ.
  • ນອກຈາກຢ້ານນໍ້າແລ້ວ ອາດຈະຢ້ານສິ່ງອ້ອມຂ້າງໆອື່ນໆ ເຊັ່ນ: ຢ້ານລົມ ເພາະຈະມີອາການ ກະຕຸກທັງຕົວ ແລະຄໍ, ກືນນໍ້າກືນ ອາຫານລຳບາກ, ນໍ້າລາຍເລີ່ມຍ້ອຍ ເພາະຕ່ອມນໍ້າລາຍຈະຕິດເຊື້ອໄປດ້ວຍເຮັດໃຫ້ຕ່ອມນໍ້າລາຍອອກມາຫຼາຍຂຶ້ນ.
  • ຮູມ່ານຕາເປີດ, ໄວຕໍ່ແສງ ແລະບໍ່ມີປະຕິກີລິຍາຕໍ່ແສງ ແລະ ສິ່ງຮອບຂ້າງສະຫຼັບກັນ ໄປເລື້ອຍໆ, ຫົວໃຈເຕັ້ນໄວສະຫຼັບຊ້າ ແລະມີອາການທໍລະມານໄປເລື້ອຍໆ ຈົນກວ່າຈະເສຍຊີວິດ.

    ດັ່ງນັ້ນ ເມື່ອໃດກໍ່ຕາມທີ່ຖືກ ສັດລ້ຽງກັດຄວນຟ້າວຮັກສາບາດແຜ ດ້ວຍນໍ້າສະອາດ, ຢາຂ້າເຊື້ອ, ຢາ ທາບາດແຜ ຈາກນັ້ນຟ້າວໄປໂຮງໝໍເພື່ອສີດວັກແຊງພາຍໃນ 24 ຊົ່ວໂມງ ເພາະເຊື້ອໝາວໍ້ບ້າສາ ມາດຢູ່ໃນຕົວເຮົາຈົນກວ່າຈະສະແດງອາການໄດ້ເປັນເດືອນ ຫຼື ອາດເຖິງປີ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...