spot_img
Homeຂ່າວຕ່າງປະເທດຣັດເຊຍຢືນຢັນ ມີເຮືອບິນຂັບໄລ່ອູແກຣນບິນໃກ້ໆ MH17 ກ່ອນເກີດເຫດ

ຣັດເຊຍຢືນຢັນ ມີເຮືອບິນຂັບໄລ່ອູແກຣນບິນໃກ້ໆ MH17 ກ່ອນເກີດເຫດ

Published on

557000008521901

 

ຣັດເຊຍ ອອກມາຢືນຢັນໃນວັນຈັນ (21 ກໍລະກົດ) ວ່າ ບັນທຶກດ້ານຖ້ຽວບິນຂອງຕົນ ສະແດງໃຫ້ເຫັນຊັດເຈນວ່າ

ມີເຮືອບິນຂັບໄຂ່ຂອງອູແກຣນລຳໜຶ່ງ ກຳລັງບິນຢູ່ໃກ້ໆກັບຖ້ຽວບິນ MH17 ພຽງບໍ່ດົນກ່ອນທີ່ເຮືອບິນໂດຍສານ

ຂອງສາຍການບິນມາເລເຊຍລຳນັ້ນຈະຕົກລົງ, ການເປີດເຜີຍເລື່ອງນີ້ ເປັນຄວາມພະຍາຍາມທີ່ທາງມົດສະກູໂຕ້

ຕອບການກ່າວຫາຂອງຝ່າຍຕາເວັນຕົກ ໂດຍສະເພາະສະຫະລັດອາເມລິກາທີ່ອອກມາຢືນຢັນຕະຫຼອດວ່າ ມີຫຼັກ

ຖານແໜ້ນໜາທີ່ລະບຸເຖິງ ກຸ່ມແບ່ງແຍກດິນແດນໃນອູແກຣນຕາເວັນອອກ ເປັນຜູ້ໃຊ້ຈະຫຼວດທີ່ຣັດເຊຍສົ່ງ

ໃຫ້ ຍິງເຮືອບິນໂບອິ້ງ 777 ຂອງມາເລເຊຍແອຣ໌ລາຍຕົກ.

 

ການຖະແຫຼງຂ່າວດັ່ງກ່າວຖືກຈັດຂຶ້ນເປັນພິເສດທີ່ນະຄອນຫຼວງມົດສະກູ ໂດຍມີນາຍທະຫານລະດັບສູງ 2 ຄົນ

ຈາກຄະນະເສນາທິການໃຫຍ່ກອງທັບຣັດເຊຍ ເປັນຜູ້ຖະແຫຼງ ໂດຍລະບຸວ່າ ເຄືອຂ່າຍສະຖານີຣາດາເຊິ່ງໃຊ້ໃນ

ການປະຕິບັດການຂະບົບຂີປະນາວຸດຂອງອູແກຣນ ມີຄວາມເຄື່ອນໄຫວຜິດປົກກະຕິຫຼາຍໃນຊ່ວງມື້ເກີດເຫດ

ໂດຍທາງຣັດເຊຍກໍປະຕິເສດອີກຄັ້ງວ່າ ບໍ່ໄດ້ກຳລັງສົ່ງລະບົບຂີປະນາວຸດ ບຸກ (Buk) ຫຼື ອາວຸດອື່ນໃດ ໃຫ້ແກ່ກຸ່ມ

ແບ່ງແຍກດິນແດນໃນອູແກຣນ.

 

ພົ.ທ. ອັນເດຼ ຄາໂຕໂປລອບ ຜູ້ຖະແຫຼງຂ່າວຫຼັກຂອງຣັດເຊຍ ໄດ້ລະບຸວ່າ ເຮືອບິນໂດຍສານຂອງມາເລເຊຍລຳ

ດັ່ງກ່າວ ໄດ້ບິນອອກໄປນອກເສັ້ນທາງທີ່ວາງໄວ້ ໂດຍເບນອອກໄປທາງເໜືອ ເຊິ່ງບ່ຽງເບນອອກໄປໄກສຸດຄື

14 ກິໂລແມັດ, ແຕ່ໃນເວລາດຽວກັນນັ້ນ ຕາມບັນທຶກດ້ານຖ້ຽວບິນຂອງຣັດເຊຍ ຈັບໄດ້ວ່າມີເຮືອບິນຂັບໄລ່

ແບບ SU-25 ຂອງກອງທັບອູແກຣນລຳໜຶ່ງ ເຊິ່ງຕາມປົກກະຕິແລ້ວ ຈະຕິດຕັ້ງຂີປະນາວຸດແບບຍິງຈາກອາ

ກາດສູ່ອາກາດດ້ວຍ ກຳລັງບິນຢູ່ໃກ້ໆກັບ MH17.

 

ທ່ານນາຍພົນຍັງໄດ້ກ່າວຕື່ມອີກວ່າ ກະຊວງປ້ອງກັນປະເທດຂອງຣັດເຊຍ ສາມາດກວດຈັບພົບກິດຈະກຳທີ່

ຜິດປົກກະຕິຈາກສະຖານີຣາເດຂອງອູແກຣນ ເຊິ່ງໃຊ້ໃນການດຳເນີນການລະບົບຂີປະນາວຸດ ໃນວັນພະຫັດ

ທີ 17 ກໍລະກົດ ຄວາມເຂັ້ມຂຸ້ນໃນການປະຕິບັດການຂອງພວກສະຖານີຣາດາດັ່ງກ່າວ ໄດ້ເພີ່ມຂຶ້ນສູ່ລະດັບສູງ

ສຸດ.  ເຂົາໄດ້ເວົ້າເຖິງບັນທຶກຂອງຝ່າຍຣັດເຊຍວ່າ ມື້ວັນອັງຄານ (15 ກໍລະກົດ) ມີສະຖານີຣາດາໃນພື້ນທີ່ບໍລິ

ເວນນັ້ນຂອງອູແກຣນພຽງ 4 ແຫ່ງເທົ່ານັ້ນ ທີ່ກຳລັງປະຕິບັດການ ແຕ່ພໍມາເຖິງວັນພຸດ (16 ກໍລະກົດ) ກໍໄດ້

ເພີ່ມຂຶ້ນເປັນ 8 ແຫ່ງ, ແລ້ວໃນມື້ເກີດເຫດຄືວັນພະຫັດ (17 ກໍລະກົດ) ກໍກາຍມາເປັນ 9 ແຫ່ງ ແລະ ຫຼັງຈາກ

ນັ້ນມາໃນມື້ວັນສຸກ (18 ກໍລະກົດ) ມີສະຖານີຣາດາຂອງອູແກຣນທີ່ປະຕິບັດການຢູ່ຫຼຸດລົງເຫຼືອ 4 ແຫ່ງ ແລະ

ເຖິງມື້ວັນເສົາ (19 ກໍລະກົດ) ກໍເຫຼືອພຽງ 2 ແຫ່ງເທົ່ານັ້ນ.

 

ທ່ານຄາໂຕໂປລອບ ຍັງຢືນຢັນວ່າ ຣັດເຊຍບໍ່ໄດ້ຈັດສົ່ງອາວຸດໃດໆ ໃຫ້ພວກແບ່ງແຍກດິນແດນໃນອູແກຣນ

ຕາເວັນອອກ ບໍ່ວ່າຈະເປັນລະບົບຂີປະນາວຸດ ບຸກ ຫຼື ອາວຸດອື່ນໃດທັງສິ້ນ ເນື່ອງຈາກຝ່າຍຕາເວັນຕົກໂດຍສະ

ເພາະສະຫະລັດໄດ້ອ້າງວ່າ ມີຫຼັກຖານທີ່ຢືນຢັນໜັກແໜ້ນ ວ່າກຸ່ມແບ່ງແຍກດິນແດນດັ່ງກ່າວ ໃຊ້ຂີປະນາວຸດ

ບຸກ ທີ່ໄດ້ຮັບຈາກຣັດເຊຍ ຍິງ MH17 ຕົກ.
 

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...