Homeນານາສາລະຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

ຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

Published on

ການດັດແຂ້ວນອກສະຈາກຈະໃຫ້ຄວາມງາມແລ້ວ ທ່ານຮູ້ອີກບໍ່ວ່າຍັງມີຜົນຮ້າຍຕາມມາເຊັ່ນ:

1.ມີການສູນເສຍແຮ່ຮາຕຸຂອງເຄືອບແຂ້ວ ແລະແຂ້ວເປັນແມງ

ການມີເຄື່ອງມືຈັດແຂ້ວໃນປາກມັກເຮັດໃຫ້ຄາບຈຸລິນຊີຫຼາຍຂຶ້ນ PH ໃນປາກກໍຫຼຸດລົງ ເກີດການສູນເສີຍແຮຮາຕຸ (demineralization) ເຫັນເປັນຮອຍສີຂາວເຖິງຜິວລຽບຂອງແຂ້ວດັ່ງຮູບຂ້າງລຸ່ມ ຖ້າເຮົາອະນາໄມຜົ້ງປາກໄດ້ ແລະຮ່ວມກັບທັນຕະກໍາປ້ອງກັນເຊັ່ນ: ການໃຊ້ຟລູອໍໄຣດ໌ເສີມໃນຮູບແບບຕ່າງໆ ກໍຈະມີໂອກາດສະສົມແຮ່ຮາຕຸຄືນໄດ້ບໍ່ເປັນຫຍັງ ແຕ່ຖ້າປະໃຫ້ອະນາໄມຜົ້ງປາກນ້ອຍລົງຮ້ອຍດັ່ງກ່າວຈະກາຍເປັນແມງມີຜົນຕໍ່ອາຍຸການແຂ້ວ

 

2. ອັນຕະລາຍຕໍ່ເຄືອບແຂ້ວໂດຍກົງ

ຫາກມີການຈັດວາງດອກແຂ້ວຢ່າງບໍ່ລະວັງແລ້ວແຂ້ວຄູ່ສົບລົງເທິງດອກແຂ້ວແຮງຫຼາຍກໍເປັນອັນຕະລາຍຕໍ່ເຄືອບແຂ້ວໄດ້ ຈຸດຊ່ຽງຈະຢູ່ທີ່ປາຍແຂ້ວໜ້າເບື້ອງເທິງກັບປຸ່ມຍອດແຂ້ວດ້ານຕິດກັບແກ້ມຂອງແຂ້ວ ການໃຊ້ເຄື່ອງມືຢ່າງໂຕກົດແບນ, ໂຕຖອດແບນໂດຍບໍ່ລະວັງກໍເປັນອັນຕະລາຍຕໍ່ແຂ້ວໄດ້ ໂດຍສະເພາະແຂ້ວອອກໃຫມ່ໆນີ້ຊ່ຽງທີ່ຈະແຕກໄດ້ຫາກຖືກການກະທົບໂດຍບໍ່ຕັ້ງໃຈ ໃນຂັ້ນຕອນການຖອດດອກແຂ້ວກໍຕ້ອງລະວັງ ແຕ່ເລື່ອງພວກນີ້ຖ້າບໍ່ເຖິງກັບເຄືອບແຂ້ວໂຄະອອກກໍຈະບໍ່ມີຜົນກັບອາຍຸການໃຊ້ງານຂອງແຂ້ວ.

  1. ແຂ້ວຕາຍ

ແຮງໃນການຈັດແຂ້ວຈະມີຜົນກະທົບຕໍ່ຄວາມສາມາດໃນການໃຊ້ອໍຊີເຈນຂອງເຊລໃນຜົ້ງປະສານແຂ້ວ ຍິ່ງແຮງດຶງແຂ້ວຫຼາຍ ຫຼືຍິ່ງດຶງດົນໆກໍຍິ່ງລົບກວນລະບົບໄຫຼວຽນໃນຜົ້ງປະສາດແຂ້ວ ດັ່ງນັ້ນຈຶ່ງຕ້ອງພະຍາຍາມໃຊ້ແຮງໜ້ອຍໆຢ່າງຕໍ່ເນື່ອງ ເພື່ອໃຫ້ມີການອັບເສບໃນຜົ້ງປະສາດແຂ້ວເລັກຫນ້ອຍ ແລະຍັງກັບຄືນພາວະປົກກະຕິໄດ້ ມີລາຍງານວ່າແຂ້ວທີ່ຕາຍຈາກການດັດຝັນມີຫນ້ອຍເມື່ອທຽບກັບຈໍານວນຜູ້ເຂົ້າຮັບການດັດຝັນ ແຕ່ຖ້າເກີດແຂ້ວຕາຍຂຶ້ນມາແທ້ແລ້ວປະໄວ້ບໍ່ຮັກສາຄອງຮາກແຂ້ວກໍຈະເກີດການລະລາຍຕົວຂອງຂອງຮາກແຂ້ວ ແລະມີພາວະອັບເສບຮຸນແຮງຈົນສູນເສຍແຂ້ວໄດ້.

  1. ຮາກແຂ້ວລະລາຍຕົວ

ເກີດຈາກແຮງຈັດແຂ້ວເຮັດໃຫ້ສະສົມ hyalin ໃນເອັນຢືດປຣິທັນຕ໌ສົ່ງຜົນໃຫ້ການທຳງານຂອງເຊວທີ່ເຮັດໜ້າທີ່ລະລາຍກະດູກ ແລະລະລາຍເຄືອບຮາກແຂ້ວ (osteoclast ແລະ cementoclast) ການລະລາຍຈະເປັນການລະລາຍຈາກພາຍນອກ  (external root resorption) ຈະເກີດຂຶ້ນທັ້ງປາຍຮາກ ຫຼືດ້ານຂ້າງຮາກ ຈະເຫັນໄດ້ຊັດເຊນໃນການຖ່າຍລັງສີ ມັກເກີດກັບແຂ້ວຮາກນ້ອຍໆໄດ້ແກ່ແຂ້ວໜ້າດ້ານລຸ່ມ ຫຼືຮາກແຂ້ວດ້ານຕິດກັບຜົ້ງແກ້ມ ລະດັບການລະລາຍຕົວສ່ວນຫຼາຍບໍ່ເກີນ 2 ມມ. ແລະມີລາຍງານຢືນຢັນວ່າເກືອບຈະບໍ່ຜົນຕໍ່ຄວາມທົນຂອງແຂ້ວ ( ຖ້າບໍ່ລະລາຍຕົວຫຼາຍ )

ເນື່ອງດ້ວຍເຄື່ອງມືຈັດແຂ້ວນັ້ນເຮັດໃຫ້ການດູແລອະນາໄມຜົ້ງປາກລໍາບາກຂຶຶ້້້້ນ ຫາກເຮົາອະນາໄມຜົ້ງບໍ່ໄດ້ກໍເກີດພາວະປຣິທັນຕ໌ອັກເສບຂຶ້ນຈົນສູນເສຍຂອງອະໄວຍະວະປຣິທັນຕ໌ບາງສ່ວນໄປ ຈະເຫັນໄດ້ຊັດເຈນວ່າມີເຮືອກໄຄ່ ຖ້າເສຍອະໄວຍະວະປຣິທັນຕ໌ ຫຼາຍຍ່ອມມີຜົນຕໍ່ອາຍຸການໃຊ້ງານຂອງ.

ຈະເຫັນໄດ້ສ່ວນໜຶ່ງທີ່ແພດຮັກສາເຮົາຢ່າງຮອບຄອບ ຫຼືບໍ່ ສ່ວນໜຶ່ງຢູ່ທີ່ເຮົາໃສ່ໃຈອະນາໄມຜົ້ງປາກຕົນເອງ ຫຼືບໍ່ ຖ້າດີທັ້ງສອງສ່ວນກໍ່ບໍ່ຕ້ອງກັງວົນເລື່ອງການຈັດແຂ້ວ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...