spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີຮັກສາອາການປວດຂາ, ປວດຕີນ ຍ້ອນຍ່າງຫຼາຍ ຫຼື ຢືນດົນ ໃຫ້ຫາຍດີໄວ

ວິທີຮັກສາອາການປວດຂາ, ປວດຕີນ ຍ້ອນຍ່າງຫຼາຍ ຫຼື ຢືນດົນ ໃຫ້ຫາຍດີໄວ

Published on

ຢືນດົນ ຫຼື ຍ່າງຫຼາຍຈົນປວດຂາປວດຕີນ ເມື່ອກັບມາຮອດເຮືອນຈະບີບນວດກໍ່ຍັງບໍ່ດີຂຶ້ນ ໃນຄໍລຳ ສຸຂະພາບ ວັນນີ້ເຮົາຈະມາບອກວິທີຮັກສາອາການປວດຂາ, ປວດຕີນ ຍ້ອນຍ່າງຫຼາຍ ຫຼື ຢືນດົນ ໃຫ້ຫາຍດີໄວມາຝາກກັນ ລອງເຮັດເບິ່ງເດີ້ຮັບຮອງວ່າໄດ້ຜົນຕາມທີ່ຄິດໄວ້ແນ່ນອນ ແຕ່ຈະເຮັດແບບໃດນັ້ນເຮົາມາຮູ້ຈັກນຳກັນເລີຍ

  1. ນວດຝາຕີນດ້ວຍຕຸກນ້ຳເຢັນ ໂດຍການຢຽບຕຸກນ້ຳເຢັນແລ້ວເຄື່ອນໄປມາ ວິທີນີ້ຈະຊ່ວຍອາການປວດບໍລິເວນຝາຕີນໄດ້
  2. ແຊ່ຕີນລົງໃນນ້ຳເກືອອຸ່ນໆ ປະມານ 30ນາທີ ຈະຊ່ວຍຜ່ອນຄາຍອາການເຄັ່ງຕິງຂອງເສັ້ນເອັນບໍລິເວນຂໍ້ຕີນ ແລະ ຫຼຸດອາການບວມຂອງຕີນໄດ້
  3. ນອນລົງແລ້ວເອົາຂາທັງສອງເບື້ອງພາດຂາໃສ່ໜອນໃຫ້ຂາສູງຂຶ້ນ ປະມານ 5-10 ນາທີ ຈະຊ່ວຍຫຼຸດອາການປວດຂາ ແລະ ຊ່ວຍໃຫ້ເລືອດຈາກຂາກັບສູ່ຫົວໃຈໄດ້ສະດວດຂຶ້ນ
  4. ແກ້ເມື່ອສົ້ນນ່ອງດ້ວຍການຍຽດຂາອອກໄປຊື່ໆຈົນຂາຕຶງ ປະຄ້າງໄວ້ປະມານ 10-30 ວິນາທີ ຈາກນັ້ນກໍ່ສະລັບເບື້ອງເຮັດ
  5. ນອນຫງາຍເອົາຂາທັງສອງເບື້ອງຊັນກຳແພງ ປະມານ 5 ນາທີ ວິທີນີ້ຈະຊ່ວຍໃຫ້ເລືອດຢູ່ຕີນ ແລະ ຂາໄຫລວຽນດີຍິ່ງຂຶ້ນ

ຖ້າຮູ້ສຶກປວດເມື່ອຍທີ່ບໍລິເວນຕີນ ແລະ ຂາກໍ່ລອງເອົາວິທີທີສະໜີໄປຂ້າງເທິງນີ້ລອງໄປເຮັດເບິ່ງເດີ້

ຂໍ້ມູນຈາກ: http://health.kapook.com/view159793.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...