Homeຂ່າວຕ່າງປະເທດຄັ້ງທຳອິດຂອງໂລກ! ທີ່ໄດ້ຄົ້ນພົບເນື້ອເຍື່ອສະໝອງໄດໂນເສົາ ຫຼັງສູນພັນກວ່າ 133 ລ້ານປີ

ຄັ້ງທຳອິດຂອງໂລກ! ທີ່ໄດ້ຄົ້ນພົບເນື້ອເຍື່ອສະໝອງໄດໂນເສົາ ຫຼັງສູນພັນກວ່າ 133 ລ້ານປີ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດໃນວັນທີ 3 ​ພະຈິກ ຜ່ານມາວ່າ ມີການສຳຫຼວດພົບຟອສຊິນເນື້ອເຍື່ອສະໝອງຂອງໄດໂນເສົາ ເປັນຄັ້ງທຳອິດຂອງໂລກ ໂດຍໄດ້ມີປະໂຫຍດຕໍ່ການວິໄຈເຖິງວິຖີຊີວິດຂອງສິ່ງທີ່ມີຊີວິດບູຮານຊະນິດນີ້ໄດ້ລະອຽດຍິ່ງຂຶ້ນ

ເຊິ່ງວ່າສິ້ນສ່ວນດັ່ງກ່າວ ຖືກນັກສຳຫຼວດຈາກຊັສເຊັກ ປະເທດອັງກິດ, ເຊິ່ງຄົ້ນພົບເມື່ອ 10 ກວ່າປີທີ່ແລ້ວ ກ່ອນຈະມີການເອົາມາເປີດເຜີຍເປັນຄັ້ງທຳອິດ ໂດຍເນື້ອເຍື່ອນີ້ ມີລັກສະນະທີ່ບໍ່ໃຫຍ່ຫຼາຍປານໃດ ແລະມີສີນໍ້າຕານ ເຊິ່ງໂຊກດີທີ່ມັນບໍ່ຍ່ອຍສະຫຼາຍໄປຕາມການເວລາ ກ່ອນຈະມີການຄົ້ນພົບໃນເວລາຕໍ່ມາ

ເດວິດ ນໍແມນ ນັກວິທະຍາສາດ ຈາກມະຫາວິທະຍາໄລເຄມບຣິດ ເຊື່ອວ່າສິ້ນສ່ວນສະໝອງນີ້ ເປັນຂອງໄດໂນເສົາກິນພືດພັນ ອິກົວໂນດອນ ເຊິ່ງເປັນໂຕໃຫຍ່ ແລະມີຊີວິດຢູ່ໃນຊ່ວງຕົ້ນຂອງ 133 ລ້ານປີທີ່ແລ້ວ ແນວໃດກໍຕາມເຖິງວ່າສະໝອງຂອງໄດໂນເສົາພັນນີ້ຈະໃຫຍ່ ແຕ່ພວກມັນກໍໄດ້ໃຊ້ງານສຳຫຼັບການປະມວນພຽງແຕ່ເຄິ່ງດຽວ, ສ່ວນອີກເຄິ່ງໜຶ່ງ ຈະເປັນຫຼອດເລືອດ ແລະມີລັກສະນະຄ້າຍຄືກັບໂຄງສ້າງຂອງສັດເລືອຄານໃນປັດຈຸບັນ

ນອກຈາກນີ້ການວິໄຈຍັງບອກວ່າ ເຖິງວ່າສະໝອງຂອງ ອິກົວໂນດອນ ຈະບໍ່ສະຫຼາດ ແລະຊັບຊ້ອນຄືກັບສັດໃນປັດຈຸບັນ ແຕ່ມັກກໍຖືເປັນສ່ວນໜຶ່ງໃນການວິວັດທະນາການໄປສູ່ສັດຫຼາຍໆຊະນິດ ເນື່ອງຈາກວ່າສະໝອງຂອງມັນ ມີໂຄງສ້າງຄືກັບນົກ ແລະແຂ້ ຫຼາຍທີ່ສຸດ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...