Homeຂ່າວເຫດການລັດອະນຸຍາດ ສຳປະທານຂຸດຄົ້ນບໍ່ແຮ່ 80 ກວ່າບໍລິສັດ

ລັດອະນຸຍາດ ສຳປະທານຂຸດຄົ້ນບໍ່ແຮ່ 80 ກວ່າບໍລິສັດ

Published on

ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງບົ່ມຊ້ອນທາງດ້ານຊັບໃນດິນສິນໃນນ້ຳ ຊຶ່ງເປັນທີ່ດຶງດູດໃຫ້ບັນດານັກທຸລະກິດຈາກພາຍໃນ ແລະຕ່າງປະເທດ, ໂດຍໃນ 9 ເດືອນຂອງສົກປີແລ້ວ ລັດຖະບານໄດ້ອະນຸມັດໂຄງການສໍາປະທານຂຸດຄົ້ນບໍ່ແຮ່ທັງໝົດ 80 ບໍລິສັດ ມີ 141 ກິດຈະການ, ຂະນະທີ່ລາຄາແຮ່ທາດຍັງຕໍ່າ ໂດຍສະເພາະຢູ່ຕະຫຼາດໂລກຍັງຢູ່ໃນສະພາວະຕົກຕໍ່າ ຊຶ່ງເປັນບັນຫາຕໍ່ການສົ່ງອອກແຮ່ທາດ.

ອີງຕາມຂໍ້ມູນການລາຍງານ ຂອງລັດຖະບານທີ່ກອງປະຊຸມສະພາໃຫ້ຮູ້ວ່າ: ພາຍໃນໄລຍະ 9 ເດືອນສົກປີ 2015-2016 ລັດຖະບານໄດ້ອະນຸມັດໂຄງການສໍາປະທານຂຸດຄົ້ນບໍ່ແຮ່ທັງໝົດ 80 ບໍລິສັດ, ມີ 141 ກິດຈະການ, ໃນນັ້ນ ເປັນຂອງພາຍໃນ 19 ບໍລິສັດ (29 ກິດຈະການ) ແລະຕ່າງປະເທດ 59 ບໍລິສັດ (104 ກິຈະການ), ໂຄງການທີ່ກໍາລັງຂຸດຄົ້ນ ແລະຜະລິດມີ 52 ບໍລິສັດ, ກໍາລັງກໍ່ສ້າງໂຮງງານປຸງແຕ່ງ ແລະກຽມຂຸດຄົ້ນ 28 ບໍລິສັດ 35 ກິດຈະການ, ປະຈຸບັນມີການຜະລິດແຮ່ທາດທັງໝົດ 20 ຊະນິດ, ລວມຍອດມູນຄ່າການຜະລິດໄດ້ 8.846 ຕື້ກີບ.

ສຳລັບການຈໍາໜ່າຍແມ່ນສາມາດປະຕິບັດໄດ້ 14,6 ລ້ານໂດລາ ໃນນັ້ນສົ່ງອອກແຮ່ທາດກວມ ອັດຕາສ່ວນສູງໄດ້ແກ່: ທອງເຂັ້ມຂຸ້ນພູເບ້ຍ 544,5 ລ້ານໂດລາ; ທອງແຜ່ນເຊໂປນ 292,15 ລ້ານໂດລາ; ເກືອໂປຕັດຄໍາມ່ວນ ແລະວຽງຈັນ 80,1 ລ້ານໂດລາ; ແຮ່ກົ່ວ ຫີນກາວ ແຮ່ອັງຕີມອນ ແລະແຮ່ເຫຼັກຕາມລໍາດັບ.

ແຕ່ລາຄາແຮ່ທາດຢູ່ຕະຫຼາດ ສາກົນຍັງຢູ່ໃນສະພາວະຕົກຕໍ່າ ຊຶ່ງສົ່ງຜົນໃຫ້ມີຄວາມຕ້ອງການໃນ ກຸ່ມວັດຖຸດິບ ແລະຜະລິດຕະພັນ ດ້ານແຮ່ທາດມີແນວໂນ້ມຫຼຸດລົງ ແລະເຮັດໃຫ້ການດໍາເນີນທຸລະກິດຂຸດຄົ້ນແຮ່ຢູ່ໃນໄລຍະລໍຕົວຍ້ອນການຜະລິດໃຫ້ຜົນຕອບແທນຕໍ່າ.

ເຖິງວ່າໃນຕະຫຼາດໂລກຍັງມີ ບັນຫາຕໍ່ລາຄາແຮ່ທາດກໍຕາມແຕ່ ລັດຖະບານຍັງຄາດຄະເນໝົດສົກປີຈະສາມາດປະຕິບັດໄດ້ 14.054 ຕື້ກີບ ເກີນແຜນ 10,6% (12.697 ຕື້ກີບ), ທຽບໃສ່ໄລຍະດຽວກັບ ປີຜ່ານມາໃຫ້ເພີ່ມຂຶ້ນ 2,74%.

ຢ່າງໃດກໍຕາມ ສຳເລັດການຂຸດຄົ້ນແຮ່ທາດນັບແຕ່ກາງປີ 2012 ເປັນຕົ້ນມາຖືກລັດຖະບານໄດ້ມີການໂຈະອະນຸຍາດ ໂຄງການໃໝ່ຊອກຄົ້ນ ແລະສຳຫຼວດແຮ່ຫຼາຍຊະນິດ ທັງນີ້ເພື່ອກວດສອບຄືນໂຄງການເກົ່າຮັບປະກັນຄຸນນະພາບ  ແລະປະສິດທິພົນຂອງໂຄງການ ແຕ່ສຳລັບໂຄງການທີ່ອະນຸຍາດໃນ 9 ເດືອນ ສົກແລ້ວນັ້ນກໍຂໍຝາກທາງພາກສ່ວນກ່ຽວຂ້ອງຊ່ວຍກວດສອບ ເບິ່ງຄື່ນຕື່ມ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...