spot_img
Homeຂ່າວພາຍ​ໃນນຳເຂົ້າເຄື່ອງຂ້າມຂົວລາວ-ໄທ I ງຽບເຫງົາຫຼັງເລີ່ມເກັບອາກອນ 10%

ນຳເຂົ້າເຄື່ອງຂ້າມຂົວລາວ-ໄທ I ງຽບເຫງົາຫຼັງເລີ່ມເກັບອາກອນ 10%

Published on

ການເກັບອາກອນມູນຄ່າເພີ່ມ 10% ສຳລັບເຄື່ອງຕິດຕົວຜູ້ໂດຍສານໄດ້ເລືອກເອົາດ່ານຂົວມິດຕະພາບ ລາວ-ໄທ I ເປັນດ່ານທົດສອບຂອງການຈັດເກັບ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແລ້ວນັບແຕ່ວັນ 1 ພະຈິກ 2016 ເປັນຕົ້ນມາ ແຕ່ ຕາມການຕິດຕາມຂອງທີມຂ່າວເສດຖະ ກິດໃນວັນທີ 2 ບັນຍາກາດ ໂດຍລວມ ງຽບເຫງົາມີການເດີນທາງເຂົ້າ-ອອກປົກ ກະຕິ ແຕ່ບໍ່ປາກົດເຫັນການຂົນສົ່ງເຄື່ອງທີ່ຊື້ເຂົ້າມາຈຳນວນຫຼາຍຄືແຕ່ກ່ອນ.
ທ່ານ ສຸດໃຈ ອິນທະວົງ ຮອງຫົວໜ້າ ດ່ານພາສີສາກົນຂົວມິດຕະພາບ 1 ໄດ້ ໃຫ້ສຳພາດເມື່ອວັນທີ 2 ພະຈິກຜ່ານມາວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານ ການເກັບອາກອນ 10% ດ້ວຍການນຳ ໃຊ້ລະບົບເອເລັກໂຕຣນິກ SmartVat ຢູ່ດ່ານພາສີຂົວມິດຕະພາບ ລາວ-ໄທ I ໃນໄລຍະ 2 ວັນມານີ້ ເຫັນໄດ້ວ່າບັນດາ ພໍ່ແມ່ປະຊາຊົນຍັງບໍ່ທັນມີຄວາມເຂົ້າ ໃຈປານໃດກ່ຽວກັບວິທີການ ແລະຂັ້ນ ຕອນການປະຕິບັດ, ໂດຍວັນທີ 1 ພະຈິກ 2016 ເປັນມື້ທຳອິດຂອງການເລີ່ມຈັດ ເກັບລະບົບໃໝ່ ແລະມີລົດແຈ້ງອອກທັງ ໝົດຈຳນວນ 556 ຄັນ ແລະມີລົດມາ ແຈ້ງເສຍອາກອນຜ່ານລະບົບ 7 ຄັນ, ສ່ວນວັນທີ 2 ພະຈິກ ກໍມາລົດແຈ້ງອອກ ທັງໝົດ 637 ຄັນ ແລະມາຮອດເວລາ 16:30 ມີລົດມາແຈ້ງເສຍ ຈຳນວນ 7 ຄັນເຊັ່ນກັນ.

ຢ່າງໃດກໍຕາມ ຄຽງຄູ່ກັບການເລີ່ມ ປະຕິບັດການເກັບອາກອນ 10% ນີ້ປະຊາຊົນ ກໍຄືຜູ້ໂດຍສານແມ່ນມີຄວາມຕື່ນຕົວກັນຫຼາຍຂຶ້ນໃນການຈັບຈ່າຍໃຊ້ສອຍ ສັງເກດຈາກການຊື້ເຄື່ອງຕິດຕົວ ເມື່ອທຽບກັບໄລຍະຜ່ານມາ, ອັນນີ້ ກໍເນື່ອງມາຈາກການຍົກເວັ້ນອາກອນ 50 ໂດລາ ຫຼື 4 ແສນກີບນັ້ນ ສະເລ່ຍມູນຄ່າ ເຄື່ອງລວມທີ່ມີໃສ່ຈຳນວນຄົນທີ່ມີຢູ່ໃນລົດ, ດັ່ງນັ້ນ ການເສຍອາກອນມູນຄ່າເພີ່ມຂອງຜູ້ໂດຍສານແມ່ນຫຼຸດລົງຈາກການແຈ້ງເສຍປົກກະຕິຂອງໄລຍະຜ່ານມາ, ແນວໃດກໍດີ ເພື່ອເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບການນຳໃຊ້ລະບົບດັ່ງກ່າວນີ້ຫຼາຍຂຶ້ນ, ພວກເຮົາກໍຍັງ ຈະສືບຕໍ່ໂຄສະນາເຜີຍແຜ່ກ່ຽວກັບການ ນຳໃຊ້ລະບົບ SmartVat ນີ້ຕື່ມອີກ, ພ້ອມນັ້ນ ກໍຈະສືບຕໍ່ຈະຂະຫຍາຍຊ່ອງ ແລະລະບົບເກັບຕື່ມອີກ 2 ເລນ, ທັງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ກັບ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທີ່ເດີນ ທາງຜ່ານດ່ານແຫ່ງນີ້, ທ່ານ ສຸດໃຈ ກ່າວ.

ທ່ານ ອັດສະວິນ ເທບພະກັນ ວິຊາ ການພັດທະນາລະບົບ SmartVat ທະນາຄານການຄ້າຕ່າງປະເທດລາວມະ ຫາຊົນກ່າວວ່າ: ການຕິດຕັ້ງລະບົບການ ຈັດເກັບພາສີອາກອນ 10% ຢູ່ພາຍໃນ ດ່ານສາກົນນີ້ຖືວ່າສຳເລັດແລ້ວ 100%, ເປັນຕົ້ນອຸປະກອນຕ່າງໆທີ່ຮັບໃຊ້ວຽກ ງານດັ່ງກ່າວເຊັ່ນ: ເຄື່ອງກວດໃບແຈ້ງ ມູນຄ່າສິນຄ້າຈຳນວນ 10 ເຄື່ອງ, ເຄື່ອງຮັບເງິນຈຳນວນ 10 ເຄື່ອງ ແລະແຕ່ລະເຄື່ອງແມ່ນສາມາດສາກແບັດ ແລະເກັບໄຟໄດ້ ເພື່ອຮັບປະກັນບໍ່ໃຫ້ມີບັນຫາໃນ ເວລາເຮັດວຽກຕົວຈິງ, ພ້ອມກັນນັ້ນລະບົບດັ່ງກ່າວຍັງສາມາດຮັບຊຳລະການເກັບອາກອນຜ່ານລະບົບບັດ VISA, JCB, Master Cart, BCEL ATM-UnionPay, Smart Vat, Smart Tax ແລະBCEL One ຫຼື ທຸກລາຍ ການທີ່ຜູ້ໂດຍສານຮ່ວມໃຊ້ບໍລິການກັບ ທາງທະນາຄານ.

ທ່ານ ນາງ ນ້ອຍ ປະຊາຊົນ ຜູ້ໃຊ້ບໍລິ ການລະບົບສະມາດແວັດ Smartvat ກ່າວວ່າ: ໄລຍະຜ່ານມາກໍໄດ້ຂ້າມໄປຫຼິ້ນ ແລະຊື້ເຄື່ອງໃຊ້ຢູ່ປະເທດເພື່ອນບ້ານ ແຕ່ກໍບໍ່ເຄີຍໄດ້ມາແຈ້ງເສຍອາກອນຈັກ ເທື່ອເພາະຈະບໍ່ຄ່ອຍໄດ້ຊື້ຫຍັງ ເນື່ອງ ຈາກຢູ່ພາຍໃນ ຫຼື ຕະຫຼາດທົ່ວໄປໃນ ລາວເຮົາກໍມີຢູ່ແລ້ວ ແລະບາງຢ່າງກໍມີ ລາຄາຖືກກວ່າ, ແຕ່ເທື່ອນີ້ແມ່ນຖືເປັນ ຄັ້ງທຳອິດທີ່ໄດ້ຊື້ເຄື່ອງຫຼາຍ ຊຶ່ງກໍຕ້ອງ ໄດ້ມາແຈ້ງເສຍອາກອນ 10% ໃນລະບົບ ເອເລັກໂຕຣນິກທີ່ທັນສະໄໝ ແລະຜ່ານການຊຳລະຜ່ານລະບົບດັ່ງກ່າວກໍເຫັນ ວ່າຍັງມີຫຼາຍຢ່າງທີ່ຍັງບໍ່ທັນຮູ້ຈັກ ໂດຍສະເພາະຂັ້ນຕອນຕ່າງໆໃນການຊຳລະ ເນື່ອງຈາກເພິ່ນຫາກໍເລີ່ມປະຕິບັດ, ແຕ່ກໍ ຮູ້ມາແຕ່ດົນແລ້ວ ວ່າເພີ່ນຈະຫັນຈາກ ການເກັບລະບົບຈົດກ່າຍມານຳໃຊ້ລະບົບທັນສະໄໝແທນ, ຖືວ່າເປັນອີກລະບົບ ໜຶ່ງຈະຊ່ວຍອຳນວຍຄວາມສະດວກໃນ ການຈ່າຍອາກອນຂອງຜູ້ທີ່ຊື້ເຄື່ອງເກີນກຳນົດ ແລະຍັງຊ່ວຍໃຫ້ເຈົ້າໜ້າທີ່ເຮັດ ວຽກງ່າຍຂຶ້ນກວ່າເກົ່າ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...