HomeມູມໄອທີລາວHuawei ເປີດໂຕ Mate 9 ວ່າທີ່ສະມາດໂຟນເຮືອທຸງຢ່າງເປັນທາງການ ມາພ້ອມກ້ອງຫຼັງເລນຄູ່ Leica

Huawei ເປີດໂຕ Mate 9 ວ່າທີ່ສະມາດໂຟນເຮືອທຸງຢ່າງເປັນທາງການ ມາພ້ອມກ້ອງຫຼັງເລນຄູ່ Leica

Published on

​ຫຼ້າສຸດນີ້ບໍລິສັດ Huawei ໄດ້ຈັດງານເປີດໂຕສະມາດໂຟນເຮືອທຸງຂອງບໍລິສັດລຸ້ນໃໝ່ຢ່າງເປັນທາງການ ທີ່ເມືອງມິວນິກ ປະເທດເຢຍຣະມັນ ໂດຍລຸ້ນດັ່ງກ່າວນີ້ກໍຄື: Huawei Mate 9. ສຳລັບໃຜທີ່ເປັນແຟນໆຊີຣີນີ້ຄົງຕ້ອງບອກໄວ້ເລີຍວ່າເກັບເງິນໄວ້ຖ້າເລີຍເພາະຮອບນີ້ຖືວ່າຈັດມາເຕັມບໍ່ວ່າຈະເປັນກ້ອງຫຼັງເລນຄູ່ ດ້ວຍຄວາມຮ່ວມມືຈາກບໍລິສັດ Leica ເຈົ້າເກົ່າ, ມາພ້ອມຊີພີຢູ ແລະຈີພີຢູໂຕໃໝ່, ຮູບຮ່າງສວຍງາມ ແລະບາງ. ອີກທັງຍັງຊູຈຸດເດັ່ນໆທີ່ກ້ອງຂາວດຳທີ່ໃຫ້ຄວາມລະອຽດມາເຖິງ 20 ລ້ານພິກເຊວ ມາພ້ອມເທັກໂນໂລຢີແບບໃໝ່ໆ

ສຳລັບລຸ້ນນີ້ແມ່ນມາພ້ອມ 6 ສີຄື: Black, Space Gray, Moonlight Silver, Champagne Gold, Mocha Brown ແລະ Ceramic White

ສຳລັບລາຍລະອຽດສະເປັກຂອງ Huawei Mate 9 ມີດັ່ງນີ້:

  • ສັດສ່ວນເຄື່ອງ: 156.9 x 78.9 x 7.9 ມມ
  • ນ້ຳໜັກ: 169 ກຣາມ
  • ໜ້າຈໍ: IPS 5.9 ນິ້ວ, FullHD (1920 x 1080 ພິກເຊວ), ຈໍໂຄ້ງ 2.5D
  • CPU: Kirin 960 (4 x 2.4 GHz Cortex-A73 ແລະ 4 x 1.8 GHz A53) ແລະຊິບ IntelliSense i6 
  • GPU: Mali-G71 MP8
  • RAM: 4GB
  • ROM: 64GB ເພີ່ມ microSD ໄດ້
  • ລະບົບ: Android 7.0 Nougat ພ້ອມ EMUI 5.0
  • ຊິມ: Hybird Dual SIM (nano SIM + nano SIM / microSD)
  • ກ້ອງຫຼັງຄູ່: ເຊັນເຊີ້ຂາວດຳ 20 ລ້ານພິກເຊວ ແລະເຊັນເຊີ້ສີ 12 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED, f/2.2, Laser AF, OIS
  • ກ້ອງໜ້າ: 8 ລ້ານພິກເຊວ ພ້ອມ f/1.9
  • ເຊັນເຊີ້: ສະແກນນິ້ວມື
  • ການເຊື່ອມຕໍ່: 4G VoLTE, WiFi 802.11ac (2.4GHz/5GHz), Bluetooth 4.2 LE, GPS, NFC
  • ແບັດເຕີຣີ: 4000 mAh ມາພ້ອມລະບົບສາກໄວ

Huawei Mate 9 ເປີດໂຕມາໃນລາຄາ 699 ຢູໂຣ (6.310.000 ກີບ) ແລະຈະວາງຈຳໜ່າຍໃນກຸ່ມປະເທດທຳອິດຄື: China, France, Germany, Italy, Japan, Kuwait, Malaysia, Poland, Saudi Arabia, Spain, Thailand ແລະ United Arab Emirates

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: 1 , 2

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...