spot_img
Homeຂ່າວຕ່າງປະເທດຊາວໂຊມາລີເກືອບ 3 ລ້ານຄົນ ໃກ້ອົດຕາຍ ຈາກພາວະຂາດແຄນອາຫານ

ຊາວໂຊມາລີເກືອບ 3 ລ້ານຄົນ ໃກ້ອົດຕາຍ ຈາກພາວະຂາດແຄນອາຫານ

Published on

557000008471101

 

ສື່ຕ່າງປະເທດລາຍງານວ່າ ອົງການບັນເທົາທຸກສາກົນ ໄດ້ອອກເຕືອນໃນວັນອາທິດ (20 ກໍລະກົດ) ຜ່ານມາ

ວ່າ ຊາວໂຊມາລີ ຈະປະເຊີນກັບຫາຍະນະຄັ້ງໃຫຍ່ດ້ານມະນຸດສະທຳ ຫຼັງເກີດພາວະຂາດແຄນອາຫານຢ່າງໜັກ

ໂດຍຊີ້ບອກວ່າ ປະຊາຊົນເກືອບ 3 ລ້ານຄົນ ເຖິງຂີດໃກ້ອົດຕາຍ.

 

ຄຳຖະແຫຼງຂອງອົງການບັນເທົາທຸກສາກົນ ທີ່ນຳໂດຍກຸ່ມ ເວີລດ໌ ວິຊັນ (Wold Vision) ລະບຸວ່າ ໃນຂະນະນີ້

ມີເດັກນ້ອຍຊາວໂຊມາລີ ຫຼາຍກ່ວາ 3 ແສນຄົນ ກຳລັງລົ້ມປ່ວຍດ້ວຍໂລກຂາດສານອາຫານ ໂດຍໃນຂະນະ

ທີ່ປະຊາຊົນອີກ່ວາ 2.9 ລ້ານຄົນ ໃນດິນແດນອາຟຣິກກາຕາເວັນອອກແຫ່ງນີ້ ກຳລັງຕ້ອງການຄວາມຊ່ວຍ

ເຫຼືອດ້ານອາຫານ ແລະ ຢາປົວພະຍາດ ເພື່ອຮັກສາຊີວິດຢ່າງຮີບດ່ວນ ພາຍໃນ 3-6 ເດືອນຂ້າງໜ້ານີ້.

 

Kenya East Africa Famine

 

ກ່ອນໜ້ານີ້ ອົງການສະຫະປະຊາຊາດ ໄດ້ອອກເຕືອນເມື່ອຕົ້ນເດືອນກໍລະກົດທີ່ຜ່ານມາ ໂດຍລະບຸວິກິດການ

ຂາດແຄນອາຫານໃນພື້ນທີ່ຕ່າງໆຂອງໂຊມາລີ ກຳລັງເຂົ້າສູ່ພາວະສຸກເສີນ ໂດຍບໍ່ເວັ້ນແຕ່ໃນນະຄອນຫຼວງ

ໂມກາດິຊູ ຂອງປະເທດ ແລະ ຢ້ຳວ່າ ພາວະຝົນທີ່ຂາດຊ່ວງ ລາຄາອາຫານທີ່ພຸ່ງຂຶ້ນສູງ ແລະ ຍອດເງິນຊ່ວຍ

ເຫຼືອດ້ານມະນຸດສະທຳຈາກສາກົນທີ່ຫຼຸດໜ້ອຍຖອຍລົງ ຕະຫຼອດຮອດໄພຄຸກຄາມຈາກກຸ່ມຕິດອາວຸດຫົວ

ຮຸນແຮງ ອັນ ເຊບັບ ຖືເປັນປັດໄຈໃນດ້ານລົບ ທີ່ພ້ອມຊ້ຳເຕີມໃຫ້ວິກິດດ້ານມະນຸດສະທຳໃນປະເທດໂຊມາລີ

ເຖິງຂັ້ນຮ້າຍແຮງສຸດຂີດ.

 

ເນື່ອງຈາກມີລາຍງານວ່າ ຂະນະນີ້ຍອດເງິນບໍລິຈາກຂອງສາກົນ ເພື່ອຊ່ວຍເຫຼືອຊາວໂຊມາລີໃນດ້ານມະນຸດ

ສະທຳໃນປີນີ້ ມີສັດສ່ວນພຽງແຕ່ 12% ຈາກເປົ້າໝາຍເງິນບໍລິຈາກທີ່ຕ້ອງໃຊ້ທັງໝົດ 933 ລ້ານໂດລາ.

 

ເມື່ອປີ 2011 ປະເທດໂຊມາລີ ປະເຊີນກັບວິກິດຂາດແຄນອາຫານຄັ້ງຮ້າຍແຮງທີ່ສຸດ ຈາກຜົນພວງຂອງພາ

ວະແຫ້ງແລ້ງ ເຊິ່ງເປັນເຫດເຮັດໃຫ້ປະຊາຊົນກ່ວາ 13 ລ້ານຄົນ ໄດ້ຮັບຜົນກະທົບ ໂດຍໃນຂະນະທີ່ເກືອບ

260,000 ຄົນ ຕ້ອງເສຍຊີວິດຈາກພາວະອົດຢາກໃນປີດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...