Homeຂ່າວເຫດການກອງປະຊຸມຄະນະກຳມາທິການສະຖິຕິອາຊຽນ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄະນະກຳມາທິການສະຖິຕິອາຊຽນ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ

Published on

ກອງປະຊຸມຄະນະກຳມາທິການສະຖິຕິອາຊຽນ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້, ທີ່ນະຄອນຫລວງວຽງຈັນ ເພື່ອການຮ່ວມມືກັນໃນການພັດທະນາລະບົບສະຖິຕິຂອງປະຊາຄົມອາຊຽນ. ໂດຍການເປັນປະທານຂອງທ່ານ ສຸພັນ ແກ້ວມີໄຊ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ໃນໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ມີຄຳເຫັນວ່າ: ໃນນາມທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ນີ້ ໄດ້ເປັນໂອກາດອັນດີໃຫ້ແກ່ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ກໍຄືປະຊາຊົນລາວທັງຊາດ ໄດ້ຮ່ວມກັນເປັນເຈົ້າພາບໃນການຈັດກອງປະຊຸມດັ່ງກ່າວນີ້ ເຊິ່ງເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ສປປ ລາວ ນັບຕັ້ງແຕ່ການສ້າງຕັ້ງຄະນະກຳມາທິການສະຖິຕິອາຊຽນ ໃນປີ 2011 ເປັນຕົ້ນມາ. ກອງປະຊຸມ ຈະໄດ້ມີການຮັບຮອງເອົາກອບການພັດທະນາສະຖິຕິແບບຍືນຍົງ ຂອງອາຊຽນ ປີ 2016-2025 ແລະ ບັນດາຕົວຊີ້ບອກຕົ້ນຕໍ ເພື່ອຕິດຕາມຜົນການຈັດຕັ້ງປະຕິບັດຍຸດທະສາດພັດທະນາລະບົບສະຖິຕິໃນອາຊຽນ, ແຜນປະຈຳປີ 2017 ແລະ 2018. ພ້ອມດຽວກັນ, ກໍຈະໄດ້ຮັບຮອງເອົາຍຸດທະສາດການເຜີຍແຜ່ຂໍ້ມູນສະຖິຕິທາງການ ແລະ ຮັບຮອງເອົາພາລະບົດບາດຂອງໜ່ວຍງານວິຊາການຮັບຜິດຊອບ ວຽກງານການຜະລິດຕົວຊີ້ບອກພັດທະນາແບບຍືນຍົງຂອງ 10 ປະເທດ.

ທ່ານ ສຸພັນ ແກ້ວມີໄຊ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາວຽກງານສະຖິຕິ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເປັນເຄື່ອງມືການຕິດຕາມປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໃນໄລຍະ 5 ປີ ຜ່ານມາ, ສປປ ລາວ ໄດ້ມີຜົນສຳເລັດຫລາຍດ້ານ, ເສດຖະກິດຂະຫຍາຍຕົວຢ່າງໝັ້ນທ່ຽງ ໂດຍສະເລ່ຍ 7,9% ຕໍ່ປີ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ແລະ ການພັດທະນາແມ່ນໄປຕາມທິດຫັນຈາກເສດຖະກິດກະສິກຳ ໄປສູ່ເສດຖະກິດອຸດສາຫະກຳ ທີ່ທັນສະໄໝເທື່ອລະກ້າວ ແລະ ພ້ອມນີ້ລັດຖະບານລາວ ຈະສືບຕໍ່ໃຫ້ການສະໜັບ ສະໜູນ ແຜນງານການສ້າງຄວາມອາດສາມາດ ຂອງຄະນະກຳມະທິການສະຖິຕິອາຊຽນ ແລະ ຫວັງວ່າແຜນງານດັ່ງກ່າວ ຈະຊ່ວຍຫລຸດຜ່ອນຊ່ອງຫວ່າງການພັດທະນາສະຖິຕິ ໃນບັນດາປະເທດສະມາຊິກອາຊຽນ ເພື່ອໃຫ້ສາມາດນຳໃຊ້ຂໍ້ມູນສະຖິຕິທີ່ມີຄວາມຖືກຕ້ອງ ແລະ ມີຄຸນນະພາບ ເປັນບ່ອນອີງໃນການວາງແຜນ ແລະ ການກຳນົດນະໂຍບາຍໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...