spot_img
Homeຂ່າວຕ່າງປະເທດກຸ່ມຕິດອາວຸດບຸກຊິງສະໜາມບິນລີເບຍ ຕາຍຢ່າງໜ້ອຍ 47 ເຮືອບິນຖືກເຜົາວອດ!

ກຸ່ມຕິດອາວຸດບຸກຊິງສະໜາມບິນລີເບຍ ຕາຍຢ່າງໜ້ອຍ 47 ເຮືອບິນຖືກເຜົາວອດ!

Published on

LIBYA-UNREST-AVIATION

 

ການຕໍ່ສູ້ລະຫວ່າງກຸ່ມຕິດອາວຸດອິດສະລາມິສ ກັບນັກຮົບຝ່າຍກົງກັນຂ້າມ ທີ່ຄວບຄຸມສະໜາມບິນຫຼັກຂອງລີເບຍ

ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 47 ຄົນ ພາຍໃນຮອບອາທິດນີ້ ຕາມການຖະແຫຼງຂອງກະຊວງສາທາລະນະສຸກ

ລິເບຍ ໃນວັນນີ້ (21 ກໍລະກົດ).

 

ການສູ້ຮົບ ເຊິ່ງເລີ່ມຂຶ້ນຕັ້ງແຕ່ວັນທີ 13 ກໍລະກົດຜ່ານມາ ຍັງຄົງເຮັດໃຫ້ມີຜູ້ບາດເຈັບອີກປະມານ 120 ຄົນ ຕາມ

ຂໍ້ມູນເມື່ອວັນເສົາ ແລະ ສົ່ງຜົນເຮັດໃຫ້ສະໜາມບິນສາກົນຕິໂປລີ ຕ້ອງປິດການໃຫ້ບໍລິການ.

 

ສະຫະພາບເອີລົບ ໄດ້ອອກມາຖະແຫຼງປະນາມເຫດຮຸນແຮງຄັ້ງລ່າສຸດ ເມື່ອວັນທີ 20 ກໍລະກົດ ຫຼັງຈາກທີ່ຂໍ້ຕົກລົງ

ຢຸດຍິງລະຫວ່າງກຸ່ມອິດສະລາມິສ ແລະ ກຸ່ມຕິດອາວຸດອີກກຸ່ມໜຶ່ງເຊິ່ງເປັນຄູ່ແຂ່ງ ບໍ່ໄດ້ຮັບການປະຕິບັດອີກຕໍ່ໄປ

ເມື່ອ 2 ມື້ທີ່ຜ່ານມາ.

 

LIBYA-UNREST-AVIATION

 

ແນວຮ່ວມກຸ່ມຕິດອາວຸດ ເຊິ່ງນຳໂດຍນັກຮົບອິດສະລາມິສ ໄດ້ເປີດສາກໂຈມຕີສະໜາມບິນຕິໂປລີ ມື້ວານນີ້ ກ່ອນ

ທີ່ການຕໍ່ສູ້ຈະລຸກລາມອອກໄປຍັງຖະໜົນ ທີ່ມຸ່ງໜ້າເຂົ້າສູ່ເມືອງຫຼວງຂອງປະເທດ.

 

ເຫດຮຸນແຮງທີ່ເກີດຂຶ້ນ ສົ່ງຜົນໃຫ້ຖ້ຽວບິນບໍ່ສາມາດຂຶ້ນ – ລົງໄດ້ ແລະ ສ້າງຄວາມເສຍຫາຍຢ່າງໜັກ ຕໍ່ສະໜາມ

ແລະ ໂຄງສ້າງພື້ນຖານຕ່າງໆ ເຊິ່ງເຈົ້າໜ້າທີ່ການບິນຄາດວ່າ ສະໜາມບິນຕິໂປລີແຫ່ງນີ້ ອາດຈະຕ້ອງປິດເພື່ອປັບ

ປຸງອີກຫຼາຍເດືອນ.

 

ສາຍການບິນລິບຽນແອຣ໌ລາຍ ໄດ້ໂພສຕ໌ຂໍ້ຄວາມໃນເຟສບຸກວ່າ ເຮືອບິນບອມບາເດຍ CRJ 900 ລຳໜຶ່ງຖືກທຳ

ລາຍ ໃນຂະນະດຽວກັນກໍມີຜູ້ໂພສຕ໌ພາບເຮືອບິນລິບຽນແອຣ໌ລາຍລຳໜຶ່ງ ກຳລັງຖືກໄຟລຸກໄໝ້ລົງທາງສື່ສັງຄົມ

ອອນລາຍ ເຊິ່ງຕໍ່ມາກໍມີລາຍງານເພີ່ມເຕີມວ່າ ເຮືອບິນແອຣ໌ບັສ A330 ອີກລຳໜຶ່ງກໍຖືກໄຟໄໝ້ເຊັ່ນດຽວກັນ.

 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...