spot_img
Homeຂ່າວເຫດການໂຮງແຮມ The President By Akaryn Vientiane ກຽມເປີດໂຕໃນຕົ້ນປີໜ້າ

ໂຮງແຮມ The President By Akaryn Vientiane ກຽມເປີດໂຕໃນຕົ້ນປີໜ້າ

Published on

ໂຮງແຮມ The President By Akaryn (ເດິ ເພຣັດຊິເດັນ ໂດຍ ອະຄະຣິນ) ເປັນໂຮງແຮມໜຶ່ງທີ່ກຳລັງກໍ່ສ້າງ ເຊິ່ງໃກ້ຈະເປີດໃຫ້ບໍລິການ ພາຍໃນຕົ້ນປີໜ້າ ເດືອນກຸມພາ 2017 ນີ້, ໂຮງແຮມດັ່ງກ່າວຕັ້ງຢູ່ດ້ານຫຼັງຂອງຫໍພະແກ້ວ, ທາງຂ້າງຕິດກັບຫໍຄຳ ແລະທາງໜ້າຕິດກັບສະຖານທີ່ທ່ອງທ່ຽວແຄມຂອງ ໂດຍແມ່ນ ໄດ້ຮັບປະທານສຳປະທານ ຈາກຫ້ອງການປະທານປະເທດ ໃນນາມກຸ່ມບໍລິສັດ ພອນສັກ ຈຳກັດ ເປັນເວລາ 30 ປີ ໂດຍເຈົ້າຂອງເປັນຄົນລາວ, ກຸ່ມບໍລິສັດ ພອນສັກ ຈໍາກັດ ໄດ້ມີການຮ່ວມມືກັບກຸ່ມ ໂຮງແຮມ ອະຄະຣິນ (Akaryn) ເຊິ່ງມີສໍານັກງານໃຫຍ່ຢູ່ບາງກອກປະເທດໄທ ແລະໄດ້ມອບໃຫ້ ກຸ່ມໂຮງແຮມ ອະຄະຣິນ ເປັນຜູ້ບໍລິການ ແລະຈັດຄຸ້ມຄອງໃຫ້ໂດຍກົງ ໂດຍທີ່ກຸ່ມບໍລິສັດ ພອນສັກ ຈຳກັດ ບໍ່ໄດ້ມາຫຍຸ້ງກ່ຽວຫຍັງນຳອີກ. ໂຮງແຮມດັ່ງກ່າວ ແມ່ນມີຄວາມຫຼູຫຼາ ໂດຍການອອກແບບສະຖາປານນິກທີ່ທັນສະໄໝຂອງວັດທະນະທຳລາວ ມີລະດັບ 5 ດາວ.

lobby

ໂຮງແຮມ The President By Akaryn ມີທັງໝົດ 32 ຫ້ອງ ເຊິ່ງເປັນຫ້ອງຊຸດ (suite) ທັງໝົດ, ໂດຍແຍກອອກເປັນຫ້ອງປະເພດ suite 2 ຫ້ອງ, Executive suite 6 ຫ້ອງ, Deluxe suite 16 ຫ້ອວ ແລະ Garden suite 8 ຫ້ອງ, ຮ້ານອາຫານລາວ, ຮ້ານອາຫານ All day dining, ຮ້ານກາເຟຂະໜົມປັງແບບຝຣັ່ງເສດ, ບາ Whisky/Cigar ແລະບາ Champapagne. ນອກຈາກນີ້, ຍັງມີບໍລິການສະປາທີ່ທັນສະໄໝ ທີ່ແຕກຕ່າງຈາກບ່ອນອື່ນໆ ເຊິ່ງສະປານີ້ ເອົາໃຈໃສ່ກ່ຽວກັບສຸຂະພາບຂອງລູກຄ້່າເປັນຫຼັກ, ມີຮ້ານເສີມຄວາມງາມ, ມີສູນອອກກຳລັງກາຍ, ຫ້ອງ Yoga/Pilates, ມີຮ້ານຂາຍເຄື່ອງທີ່ລະນຶກ, ມີຫ້ອງ Oxygen ສໍາລັບແຂກທີ່ຕ້ອງການມາໃຊ້ບໍລິການເຊັ່ນ: ມີອາການເຈັບຫົວ ເພາະມີອາການເມົາຄ້າງ ແລະອື່ນໆ ຖືໄດ້ວ່າໂຮງແຮມນີ້ມີຄວາມຫຼາກຫຼາຍໃນການໃຫ້ບໍລິການ ເມື່ອປຽບທຽບກັບໂຮງແຮມອື່ນໆ

ເອກະລັກຂອງໂຮງແຮມ The President By Akaryn ແມ່ນເປັນແບຣນຂອງໂຮງແຮມອັນດັບຕົ້ນໆ ທີ່ມາຈາກປະເທດໄທ ເຊິ່ງເປັນໂຮງແຮມທຳອິດທີ່ Akaryn ໄດ້ມາເປີດບໍລິການຢູ່ວຽງຈັນ, ໃນປັດຈຸບັນກໍາລັງຈະເປີດບໍລິການໄປສູ່ແຂວງຫຼວງພະບາງ ເຊິ່ງການບໍລິການຂອງ Akaryn ແມ່ນສາມາດເຊື່ອມຕໍ່ກັນກັບທຸກເຄືອຂ່າຍ ຖ້າຫາກລູກຄ້າຫາກຕ້ອງການທີ່ຈະໃຊ້ບໍລິການ ບໍ່ວ່າຈະຢູ່ສາຂາໃດກໍຕາມ

ສຳລັບແຂກທີ່ຈະເຂົ້າມາພັກແມ່ນ ແຂກລະດັບສູງຈາກຕ່າງປະເທດ, ກຸ່ມນັກທຸລະກິດຈາກພາກເອກະຊົນ, ນັກທ່ອງທ່ຽວ ແລະອື່ນໆ ທີ່ຈະເດີນທາງມາ ສປປ ລາວ, ໂຮງແຮມ  The President By Akaryn ເປັນທາງເລືອກທີ່ດີທີ່ສຸດ ສຳລັບການບໍລິການດ້ານອາຫານ ແລະເຄື່ອງດື່ມ, ລວມເຖິງການສະແດງ ແລະຄວາມບັນເທີງຕ່າງໆ ເຊິ່ງໄດ້ວ່າໄດ້ວາງແຜນ ທີ່ຈະເອົາວົງດົນຕີ ທີ່ຫຼາກຫຼາຍສີສັນເຂົ້າມາໃຫ້ບໍລິການເຊັ່ນ: ວົງດົນຕີຈາກປະເທດ Cuba, ການສະແດງຂອງຄົນລາວ ແລະສາກົນອີກດ້ວຍ

ໂຮງແຮມ  The President By Akaryn ຖືວ່າເປັນອີກໜຶ່ງໂຮງແຮມ ທີ່ໄດ້ຮັບຄວາມສົນໃຈທີ່ສຸດທັງພາຍໃນ ແລະຕ່າງປະເທດ ລວມໄປເຖິງໜັງສືພິມ, ວາລະສານ ແລະເວັບໄຊອື່ນໆ ທີ່ຢູ່ໃນຂົງເຂດອາຊີແລະໃນປະເທດ ຢູໂຣບ, ໜັງສືພິມຊື່ດັງ ຈາກຕ່າງປະເທດເຊັ່ນ New York Times ກໍໄດ້ໃຫ້ຄວາມສົນໃຈ ແລະໄດ້ຈັດອັນດັບ ໃຫ້ໂຮງແຮມ The President By Akaryn ເປັນໜຶ່ງໃນເຈັດຂອງໂຮງແຮມ ທີ່ກຳລັງຈະເປີດໂຕທີ່ດີທີ່ສຸດໃນໂລກ.

14606396_741583852673152_4340919952162622778_nປັດຈຸບັນໂຮງແຮມ The President By Akaryn ສ້າງສຳເລັດແລ້ວປະມານ 80%

ໂຮງແຮມດັ່ງກ່າວ ຕັ້ງຢູ່ຖະໜົນຟ້າງຸ່ມ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ແລະຖ້າຫາກໂຮງແຮມດັ່ງກ່າວ ເປີດໂຕຢ່າງເປັນທາງການມື້ໃດທາງເວັບໄຊຂອງພວກເຮົາ ຈະບໍ່ພາດໂອກາດທີ່ຈະນໍາສະເໜີຕື່ມອີກແນ່ນອນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...