Homeສຸຂະພາບ ແລະ ສີ່ງແວດລ້ອມສູດຮັກສາອາການເຈັບຄໍ

ສູດຮັກສາອາການເຈັບຄໍ

Published on

 ໄລຍະນີ້ອາກາດປ່ຽນແປງຕະຫຼອດບຶດຮ້ອນ, ບຶດໜາວ, ບຶດຝົນຕົກ ຄົນທີ່ມີສຸຂະພາບທີ່ແຂງແຮງກໍ່ກັບມາອ່ອນແອລົງ ທັງເປັນຫວັດ, ເປັນໄຂ້ ຫຼື ມີອາການເຈັບຄໍ ໃຫ້ກັງວົນໃຈ ການບັນເທົາອາການເຈັບຄໍແບບໄດ້ຜົນປະຢັດເຮັດໄດ້ງ່າຍ ແລະ ທີ່ສຳຄັນ ເປັນສູດຈາກທຳມະຊາດມາຝາກນຳກັນ.

ວິທີ ທີ1: ນໍ້າ + ເກືອ: ໂດຍການໃຊ້ນໍ້າອຸ່ນ 1 ຖ້ວຍ + ເກືອ ¼ ບ່ວງຊາ ນຳມາບ້ວນປາກແລ້ວ ຄາຍຖິ້ມນໍ້າອຸ່ນ ແລະເກືອຈະຊ່ວຍ ຫຼຸດເຊື້ອແບັກທີເຣຍຕົວຮ້າຍ ຈິ່ງ ຫຼຸດອາການເຈັບຄໍໄປແດ່.

ວິທີ ທີ 2: ນໍ້າເຜີ້ງ + ໝາກນາວ + ຂີງ + ນໍ້າ: ສຳລັບໃຜທີ່ເຈັບຄໍຫຼາຍແດ່ລອງໃຊ້ນໍ້າເຜີ້ງ 1 ບ່ວງຊາ + ນໍ້າໝາກນາວປະມານປ່ຽງໜຶ່ງ + ນໍ້າຂີງ 1 ບ່ວງຊາ + ນໍ້າອຸ່ນ ຫຼັງຈາກນັ້ນ ນຳມາບ້ວນປາກຈັກ ໜ້ອຍໜຶ່ງ ເພາະນໍ້າເຜີ້ງຊ່ວຍກຳ ຈັດເຊື້ອໄວຣັດ ແລະແບັກທີເຣຍທີ່ມາສ້າງຄວາມລະຄາຍເຄ່ືອງໃຫ້ ກັບຄໍ ແລະໝາກນາວຊ່ວຍໃຫ້ຄໍ
ຊຸ່ມຊື່ນຊ່ວຍໃນເລື່ອງການຮັກສາໂລກພູມແພ້.

 ວິທີ ທີ3:  ຂີ້ມີ້ນຂຶ້ນ + ເກືອ + ນໍ້າ: ໂດຍການເອົາຂີ້ມີ້ນຂຶ້ນທີ່ບົດແລ້ວ ຫຼື ເປັນຜົງກໍ່ຈະສະດວກດີມາໃຊ້ 1ບ່ວງຊາ + ເກືອ 1 ບ່ວງຊາ + ນໍ້າຮ້ອນ 1 ຖ້ວຍ ເອົາມາປະສົມກັນແລ້ວນຳມາບ້ວນປາກຈັກໜ້ອຍໜຶ່ງ ເພາະຄຸນສົມບັດຂອງຂີ້ມີ້ນ ຂຶ້ນມີສານຕ້ານອະນຸມູນອິດສະຫຼະເປັນຢ່າງດີ ສ່ວນເກືອກໍ່ຈະຊ່ວຍຢັບຢັ້ງເຊື້ອແບັກທີເຣຍ ຊຶ່ງຈະຊ່ວຍບັນເທົາອາການເຈັບຄໍໄດ້ດີເຊັ່ນກັນ.

ຂຽນໂດຍ   ບຸນເພັງ ມົວ

ຂໍ້ມູນຈາກ: http://www.sedthakid.la/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...