Homeຂ່າວການພັດທະນາ10 ປະເທດອາຊຽນ ຮ່ວມປຶກສາຫາລືບັນດາເອກະສານສະຖິຕິອາຊຽນ

10 ປະເທດອາຊຽນ ຮ່ວມປຶກສາຫາລືບັນດາເອກະສານສະຖິຕິອາຊຽນ

Published on

ບັນດາຄະນະ ກຳມາທິການສະຖິຕິ 10 ປະເທດອາຊຽນ ພ້ອມດ້ວຍກອງເລຂາອາຊຽນ ແລະ ບັນດາຜູ້ແທນອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມາທິການສະຖິຕິອາຊຽນ ຄັ້ງທີ 6 ໃນວັນທີ 1 ພະຈິກ ນີ້ ທີ່ນະຄອນຫລວງວຽງຈັນ, ເຊິ່ງເປັນກອງປະຊຸມວົງແຄບພາຍໃນ 10 ປະເທດອາຊຽນ ເພື່ອປຶກສາຫາລື ແລະ ຮັບຮອງເອົາບັນດາ ເອກະສານທີ່ສຳຄັນຕ່າງໆ ກ່ຽວກັບວຽກງານສະຖິຕິອາຊຽນ.
ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງດັ່ງກ່າວນີ້, ແມ່ນຈະໄດ້ມີການຮ່ວມປຶກສາຫາລື, ປະກອບຄຳຄິດຄຳເຫັນ ຈາກບັນດາຫົວໜ້າສູນສະຖິຕິ ທັງ 10 ປະເທດອາຊຽນ, ພ້ອມທັງຈະໄດ້ມີການຮັບຮອງເອົາບັນດາ 7 ເອກະສານກ່ຽວກັບວຽກງານສະຖິຕິອາຊຽນ ເຊັ່ນ: ເອກະສານທີ 1 ກ່ຽວກັບ ບັນດາດັດຊະນີໝາຍຕ່າງໆ ທີ່ຈະຕ້ອງມີການ ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ພັດທະນາ ສະຖິຕິອາຊຽນ 2016-2025 ເຊິ່ງຍຸດທະສາດດັ່ງ ກ່າວ, ໄດ້ຖືກຮັບຮອງເອົາແລ້ວໃນປີ 2009 ໂດຍໃສ່ຄວາມຕ້ອງການໃໝ່ຂອງອາຊຽນ; ເອກະສາທີ 2 ກ່ຽວກັບແຜນຈັດຕັ້ງປະຕິບັດ ຍຸດທະສາດ ປີ 2017-2018 ເຊິ່ງແຜນດັ່ງກ່າວ ໄດ້ແຍກການຈັດຕັ້ງປະຕິບັດ ເປັນ 2 ລະດັບ ຄື: ແຜນຂອງການປະຕິບັດຮ່ວມກັນໃນ 10 ປະເທດອາຊຽນ ແລະ ແຜນສະເພາະ ຂອງແຕ່ລະປະເທດ; ເອກະສານທີ 3 ກ່ຽວກັບນະໂຍບາຍຕ່າງໆຂອງການເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວ ສານນຳກັນໃນ 10 ປະເທດອາຊຽນ ເພື່ອບໍ່ໃຫ້ແຕະຕ້ອງສິດທິເຊິ່ງກັນ ແລະ ກັນ, ພ້ອມທັງຄົ້ນຄວ້າ, ຕິດ ຕາມການຈັດຕັ້ງປະຕິບັດ ນະໂຍບາຍ ແລະ ການກຳນົດຕົວຊີ້ບອກຕ່າງໆ; ເອກະສານທີ 4 ກ່ຽວກັບການຄິດໄລ່ສະຖິຕິບັນຊີແຫ່ງຊາດ ແລະ ຕົວເລກລວມຍອດຜະລິດຕະພັນພາຍໃນ; ເອກະສານທີ 5 ກ່ຽວກັບການຄິດໄລ່ຕົວເລກສະຖິຕິ ຂອງການພັດທະນາ ແບບຍືນຍົງ ເຊິ່ງຈະໄດ້ມີການຈັດຕັ້ງ ໜ່ວຍງານຮັບຜິດຊອບ ວຽກງານດັ່ງກ່າວ ບົນພື້ນຖານຄວາມສະເໝີພາບກັນ; ເອກະສານທີ 6 ກ່ຽວກັບບົດຖະແຫລງການຂອງ ກອງປະຊຸມຄະນະ ກຳມາທິການສະຖິຕິອາຊຽນ ຄັ້ງທີ 6 ແລະ ເອກະສານທີ 7 ກ່ຽວກັບການສ້າງສະຖິຕິ ອາຊຽນ-ຈີນ.
ນອກຈາກນີ້, ໃນກອງປະຊຸມດັ່ງກ່າວ ຈະໄດ້ມີການແຕ່ງຕັ້ງ ຄະນະກຳມະການສະຖິຕິ 10 ປະເທດອາຊຽນ ກ່ຽວກັບການແບ່ງພາລະ, ໜ້າທີ ແລະ ຄວາມຮັບຜິດຊອບ ບົນພື້ນຖານຄວາມສະເໝີພາບກັນ ເຊິ່ງຈະໄດ້ກາວໄປສູ່ ການມີຂໍ້ມູນສະຖິຕິທາງການ ທີ່ສາມາດສົມທຽບໄດ້ ແຕ່ຕ້ອງໃຫ້ສອດຄ້ອງ ກັບສະພາບຄວາມເປັນຈິງ ຂອງແຕ່ລະປະເທດອາຊຽນ, ພ້ອມດຽວກັນ ກອງປະຊຸມ ຍັງໄດ້ມີການປຶກສາຫາລື ແລະ ຂໍຄຳຄິດເຫັນຈາກ ຫົວໜ້າສະຖິຕິ ຂອງບັນດາປະເທດອາຊຽນ ໂດຍສະເພາະແມ່ນຮູບແບບ ການນຳສະເໜີຂໍ້ມູນ ແລະ ການຕິດຕາມປະເມີນຜົນ ການຈັດຕັ້ງປະຕິບັດແຕ່ລະແຜນງານ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...