Homeຂ່າວເຫດການປາໂຕດຽວເນົ່າໝົດຂ້ອງ ເມື່ອຊາຍແຕ່ງໂຕຄືຕຳຫຼວດລັດຄິວ

ປາໂຕດຽວເນົ່າໝົດຂ້ອງ ເມື່ອຊາຍແຕ່ງໂຕຄືຕຳຫຼວດລັດຄິວ

Published on

ທຳອິດເຂີຍເມືອງຊຳກະວ່າຊິບໍ່ຂຽນຂ່າວນີ້ແລ້ວລະ ແຕ່ເບິ່ງຄືບັນຫາມັນຍາວຍືດ ວານນີ້ຕອນແລງ ວັນທີ 31 ຕຸລາ 2016 ມີເພຈດັງແຫ່ງໜຶ່ງໂພສຮູບຊາຍ ແຕ່ງໂຕຄ້າຍຄືຕຳຫຼວດຈະລາຈອນ ກຳລັງລໍຖ້າຈ້ຳກາຜ່ານດ່ານຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 (ວຽງຈັນ-ໜອງຄາຍ) ໃນນັ້ນ, ມີຂໍ້ຄວາມບອກວ່າ “ຂ້ອຍຢືນຖ້າປະມານ 1 ຊົ່ວໂມງ ຕໍ່ຄີວປົກກະຕິ ແຕ່ແລ້ວກໍ່ມີເຈົ້າຫນ້າທີ່ມາແຊງຄີວ ເທື່ອ 1 ບໍ່ວ່າ ແຕ່ມັນ 4-5 ເທື່ອ ບໍ່ມີໃຜກ້າເວົ້າຫຍັງ ຢາກຮູ້ວ່າເປັນເຈົ້າຫນ້າທີ່ລະແຊງຄີວໄດ້ບໍ ? ມີທັງຄົນລາວ ຄົນຕ່າງຊາດຢືນຕໍ່ຄີວຢ່າງຖືກົດລະບຽບ ແຕ່ແມ່ນເຈົ້າຫນ້າທີ່ສະເພາະບາງຄົນພັດເຮັດຜິດລະບຽບ” (ກົດເບິ່ງຂ່າວດັ່ງກ່າວຢູ່ນີ້) ຂ່າວດັ່ງກ່າວໂດ່ງດັງ ຜ່ານໄປ 23 ຊົ່ວໂມງ ມີຜູ້ແຊຕໍ່ຫຼາຍກວ່າ 1,000 ຄັ້ງ ແລະມີຜູ້ປະກອບຄຳເຫັນເກືອບ 1,000 ຄຳເຫັນ ເຊິ່ງເກືອບທັງໝົດມີຄຳເຫັນວ່າ ເປັນເຫດທີ່ບໍ່ເໝາະສົມ ຍິ່ງເປັນເຈົ້າໜ້າທີ່ທີ່ຕ້ອງເປັນແບບຢ່າງແກ່ສັງຄົມ ໃນຂະນະທີ່ມີຫຼາຍຄຳເຫັນເວົ້າວ່າເຄີຍພົບພໍ້ເຫດການຄ້າຍຄືກັນນີ້ເຊັ່ນກັນ.

14906872_1238860906177155_5603141050279802602_n

ຕໍ່ຂ່າວດັ່ງກ່າວນັ້ນ, ໃນນາມສື່ມວນຊົນຜູ້ເຮັດໜ້າທີ່ເປັນກາງ ບໍ່ເຂົ້າພຸ້ນອອກພີ້ ເຂີຍເມືອງຊຳ ຂໍມີຄຳເຫັນດັ່ງນີ້:
1. ເພື່ອນຜູ້ອ່ານທີ່ເຫັນຮູບ, ຂ່າວ ຫຼືຂໍ້ຄວາມ ເທິງເຟສບຸກ ຂໍໃຫ້ພິຈາລະນາໃຫ້ຖີ່ຖ້ວນ ນັ້ນເປັນພຽງຮູບທີ່ບໍ່ສາມາດພິສູດໄດ້ເລີຍວ່າບຸກຄົນໃນຮູບໄດ້ແຊງຄິວແທ້ຫຼືບໍ່.
ຫຼືຖ້າຮູບດັ່ງກ່າວນັ້ນ ເປັນເຈົ້າໜ້າທີ່ຕຳຫຼວດຈະລາຈອນມາລັດຄິວແທ້ໆ ກໍຍັງບໍ່ແນ່ວ່າເປັນຄິວເຫດຟ້າວຟັ່ງ ເຊັ່ນເປັນການສົ່ງຄົນເຈັບໄປປິ່ນປົວຫຼືບໍ່. ດັ່ງນັ້ນ, ຈົ່ງພິຈາລະນາໃຫ້ດີໆ ກ່ອນລົງມືປະກອບຄຳຄິດເຫັນ.
2. ຖ້າເປັນເຫດການເຈົ້າໜ້າທີ່ລັດຄິວແທ້ໆ ໂດຍບໍ່ມີເຫດອັນສົມຄວນແລ້ວ ກໍຖືວ່າເຈົ້າໜ້າທີ່ໃຊ້ອຳນາດບໍ່ຖືກຕ້ອງ ລະເມີດສິດທິຂອງຜູ້ອື່ນ, ລະເມີດວິໄນຂອງຕົນ ແລະບໍ່ເປັນແບບຢ່າງໃຫ້ແກ່ປະຊາຊົນ (ກາຍເປັນປາເນົ່າໃນຂ້ອງໂຕໜຶ່ງໄປເລີຍ). ເພາະຖ້າຫາກມີເຫດຈຳເປັນເລັ່ງດ່ວນກໍຄວນຈະກ່າວຂໍອະນຸຍາດແລະຂໍໂທດກັບຫຼາຍຄົນທີ່ຢືນຕໍ່ຄິວຢູ່ຫັ້ນກ່ອນ.
3. ຖ້າມັນແມ່ນເລື່ອງຈິງ, ບໍ່ແມ່ນສະເພາະແຕ່ຜູ້ລັດຄິວເທົ່ານັ້ນທີ່ຖືວ່າຜິດ ແຕ່ເຈົ້າໜ້າທີ່ທີ່ເປັນຜູ້ປະທັບກາຜ່ານໃສ່ບັດຜ່ານແດນນັ້ນ ກໍຄວນຈະໄດ້ຮັບຜິດຊອບບໍ່ນ້ອຍໄປກວ່າເຈົ້າໜ້າທີ່ທີ່ລັດຄິວເຊັ່ນກັນ ຫຼືຕ້ອງຮັບຜິດຫຼາຍກວ່າອີກ ບັນຫາດັ່ງກ່າວນີ້ ມັນເປັນເລື່ອງໃຫຍ່ພົວພັນເຖິງຄວາມສະຫງົບສຸກຂອງສັງຄົມ ກໍຄືຄວາມໝັ້ນຄົງຂອງຊາດ.

ແນວໃດກໍຕາມ, ຈົ່ງເຂົ້າໃຈວ່າຈະເປັນຕຳຫຼວດ ຫຼືເຈົ້າໜ້າທີ່ຝ່າຍໃດ ກໍລ້ວນແຕ່ເປັນລູກຫຼານຂອງປະຊາຊົນ ທີ່ປະກອບໃສ່ໜ້າທີ່ຕ່າງໆ ຕາມຊາດຮຽກຮ້ອງ ຈຶ່ງອາດຈະມີຜູ້ຮ້າຍແລະຜູ້ດີປະສົມປົນເປກັນໄປ ຈຶ່ງອາດຈະມີການປະພຶດທີ່ບໍ່ເໝາະສົມກໍໄດ້ ແຕ່ໃຫ້ເຂົ້າໃຈກວ່າ 100 ຄົນ ຫຼື 1000 ຄົນ ກໍມີພຽງຄົນດຽວທີ່ມັກປະພຶດຜິດ ຫຼືບໍ່ຖືກຕ້ອງເໝາະສົມ ເພາະຖ້າຄົນສ່ວນຫຼາຍເປັນຄົນບໍ່ດີສັງຄົມກໍຄົງບໍ່ສາມາດຢູ່ຢ່າງສະຫງົບໄດ້ດັ່ງຊູ່ມື້ນີ້.

ນັ້ນກໍອາດຈະພຽງເປັນປາໂຕດຽວ ເນົ່າໝົດຂ້ອງກໍໄດ້! ແຕ່ຖ້າປາເຕັມຂ້ອງບໍ່ມີໂຕໃດເນົ່າເລີຍຍິ່ງຈະເປັນການດີ ສັງຄົມຊົມເຊີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...