spot_img
Homeຂ່າວຕ່າງປະເທດຊົມເຊີຍ! ນາຍົກເນັ້ນບໍ່ອະນຸຍາດໃຫ້ນໍາໃຊ້ບ້ວງເງິນເດືອນຄູ ເບີກຈ່າຍແກ້ໄຂວຽກອື່ນເດັດຂາດ

ຊົມເຊີຍ! ນາຍົກເນັ້ນບໍ່ອະນຸຍາດໃຫ້ນໍາໃຊ້ບ້ວງເງິນເດືອນຄູ ເບີກຈ່າຍແກ້ໄຂວຽກອື່ນເດັດຂາດ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຫລາຍບັນຫາ ຕໍ່ບັນດາຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນໂອກາດກອງປະຊຸມສະໄໝສາມັນ ເທື່ອທີ2 ຂອງສະພາແຫ່ງຊາດ ຊຸດ ທີ VIII ວ່າ: ການເບີກຈ່າຍເງິນເດືອນ ໃຫ້ແກ່ພະນັກງານຄູ, ເງິນບໍລິຫານໂຮງຮຽນຢູ່ເຂດຫ່າງໄກສອກຫລີກ ມີຄວາມຊັກຊ້າ ຕໍ່ກັບບັນຫາດັ່ງກ່າວ. ຜ່ານມາລັດຖະບານ ຖືສໍາຄັນບັນຫານີ້ ແລະ ໄດ້ມອບໃຫ້ກະຊວງການເງິນເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາ ບັນຫາ ການເບີກຈ່າຍເງິນເດືອນແລະ ເງິນບໍລິຫານໂຮງຮຽນຊັກຊ້າ ເພື່ອໃຫ້ເຫັນສາຍເຫດ ພ້ອມທັງສະເໜີ ມາດຕະການ ແລະ ກົນໄກ ໃນການແກ້ໄຂ ເພື່ອຮັບປະກັນ ການເບິກຈ່າຍເງິນເດືອນໃຫ້ຄ່ອງຕົວ,ທັນການ ແລະ ໂປ່ງໃສ. ພ້ອມນີ້, ກໍໄດ້ຊີ້ນໍາໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ປະຕິບັດລະບຽບຢ່າງເຂັ້ມງວດ ຕໍ່ການລະເມີດວິໄນການເງິນ.
ທ່ານນາຍົກ ລັດຖະມົນຕີ ໄດ້ສະເໜີໃຫ້ສະມາຊິກ ສະພາບແຫ່ງຊາດ ແລະ ສະມາຊິກສະພາ ທ້ອງຖິ່ນ ຊ່ວຍລັດຖະບານ ຕິດຕາມກວດກາ ໃນການແກ້ໄຂບັນຫາ. ພ້ອມນີ້ ຕໍ່ໄປບັນຊີເງິນ ເດືອນພະນັກງານຄູ ແມ່ນບໍ່ໃຫ້ປະປົນກັບພາກສ່ວນອື່ນ ແລະ ບໍ່ອະນຸຍາດ ໃຫ້ນໍາໃຊ້ບ້ວງເງິນເດືອນ ໃນແຕ່ລະເດືອນໄປເບີກຈ່າຍ ແກ້ໄຂວຽກງານອື່ນຢ່າງເດັດຂາດ, ຕ້ອງເບີກຈ່າຍໃຫ້ພະນັກງານ ໃຫ້ຖວງທັນກັບເວລາ ຂອງທຸກໆເດືອນ. ລັດຖະບານຈະໄດ້ຄົ້ນຄວ້າ ແລະ ຜັນຂະຫຍາຍເປັນນິຕິກໍາ, ເປັນມະຕິຄໍາສັ່ງ ຫລື ຂໍ້ຕົກລົງລະອຽດ ເພື່ອເປັນບ່ອນອີງ ໃນການຕິດຕາມຊຸກຍູ້, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈງຕື່ມກ່ຽວກັບ ການເພີ່ມເງິນເດືອນ ຈໍານວນ 500 ກີບ ຕໍ່ດັດສະນີ ເປັນນະໂຍບາຍສໍາຄັນ ໃນການຊ່ວຍແກ້ໄຂຄ່າຄອງຊີບ ໃຫ້ແກ່ພະນັກງານ- ລັດຖະກອນ, ແຕ່ຄຽງຄູ່ກັນນັ້ນ ກໍຫລີກລ້ຽງບໍ່ໃຫ້ມີ ການສວຍໂອກາດ ຂຶ້ນລາຄາສິນຄ້າ ໂດຍສະເພາະ ສິນຄ້າທີ່ຈໍາເປັນ ໃນການດໍາລົງຊີວິດ ຂອງປະຊາຊົນ ຕໍ່ກັບບັນຫາດັ່ງກ່າວ, ລັດຖະບານ ໄດ້ຕິດຕາມ ແລະ ມີການຊີ້ນໍາເປັນ ປົກກະຕິຕໍ່ຂະແໜງການ ເພື່ອມີມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ຕາມກົນໄກຕະຫລາດ. ຕໍ່ກັບບັນຫາດັ່ງກ່າວ ເພື່ອເຮັດໃຫ້ສະພາບ ລາຄາສິນຄ້າ ມີຄວາມສະຫງົບ ຕໍ່ການເໜັງຕິງ ລາຄາສິນຄ້າ ໃນນັ້ນ ລວມເຖິງການສວຍໂອກາດ ຂຶ້ນລາຄາຂອງຜູ້ຄ້າຂາຍ ໂດຍສະເພາະສິນຄ້າທີ່ຈໍາເປັນ ໃນການດໍາລົງຊີວິດ ຂອງປະຊາຊົນ ເຊິ່ງລັດຖະບານ ກໍໄດ້ມີມາດຕະການ ສະເພາະໜ້າ ຄືສືບຕໍ່ປັບປຸງນິຕິກໍາ ແລະ ສ້າງລະບຽບທີ່ຈໍາເປັນ ເພີ່ມຕື່ມ ໂດຍສະເພາະ ປັບປຸງບາງມາດຕາ ຂອງດໍາລັດ 474/ນຍ ໃຫ້ແທດເໝາະກັບສະພາບການຕົວຈິງ. ໃນປັດຈຸບັນ ເພື່ອຄຸ້ມຄອງລາຄາສິນຄ້າ ຕາມທ້ອງຕະຫລາດ; ຈະກໍານົດວິທີການ ແລະ ກົນໄກ ໃນການຕິດຕາມ ການເໜັງຕີງ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມ ແລະ ສອດຄອງກັບສະພາບຕົວຈິງ; ຈະເຂັ້ມງວດກວດຂັນ ໃນການປະຕິບັດກົດໝາຍ ແລະ ລະບຽບການ ແລະ ລົງໂທດຕໍ່ຜູ້ກະທໍາຄວາມຜິດ.
ສ່ວນມາດຕະການຍາວນານ ແມ່ນຈະສຸມໃສ່ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າທີ່ມີຄຸນນະພາບ ໃຫ້ຫລາຍຂຶ້ນ, ສົ່ງເສີມການນໍາໃຊ້ ສິນຄ້າຜະລິດພາຍໃນ, ຄົ້ນຄວ້າກໍານົດໂຄງປະກອບລາຄາສິນຄ້າ, ຄົ້ນຄວ້າເພີ່ມລາຍການສິນຄ້າ ຄວບຄຸມລາຄາ ສະເພາະຂະແໜງ ອຸດສະຫະກໍາ ແລະ ການຄ້າ, ຄົ້ນຄວ້າຈັດຕັ້ງ ແລະ ປັບປຸງກຸ່ມຜູ້ຜະລິດ, ນໍາເຂົ້າແລະ ຈໍາໜ່າຍສິນຄ້າ ເພື່ອດັດສົມປະລິມານສິນຄ້າ ໃນທ້ອງຕະຫລາດ ແລະ ມາດຕະການອື່ນໆ. ເຊິ່ງຂະແໜງການ ຈະສືບຕໍ່ຄົ້ນຄວ້າ ແລະ ກໍານົດເປັນມາດຕະການ ລະອຽດໃນຂັ້ນຕໍ່ໄປ, ແຕ່ເພື່ອຢາກຄຸ້ມຄອງໃຫ້ໄດ້ດີ, ນອກຈາກຂະແໜງ ການກ່ຽວຂ້ອງ ມີຄວາມຮັບຜິດຊອບ ແທ້ຕົວຈິງ ແລະ ມີວິທີແກ້ໄຂຢ່າງເປັນເຈົ້າການ, ທຸກພາກສ່ວນຕ້ອງໄດ້ສຶກສາ ອົບຮົບນໍາພາແນວຄິດພໍ່ຄ້າຊາວຂາຍ ໃຫ້ມີຈັນຍາບັນ, ຈັນຍາທໍາ, ບໍ່ໃຫ້ມີການສວຍໂອກາດ, ການປັ່ນປວນໃຫ້ສັງຄົມ ບໍ່ມີຄວາມສະຫງົບ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...